ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ບັນລຸກວ່າ 1,7 ລ້ານເທື່ອຄົນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 14 ມິຖຸນາ, ກະຊວງ ການທ່ອງທ່ຽວ ຂອງ ກຳປູເຈຍ ລາຍງານວ່າ: ໃນໄລຍະເດືອນ ມັງກອນ-ເດືອນເມສາ ຜ່ານມາ, ກຳປູເຈຍ ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ປະມານ 1,72 ລ້ານເທື່ອຄົນ, ເພີ່ມຂຶ້ນ 613% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ. ໃນນັ້ນ ນັກທ່ອງທ່ຽວ ຕ່າງປະເທດ ກວມເອົາພຽງແຕ່ 241.485 ເທື່ອຄົນ ໂດຍສະເພາະ ນັກທ່ອງທ່ຽວ ໄທ ເດີນທາງ ມາຢ້ຽມຢາມ ກຳປູເຈຍ ຫລາຍທີ່ສຸດ  ລວມມີ 570.021 ເທື່ອຄົນ; ຫວຽດນາມ  289.643 ເທື່ອຄົນ ແລະ ຈີນ 184.009 ເທື່ອຄົນ.

 ທ່ານ ທອງຄູນ ລັດຖະມົນຕີ ກະຊວງ ການທ່ອງທ່ຽວ ກຳປູເຈຍ ກ່າວວ່າ : ກຳປູເຈຍ ຄາດວ່າ  ຈະສາມາດ ດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ໃນປີ 2023 ຫລາຍກວ່າ 4 ລ້ານເທື່ອຄົນ,​ໃນຂະນະທີ່ ການຟື້ນຄືນ ການທ່ອງທ່ຽວ ຕ່າງປະເທດ ຂອງ ຈີນ ເປັນປະໂຫຍດ ຕໍ່ກຳປູເຈຍ ແລະ ທົ່ວໂລກ ຢ່າງຍິ່ງ. ທັງນີ້ ການທ່ອງທ່ຽວ ເປັນໜຶ່ງໃນ ສີ່ເສົາຫລັກ ທາງດ້ານ ເສດຖະກິດ ກຳປູເຈຍ. ກຳປູເຈຍ ມີແຫລ່ງມໍລະດົກ 3 ແຫ່ງ ໄດ້ແກ່: ອຸທະຍານບູຮານຄະດີ ອັງກໍຣ ຫລື ນະຄອນວັດ ໃນແຂວງຊຽມຣຽບ; ປະສາພະວິຫານ ໃນແຂວງພະວິຫານ ແລະ ແຫລ່ງບູຮານຄະດີ ສົມບູນໄພຄຸກ ໃນແຂວງກຳປົງທຳ

error: Content is protected !!