ເຈົ້າແຂວງສະຫວັນນເຂດຊຸກຍູ້ວຽກງານທ່ອງທ່ຽວທີ່ເມືອງໄຊພູທອງ.

ແຫລ່ງຂ່າວຈາກ ເມືອງໄຊພູທອງ ໃຫ້ຮູ້ວ່າ: ວັນທີ 8 ມີນາ 2023 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງເຄືອນໄຫວຕິດຕາມ-ຊຸກຍູ້ວຽກງານພັດທະນາການທ່ອງທ່ຽວ ຢູ່ເມືອງໄຊພູທອງ ໂດຍການຕ້ອນຮັບຂອງ ທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ.
ການລົງເຄື່ອນໄຫວຄັ້ງນີ້, ທ່ານເຈົ້າແຂວງສະຫວັນນເຂດ ໄດ້ຮັບຟັງການລາຍງານຈາກເຈົ້າເມືອງ ໄຊພູທອງ ກ່ຽວກັບແຜນຈະພັດທະນາແຫລ່ງທ່ອງທ່ຽວຜາສາດເຮືອນຫີນ, ທີ່ເປັນອີກແຫລ່ງທ່ອງທ່ຽວໜຶ່ງສໍາຄັນທາງດ້ານປະຫວັດສາດຖັດຈາກວັດພູຈໍາປາສັກ ມີລັກສະນະຄ້າຍຄືກັນ, ເພື່ອຈະກຳນົດແຜນພັດທະນາໃນຕໍ່ໜ້າແນໃສ່ດຶງດູດ ນັກທ່ອງທ່ຽວໃຫ້ຫລາຍຂຶ້ນ, ເປັນຕົ້ນແມ່ນການປັບປຸງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ, ປຸກສິ່ງອໍານວຍຄວາມສະດວກໄວ້ຮອງຮັບນັກທ່ອງທ່ຽວເຊັ່ນ: ຮ້ານອາຫານ, ປັບປຸງສະຖານທີ່ຂອບເຂດກັນຊົນ, ຈັດສັນບ່ອນຝາກລົດ, ຈັດສັນບ່ອນຂ່າຍເຄື່ອງທີ່ລະລຶກ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະບ່ອນອື່ນໆ.
ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນເຂດ ໄດ້ເນັ້ນໃຫ້ການນໍາຂອງເມືອງໄຊພູທອງ ເອົາໃຈໃສ່ຕໍ່ປະຊາຊົນຢູ່ດອນສະໂນດ, ຂຶ້ນແຜນສ້າງບັກນ້ອຍຂ້າມນໍ້າ ໃຫ້ປະຊາຊົນບ້ານດອນສະໂນດ ເພື່ອໃຫ້ປະຊາຊົນທີ່ຢູ່ໃນດອນ ໄດ້ມີຄວາມສະດວກໃນການເດີນທາງ ແລະອໍານວຍຄວາມສະດວກໃຫ້ແກ່ນັກຮຽນທີ່ຂ້າມມາເຂົ້າໂຮງຮຽນ. ທີ່ບ້ານໂພ່ນທາດ, ທ່ານເຈົ້າແຂວງໄດ້ໂອ້ລົມ ແລະແນະນໍາການນໍາຂອງເມືອງ, ບ້ານໃຫ້ເອົາໃຈໃສ່ໃນການພັດທະນາແຫລ່ງທ່ອງທ່ຽວພະທາດໂພ່ນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນການຈັດສັນຕະຫລາດ, ການຂາຍເຄື່ອງທີ່ລະລຶກທີ່ເປັນເອກະລັກ ແລະຮ້ານອາຫານ, ສະຖານທີ່ຝາກລົດ ທີ່ສາມາດຮອງຮັບນັກທ່ອງທ່ຽວ ເຂົ້າມາໃຫ້ມີຄວາມສະດວກຂຶ້ນກວ່າເກົ່າ.
ທີ່ມາ: ຂປລ

error: Content is protected !!