ບ້ານ ນາຍາງໃຕ້, ເມືອງ ນ້ຳບາກ, ແຂວງ ຫຼວງພະບາງ ໄດ້​ຮັບ 2 ລາງວັນມາດຕະຖານທ່ອງທ່ຽວອາຊຽນ.

ສປປ ລາວ ສາມາດຍາດໄດ້ 4 ມາດຕະຖານ ລວມເປັນ 35 ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2023 ໃນ​ນີ້ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງໄດ້​ຮັບ 2 ລາງວັນ​ມາດຕະຖານເຮືອນພັກແຮມອາຊຽນ ແລະ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຊຶ່ງ

ມາດຕະຖານເຮືອນພັກແຮມອາຊຽນໃນຈໍານວນ 5 ແຫ່ງມີຄື:

1. ບ້ານ ນາຍາງໃຕ້, ເມືອງ ນໍ້າບາກ, ແຂວງ ຫຼວງພະບາງ;

2. ບ້ານ ວຽງເໜືອ, ເມືອງ ແລະ ແຂວງ ຫຼວງນໍ້າທາ;

3. ບ້ານ ນາດ້ວງ, ເມືອງ ວັງວຽງ, ແຂວງ ວຽງຈັນ;

4. ບ້ານ ຫົວດອນແດງ, ເມືອງ ປະທຸມພອນ, ແຂວງ ຈໍາປາສັກ;

5. ບ້ານ ດອນໂຄ, ເມືອງ ຊະນະສົມບູນ, ແຂວງ ຈໍາປາສັກ.

ສຳລັບມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມຈໍານວນ 5 ແຫ່ງມີຄື:

1. ນໍ້າປ່ຽນຢໍລະປ່າ, ເມືອງ ປາກງື່ມ, ນະຄອນຫຼວງ ວຽງຈັນ;

2. ບ້ານ ນາທອງ, ເມືອງ ວັງວຽງ, ແຂວງ ວຽງຈັນ;

3. ບ້ານ ນາຍາງໃຕ້, ເມືອງ ນໍ້າບາກ, ແຂວງ ຫຼວງພະບາງ;

4. ຕາດເຍືອງ, ເມືອງ ປາກຊ່ອງ, ແຂວງຈໍາປາສັກ;

5. ບ້ານ ໜອງຫຼວງ, ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ;

ໃນນີ້ມາດຕະຖານຫ້ອງນໍ້າສາທາລະນະອາຊຽນຈໍານວນ 18 ແຫ່ງຄື:

1. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກແຫ່ງທີ່ 2 ຂອງ ສປປ ລາວ ວັດພູຈໍາປາສັກ ແຂວງ ຈໍາປາສັກ;

2. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ;

3. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ;

4. ຫ້ອງ ນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດພູເພັດ-ພູຄໍາ ແຂວງຫຼວງນໍ້າທາ;

5. ຫ້ອງນໍ້າສາທາລະນະຢູ່ສວນສາທາລະນະໜອງສະພັງແລນ ນະຄອນຫຼວງວຽງຈັນ;

6. ຫ້ອງນໍ້າສາທາລະນະຢູ່ເດີ່ນພະທາດຫຼວງນະຄອນຫຼວງວຽງຈັນ;

7. ຫ້ອງນໍ້າສາທາລະນະຢູ່ພິພິທະພັນສີສະເກດ ນະຄອນຫຼວງວຽງຈັນ;

8. ຫ້ອງນໍ້າສາທາລະນະຢູ່ວັດໃໝ່ ແຂວງຫຼວງພະບາງ;

9. ຫ້ອງນໍ້າສາທາລະນະຢູ່ວັດຊຽງທອງ ແຂວງຫຼວງພະບາງ; 1

0. ຫ້ອງນໍ້າສາທາລະນະຢູ່ຈຸດແຄມຂອງ (ບ້ານໂພນເຮືອງ) ແຂວງຫຼວງພະບາງ;

11. ຫ້ອງນໍ້າສາທາ ລະນະຢູ່ແຫຼ່ງທ່ອງທ່ຽວຕາດກວາງຊີ (2) ແຂວງຫຼວງພະບາງ);

12. ຫ້ອງນໍ້າສາທາລະນະຢູ່ສະຖານນີບໍລິການຂົນສົ່ງລົດໄຟຟ້າແຂວງຫຼວງພະບາງ;

13. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວວັດພະທອງສາມສີ ແຂວງວຽງຈັນ;

14. ຫ້ອງນໍ້າສາທາລະນະຢູ່ປໍ້ານໍ້າມັນນວນຕາບ້ານແສນຊຸມ ແຂວງວຽງຈັນ;

15. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວວັດກາງ ແຂວງວຽງຈັນ;

16. ຫ້ອງນໍ້າຢູ່ສວນສາທາລະນະກ້ອງເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ;

17. ຫ້ອງນໍ້າສາທາລະນະຢູ່ດ່ານສາກົນຂົວມິດຕະພາບ ນໍ້າເຫືອງ ແຂວງໄຊຍະບູລີ;

18. ຫ້ອງນໍ້າສາທາລະນະຢູ່ແຫຼ່ງທ່ອງທ່ຽວຕາດຟານແຂວງຈໍາປາສັກ.

ສຳລັບມາດຕະຖານການບໍລິການສະປາອາຊຽນຈໍານວນ 7 ແຫ່ງມີຄື:

1. ຮ້ານຈໍາປາສະປາ ນະຄອນຫຼວງວຽງຈັນ;

2. ຮ້ານລິນລີ່ສະປາ ນະຄອນຫຼວງວຽງຈັນ;

3. ຮ້ານສະປາຢູ່ໂຮງແຮມພູແມນ ແຂວງຫຼວງພະບາງ;

4. ຮ້ານສະປານະວຽງຈັນ ນະຄອນຫຼວງວຽງຈັນ;

5. ຮ້ານເລີສະປາ ຢູ່ໂຮງແຮມໂຊຟີເທວແຂວງຫຼວງພະບາງ;

6. ຮ້ານຊະນະແກ້ວສະປາ ຢູ່ໂຮງແຮມຊະນະແກ້ວບູຕິກ, ແຂວງ ຫຼວງພະບາງ;

7. ຮ້ານອັງຊະນາສະປາ ຢູ່ ໂຮງແຮມເມຊົງສຸວັນນະພູມ, ແຂວງ ຫຼວງພະບາງ.

ໂດຍ: ບຸນ​ຕອມ

error: Content is protected !!