ບ້ານ ນາຍາງໃຕ້, ເມືອງ ນ້ຳບາກ, ແຂວງ ຫຼວງພະບາງ ໄດ້​ຮັບ 2 ລາງວັນມາດຕະຖານທ່ອງທ່ຽວອາຊຽນ.

ສປປ ລາວ ສາມາດຍາດໄດ້ 4 ມາດຕະຖານ ລວມເປັນ 35 ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2023 ໃນ​ນີ້ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງໄດ້​ຮັບ 2 ລາງວັນ​ມາດຕະຖານເຮືອນພັກແຮມອາຊຽນ ແລະ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຊຶ່ງ ມາດຕະຖານເຮືອນພັກແຮມອາຊຽນໃນຈໍານວນ 5 ແຫ່ງມີຄື: 1. ບ້ານ ນາຍາງໃຕ້, ເມືອງ

ອ່ານເພີ່ມ...

ເຈົ້າແຂວງສະຫວັນນເຂດຊຸກຍູ້ວຽກງານທ່ອງທ່ຽວທີ່ເມືອງໄຊພູທອງ.

ແຫລ່ງຂ່າວຈາກ ເມືອງໄຊພູທອງ ໃຫ້ຮູ້ວ່າ: ວັນທີ 8 ມີນາ 2023 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງເຄືອນໄຫວຕິດຕາມ-ຊຸກຍູ້ວຽກງານພັດທະນາການທ່ອງທ່ຽວ ຢູ່ເມືອງໄຊພູທອງ ໂດຍການຕ້ອນຮັບຂອງ ທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ.ການລົງເຄື່ອນໄຫວຄັ້ງນີ້, ທ່ານເຈົ້າແຂວງສະຫວັນນເຂດ ໄດ້ຮັບຟັງການລາຍງານຈາກເຈົ້າເມືອງ ໄຊພູທອງ ກ່ຽວກັບແຜນຈະພັດທະນາແຫລ່ງທ່ອງທ່ຽວຜາສາດເຮືອນຫີນ, ທີ່ເປັນອີກແຫລ່ງທ່ອງທ່ຽວໜຶ່ງສໍາຄັນທາງດ້ານປະຫວັດສາດຖັດຈາກວັດພູຈໍາປາສັກ

ອ່ານເພີ່ມ...

ງາມຫຼາຍ! ໂຄງການພັດທະນາ ສິ່ງອຳນວຍຄວາມສະດວກຢູ່ ອ່າງນໍ້າງື່ມ 1 ແຂວງ ວຽງຈັນ ຄາດຈະໄດ້ນຳໃຊ້ຕົວຈິງ ເດືອນ ມິຖຸນາ ປີນີ້

ຂ່າວສານແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເລີ່ມໂຄງການພັດທະນາພື້ນຖານໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ເຊິ່ງເປັນໂຄງການທິ່ຈະປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກແຫຼ່ງທ່ອງທ່ຽວເຂດອ່ານໍ້າງື່ມ 1 ຢູ່ແຂວງ ວຽງຈັນ.ໂຄງການດັ່ງກ່າວໄດ້ຮັບທຶນກໍ່ສ້າງຈາກ ທະນາຄານພັດທະນາອາຊີ Asia Development Bank ເຊິ່ງໄດ້ເລີ່ມກໍ່ສ້າງມາແລ້ວໃນວັນທີ 1 ກໍລະກົດ 2021

ອ່ານເພີ່ມ...

ລົງສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການປັບປຸງສະຖານທີ່ທ່ອງທ່ຽວໃນ​ ແຂວງ​ ຫຼວງນໍ້າທາ.

ວັນທີ 26 ມັງກອນ ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ໜ່ວຍງານທ່ອງທ່ຽວ) ເມືອງ​ ຫຼວງນໍ້າທາ. ໂດຍອີງຕາມການສະເໜີຂອງບໍລິສັດ MS ພັດທະນາການລົງທຶນຈໍາກັດຜູ້ດຽວ ແລະ ບໍລິສັດທ່ອງທ່ຽວກຶມມຸ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການຈະປັບປຸງ,ຟື້ນຟູເຂດແຫຼ່ງທ່ອງທ່ຽວແກ້ງງົວ ບ້ານສົບຊີມເມືອງຫຼວງນໍ້າທາ ເພື່ອຈະພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວໃນຕໍ່ໜ້າ. Cr.

ອ່ານເພີ່ມ...

ຈຳປາສັກ – ອຸບົນຣາຊະທານີ ຮ່ວມຈັດກິດຈະກໍາສົ່ງເສີມກິລາ ແລະ ການທ່ອງທ່ຽວ

ໃນວັນທີ 15 ມັງກອນ ຜ່ານມາທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ ໂດຍເປັນປະທານກ່າວເປີດຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ

ອ່ານເພີ່ມ...

ມາເບິ່ງ​ບັນຍາກາດ! ບຸນເກຼິ ຂອງຊົນເຜົ່າກຶມມຸ ປະຈໍາປີ 2023

ວັນທີ 4 ມັງກອນ 2023 ນີ້, ບ້ານໂພນໂຮມ ເມືອງ ຕົ້ນເຜິ້ງ ໄດ້ຈັດງານບຸນເກຼິ ຫຼື ບຸນເຕັຈນຶມຂອງເຜົ່າກຶມມຸ ປະຈໍາປີ 2023 ຂຶ້ນ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ໃຫ້ກຽດເຂົ້າຮ່ວມງານມີ ທ່ານ ບຸນທັນ ບຸນທິໄຊ ປະທານແນວລາວສ້າງຊາດເມືອງ ຕົ້ນເຜິ້ງ, ທ່ານ ປອ

ອ່ານເພີ່ມ...

ເປີດເທດສະການໝາກກ້ຽງຫວານປະຈຳປີ​ 2022​ ທີ່ເມືອງ​ ວັງວຽງ

ໃນທ້າຍເດືອນ​ ທັນວາ​ ນີ້, ເມືອງ​ ວັງ​ວຽງ,​ແຂວງວຽງຈັນ​ ໄດ້ຈັດພິທີເປີດເທດສະການໝາກກ້ຽງຫວານປະຈຳປີ​ 2022​ ໂດຍມີຂະບວນແຮ່ໝາກກ້ຽງຫວານຈາກວັດກາງສຸວັນນາຣາມຫາເດີ່ນຍົນ,​ ໂດຍການເປັນປະທານຂອງທ່ານຄໍາພັນສິດທິດໍາພາກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານບົວສອນບຸບຜາວັນອະດີດກຳມະການກົມການເມືອງສູນກາງພັກອະດີດນາຍົກລັດຖະມົນຕີ, ມີທ່ານເຈົ້າເມືອງວັງວຽງ,ບັນດາກຳມະການພັກແຂວງ, ບັນດາເຈົ້າເມືອງແລະຮອງເຈົ້າເມືອງອ້ອມຂ້າງ, ຫົວໜ້າພະແນກ, ຄະນະປະຈຳພັກເມືອງກຳມະການພັກເມືອງພ້ອມດ້ວຍຄະນະນໍາຂັ້ນເມືອງພໍ່ແມ່ປະຊາຊົນແຂກຖືກເຊີນແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ. ໃນພິທີ, ທ່ານບຸນຈັນມາລາວົງກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງວັງວຽງຍັງໄດ້ໃຫ້ກຽດເປີດງານໝາກກ້ຽງຫວານປະຈຳປີ2022ຢ່າງເປັນທາງການ. ໂດຍທ່ານກ່າວຕື່ມວ່າຈຸດປະສົງກໍເພື່ອເປັນການສົ່ງເສີມຂະບວນການຜະລິດທາງດ້ານກະສິກຳເປັນສິນຄ້າຂອງເມືອງໃຫ້ມີຂະບວນຟົດຟື້ນແລະເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມສປປລາວກໍຄືເມືອງວັງວຽງໃຫ້ນັບມື້ຫຼາຍຂຶ້ນແລະໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳລວມມີກິດຈະກຳທັງພາຍໃນແລະຕ່າງປະເທດຊຶ່ງແນໃສ່ບັນດາກິດຈະກຳໃນການສົ່ງເສີມບຸນປະເພນີແລະເທດສະການຕ່າງໆຂອງບັນດາແຂວງໃນຂອບເຂດທົ່ວປະເທດ. ພາຍໃນງານມີຕະຫຼາດນັດກະສິກຳເປັນຕົ້ນແມ່ນໝາກກ້ຽງແລະການບໍລິການທາງດ້ານການທ່ອງທ່ຽວເຮືອກາຍັກ,ກົງເບັງແລະອື່ນໆ. ຕອນທ້າຍພິທີຍັງໄດ້ມີການລັ່ນຄ້ອງ9ບາດພ້ອມຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງງານແມ່ນຈະເປີດຈົນຮອດວັນທີ3ມັງກອນ2023. (ຂ່າວ-ພາບ: ໝອນແກ້ວ)

ອ່ານເພີ່ມ...

ລ່ອງເຮືອຊົມວິວນໍ້າຂອງດອນເມນ ໜຶ່ງໃນກິດຈະກໍາສົ່ງເສີມການທ່ອງທ່ຽວ ເມືອງ ແກ່ນທ້າວ

ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການລ່ອງເຮືອຕາມລໍານໍ້າຂອງດອນເມນ ຊົມທິວທັດທໍາມະຊາດ ເປັນກິດຈະກໍານໍາທ່ຽວ ທີ່ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງແກ່ນທ້າວ ກໍານົດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວພາຍໃນເມືອງ ເຊິ່ງກ່ອນໜ້ານີ້, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຂຽນໂຄງການລ່ອງເຮືອທ່ອງທ່ຽວຊົມວິວດອນເມນ ຫາເວີນຄໍາ ນໍາຮ່ອງຮອຍປະຫວັດສາດເມືອງເປັງຈານນະຄອນລັດ ໂດຍອີງໃສ່ຈຸດພິເສດຂອງບ້ານດອນເມນ ທີ່ຕັ້ງຢູ່ລຽບຕາມລໍານໍ້າຂອງ ຫ່າງຈາກເທສະບານເມືອງປະມານ

ອ່ານເພີ່ມ...

ໄຫຫີນມໍລະດົກໂລກ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ

ໄຫຫີນມໍລະດົກໂລກ ສ້າງຄວາມພາກພູມໃຈໃຫ້ແກ່ຄົນລາວເຮົາ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໄຫຫີນໄດ້ສ້າງຊື່ສຽງ, ພາບພົດຂອງປະເທດລາວ ເວົ້າລວມ ເວົ້າສະເພາະ ກໍຄື ຊາວ ແຂວງຊຽງຂວາງ, ໄຫຫີນ ສາມາດເຮັດໃຫ້ແຂກຄົນທຸກສາລະທິດສົນໃຈມາທ່ຽວຊົມນັບມື້ເພີ່ມຂຶ້ນ, ໄຫຫີນເປັນມໍລະດົກໂລກໄດ້ຊຸກຍູ້ອຸດສາຫະກຳການທ່ອງທ່ຽວດ້ານວັດທະນະທຳ ແລະ ທຳມະຊາດທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ຄຸນຄ່າທີ່ແທ້ຈິງຂອງມໍລະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍລະດົກດັ່ງກ່າວ. ທ່ານ ໜອນ ນວນທະສິນ

ອ່ານເພີ່ມ...

ຕາດເລິກ ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ

ຕາດຊາຍເຂດບ້ານ​ ຫ້ວຍເລິກ,​ ຂຶ້ນກັບເມືອງ​ ທ່າພະບາດ,​ ແຂວງ​ ບໍລິຄຳໄຊ​ ຫ່າງຈາກເທດສະບານເມືອງດັ່ງກ່າວ ປະມານ 17 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ມີຫ້ອງວາງສະແດງຊີວະນາໆພັນ, ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແຕ່ປີ 2004. ຕາດເລິກເປັນນ້ຳຕົກຕາດທີ່ກີດຂວາງທິດທາງການໄຫຼຂອງກະແສແມ່ນ້ຳເລິກ ຈຶ່ງເຮັດໃຫ້ກະແສນ້ຳດັ່ງກ່າວ ຕ້ອງໄຫຼເຊາະກ້ອນຫີນເປັນເວລາຫຼາຍລ້ານປີ ຈົນເຮັດໃຫ້ຕາດມີຫຼາຍຮູບຫຼາຍລັກສະນະໃນປັດຈຸບັນ ແລະ ງົດງາມເປັນເອກະລັກຢູ່ບໍລິເວນນີ້ນັກທ່ອງທ່ຽວຍັງສາມາດຍ່າງປ່າ ເພື່ອສຶກສາຊີວະນາໆພັນ ແລະ ຕັ້ງເຕັ້ນຄ້າງຄືນນອນກາງປ່າ

ອ່ານເພີ່ມ...
error: Content is protected !!