ທາງ​ເລືອກ​ໃໝ່ ລອງໄປສໍາຜັດອ່າງນໍ້າລີກ​ຣີ​ສອດແຫຼ່ງທ່ອງທ່ຽວເປີດໃໝ່

ໂດຍ: ນາງ ສະ​ຫວັນ​ຄຳ

ໃນ​ປັດ​ຈຸ​ບັນ​ນີ້, ພັກ-ລັດ​ເຮົາ ​ໄດ້ໃຫ້​ຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ວຽກງານການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ເພື່ອ​ເຮັດ​ແນວ​ໃດ​ຈະ​ນຳ​ສະ​ເໜີ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ລາວ ທີ່​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ຽວ​ລາວ​ເຮົາ​ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ ແລະ ອ່າງ​ນ້ຳ​ລີກ​ຣີ​ສອດ ​ກໍ​ເປັນ​ອີກ​ໜຶ່ງ​ສະ​ຖານ​ທີ່​ໃນ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ​ທີ່​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ​ຫຼາຍ​ສົມ​ຄວນ.

ແຫຼ່ງທ່ອງທ່ຽວອ່າງນໍ້າລີກຣີສອດຫາກໍເປີດໃໝ່ໆບໍ່ເຖິງ 2 ອາທິດ ມີຄົນສັ່ງຈອງຫ້ອງຢ່າງ​ໜາແໜ້ນເພື່ອສໍາຜັດກັບທໍາມະຊາດຄວາມເປັນສ່ວນຕົວກັບຄວາມເຊື່ອງຊ້ອນຄວາມສະຫງົບທີ່ໜ້າຄົ້ນຫາ, ຕັ້ງຢູ່ກາງນໍ້າໜ້າເຂື່ອນນໍ້າລີກເປັນໝູ່ເກາະດອນນ້ອຍ-ໃຫຍ່ສະຫຼັບສັບຊ້ອນມີປ່າໄມ້ສີຂຽວ, ນໍ້າສີມໍລະກົດ, ສາມາດຊົມຕາເວັນຂຶ້ນ-ຕາເວັນຕົກດິນໄດ້ສອງເບື້ອງ.

ທ່ານ ນາງ ວອນ​ມາ​ນີວົງ ສະ​ເຕີນ (ຫຼືວ່າ​ຮູ້​ໃນ​ນາມ ເອື້ອຍຕ່າຍ) ນັກທຸລະກິດລາວ ຜູ້ກໍ່ຕັ້ງ ແລະ ບຸກເບີກທຸລະກິດເຮືອແພ-ເຮືອນແພຕາມສາຍນໍ້າລີກຄົນທໍາອິດໃນເມືອງເຟືອງ ແຂວງວຽງຈັນ ໄດ້ເວົ້າສູ່ຟັງວ່າ: ຈຸດເລີ່ມຕົ້ນຢາກເຮັດທຸລະກິດທ່ອງທ່ຽວກ່ຽວກັບເຮືອແພ-ເຮືອນແພນັ້ນແມ່ນເກີດຄວາມມັກຮັກທໍາມະຊາດ, ມັກຄວາມສະຫງົບ, ຢາກພັດທະນາທ້ອງຖິ່ນຕິດພັນກັບການສ້າງວຽກເຮັດໃຫ້ງານທໍາໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າໂດຍສະເພາະພາຍໃນເມືອງເຟືອງ. ນອກຈາກນັ້ນ ເພື່ອຢາກສ້າງແຫຼ່ງທ່ອງທ່ຽວໃຫ້ກາຍເປັນຕົ້ນແບບໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ຄື: “ຖືເອົາການພັດທະນາທີ່ຍືນຍົງສີຂຽວ” ຊຶ່ງຈຸດນີ້ເອງຈະເຮັດໃຫ້ປະເທດຂອງເຮົາກິນບໍ່ບົກແຫ້ງເປັນຈັກເທື່ອ. ກ່ອນໜ້ານັ້ນ 3 ປີຜ່ານມາ, ນໍ້າລີກເປັນພຽງແຕ່ເປັນສາຍນໍ້າທໍາມະຊາດທີ່ໄຫຼຈາກຍອດພູລົງມາທີ່ຕໍ່າ ຊຶ່ງປະຊາຊົນກໍອາໄສພຽງແຕ່ກິນດື່ມ ແລະ ໃຊ້ເຂົ້າໃນຊົນລະປະທານເທົ່ານັ້ນ “ເມື່ອຂ້າພະເຈົ້າໄດ້ມາເຫັນຈຶ່ງເກີດມີຄວາມຮັກມັກເປັນພິເສດໃນບໍລິເວນເຂດນໍ້າລີກ ຈຶ່ງນອນເອົາມືກ່າຍໜ້າຝາກວ່າມື້ໜຶ່ງຂ້ອຍຕ້ອງຊ່ວຍພັກ-ລັດກໍຄືເມືອງເຟືອງພັດທະນາເຂດນີ້ ໃຫ້ກາຍເປັນແຫຼ່ງລາຍຮັບເຂົ້າເມືອງ ແລະ ປະກອບສ່ວນໃຫ້ປະຊາຊົນທ້ອງຖິ່ນມີສ່ວນຮ່ວມໃນການປະກອບອາຊີບ, ຂາຍສິນຄ້າໃຫ້ຜູ້ຄົນມາທ່ອງທ່ຽວຢູ່ທີ່ນີ້. ດັ່ງນັ້ນ ຈຶ່ງໄດ້ປຶກສາກັບຜົວຕັດສິນໃຈຊອກຊື້ດິນ ແລະ ສໍາປະທານໄປຄວບຄູ່ກັນ” ເບື້ອງຕົ້ນທົດລອງເຮັດບ່ອນພັກຜ່ອນ ແລະ ເປີດໃຫ້ຄົນມາເຊົ່າຫຼິ້ນແຮມຄືນກ່ອນ ແຕ່ເວລາຕໍ່ມາມີນັກທ່ອງທ່ຽວແຫ່ມາຈອງຫ້ອງເຕັມເກືອບທຸກໆມື້ເລີຍຄິດໃນໃຈຂຶ້ນວ່າເຮົາຕ້ອງຂະຫຍາຍຈໍານວນເຮືອນແພຂຶ້ນຕື່ມອີກ ແຕ່ຍັງເຫັນວ່າບໍ່ພຽງພໍກັບຄວາມຕ້ອງການ ແລະ ກໍໄດ້ສືບຕໍ່ຂະຫຍາຍເພີ່ມຂຶ້ນເຖິງ 80 ຫ້ອງນອນ ຊຶ່ງປັດຈຸບັນນີ້, ເຮືອນແພຈໍານວນໜຶ່ງໄດ້ມອບໃຫ້ນ້ອງສາວບໍລິຫານຊ່ວຍກັນທໍາມາຫາກິນໄປພ້ອມໆກັນ. ທ່ານ ນາງ ວອນມາ​ນີວົງ ສະ​ເຕີນ ບອກວ່າປະເທດລາວເຮົາຈະຮັ່ງມີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນຈະມີລາຍຮັບເພີ່ມຂຶ້ນ ແລະ ມີວຽກເຮັດງານທໍາເພີ່ມຂຶ້ນນໍາຄືເງົາທຽມຄີງ ຖ້າພວກເຮົານໍາເອົາທິດທາງແຜນນະໂຍບາຍການພັດທະນາຍືນຍົງສີຂຽວຂອງພັກ-ລັດຖະບານມາປະຕິບັດຢ່າງຈິງຈັງ ແລະ ເບິ່ງວິໄສທັດໃຫ້ອອກໂດຍສະເພາະປະເທດລາວມີແຫຼ່ງທໍາມະຊາດທີ່ອຸດົມສົມບູນຢູ່ແລ້ວນັ້ນພຽງແຕ່ເຮົາປຸງແຕງມັນກໍຍິງງາມຂຶ້ນ ແລະ ໜ້າສົນໃຈຂຶ້ນ ຊຶ່ງຈຸດນີ້ຢາກໝາຍວ່າທໍາມະຊາດປ່າໄມ້, ຫ້ວຍຮ່ອງ ແລະ ແມ່ນໍ້າລຳເຊ “ ຄືຂຸມຊັບໃຫຍ່ທີ່ຫຼາຍທ່ານບໍ່ຮູ້ໝູນໃຊ້” ແນ່ນອນການພັດທະນາກໍມີອັນໄດ້ ອັນເສຍ ແຕ່ຖ້າຜົນເສຍຫຼາຍກວ່າຜົນໄດ້ ເຮົາກໍບໍ່ຄວນເຮັດເດັດຂາດ. ດັ່ງທີ່ເຫັນ ແລະ ຄວນສົມທຽບລະຫວ່າງອະດີດຜ່ານມາ ແລະ ປັດຈຸບັນໃນເມືອເຫັນວ່າຕ່າງກັນປານຟ້າກັບດິນ. ແຕ່ກ່ອນປະຊາຊົນອາໄສແຕ່ເຮັດໄຮ່, ເຮັດນາ, ລ້ຽງສັດ ແລະ ປູກເຂົ້າ ເມື່ອສິ້ນລະດູການປູກເຂົ້າກໍຢູ່ເຮືອນລ້າໆ ແຕ່ມາປັດຈຸບັນນີ້, ປະຊາຊົນພາກັນເອົາໝາກໄມ້, ພືດຜັກ, ປາ ແລະ ເຄື່ອງປ່າຂອງດົງມາຂາຍຕາມແຄມທາງໃຫ້ນັກທ່ອງທ່ຽວ, ລູກຫຼານ ແລະ ໄວໜຸ່ມຈໍານວນຫຼາຍໄດ້ເຂົ້າມາເຮັດວຽກໃນເຂດທຸລະກິດທ່ອງທ່ຽວເຮືອນແພ-ເຮືອແພເປັນຈໍານວນຫຼາຍຮ້ອຍຄົນ. ນອກຈາກນັ້ນ, ກໍມີນັກທ່ອງທ່ຽວເຂົ້າມາເມືອງເພີ່ມຂຶ້ນຈາກພຽງ 2.000 ຄົນໃນອະດີດ ມາເປັນ 250.000 ຄົນ ແລະ ຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວເຂົ້າມາເມືອງເຟືອງບໍ່ຕໍ່າກວ່າ 400.000 ຄົນ. ໃນນີ້, ມີນັກທ່ອງທ່ຽວໄທ, ເອີຣົບ, ອາເມຣິກາ, ເກົາຫຼີ, ຍີ່ປຸ່ນ. ສ່ວນໃຫຍ່ນັກທ່ອງທ່ຽວຈະມັກມານອນແຮມຄືນໃນເມືອງເຟືອງນີ້ເພາະມັນສະຫງົບດີ, ແຫຼ່ງນໍ້າສະອາດ ແລະ ພວກເຮົາໃນກຸ່ມນັກທຸລະກິດທ່ອງທ່ຽວຮ່ວມກັບເມືອງກໍໄດ້ເປັນຈິດໜຶ່ງໃຈດຽວກັນຄື: ຖືເອົາການພັດທະນາຍືນຍົງ ແລະ ສ້າງມິດກັບສິ່ງແວດລ້ອມ.

ທ່ານ ນາງ ວອນ​ມາ​ນີ​ວົງ ສະ​ເຕີນ ຍັງລາຍງານຕື່ມອີກວ່າ: ທຸລະກິດທ່ອງທ່ຽວພາຍໃນເມືອງເຟືອງເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວແບບກ້າວກະໂດດ ສະນັ້ນເພື່ອສ້າງເງື່ອນໄຂ ແລະ ເປັນທາງເລືອກໃຫ້ນັກທ່ອງທ່ຽວຕ້ອງການໄປຫາບ່ອນສະຫງົບທີ່ສຸດອີກໜຶ່ງໃນລາວຈິ່ງໄດ້ຕັດສິນໃຈພັດທະນາແຫຼ່ງທ່ອງທ່ຽວໃໝ່ເອີ້ນວ່າ “ ອ່າງນໍ້າລີກຣີສອດ” ຕັ້ງຢູ່ຕາມໝູ່ເກາະດອນນ້ອຍກາງນໍ້າລີກໃນໜ້າເຂື່ອນເພື່ອເປີດໂອກາດໃຫ້ນັກທ່ອງທ່ຽວມາພັກຜ່ອນແບບຄອບຄົວ, ເປັນໝູ່ຄະນະ, ຄູ່ບ່າວສາວ ຊຶ່ງຫ່າງຈາກຕົວເມືອງເຟືອງປະມານ 10 ກິໂລແມັດ ແລະ ເປັນສະ​ຖານ​ທີ່ສະຫງົບທີ່ສຸດ. ເຂດທ່ອງທ່ຽວໃໝ່ນີ້, ພວກເຮົາໄດ້ເນັ້ນ ແລະ ຖືເອົາເປັນເອກະລັກຄື: ສະຫງົບ, ຄວາມສະອາດບໍ່ກະທົບຕໍ່ສິ່ງແວດລ້ອມ, ຮັບເອົາແຂກພໍດີກັບຫ້ອງນອນ ແລະ ບໍ່ຮັບແຂກເກີນ ຊຶ່ງປັດຈຸບັນ ພວກເຮົາມີ 9 ເຮືອນແພ ແລະ ມີ​ເຕັ້ນ​ນອນ​ພ້ອມ ໄວ້ຄ່ອຍບໍລິການແຂກ. ຖ້າທ່ານໃດຕ້ອງການມານອນ ຫຼື ມາທ່ອງທ່ຽວຕ້ອງຈ່ອງໄວ້ລ່ວງໜ້າກ່ອນ. ສະຖານທີ່ຕັ້ງຢູ່ ເມືອງເຟືອງ ແຂວງວຽງຈັນ ທ່ານໃດສົນໃຈສາມາດຕິດຕໍ່ພົວພັນ ສອບຖາມໄດ້ເບີໂທ 020 22088883 ຫຼື 54273888.

ສ່ວນກິດຈະກໍາ ແລະ ສິ່ງອໍານວຍຄວາມສະດວກໃນເຮືອນແພມີຄົບເຊັ່ນ: ເຄື່ອງໃຊ້ຄົວເຮືອນ, ຕູ້ເຢັນ, ອາຫານການກິນ ແລະ ອື່ນໆ ໃນກໍລະນີ ນັກທ່ອງທ່ຽວຕ້ອງການຢາກຂີ່ເຮືອ ຫຼື ລອຍນໍ້າຫຼິ້ນພວກເຮົາກໍມີເຮືອນ້ອຍ-ໃຫຍ່ໄວ້ຄ່ອຍບໍລິການ, ກາງຄືນສາມາດຕັ້ງແຄມນອນໄດ້ສະບາຍ ແລ້ວແຕ່ມັກ.

error: Content is protected !!