ໃນວັນທີ່ 7 ພະຈິກ 2022 ນີ້ ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ ຜູ້ໃຫ້ບໍລິການເຊົ່າສິນເຊື່ອ ໃຫ້ບໍລິການສິນເຊື່ອລົດຈັກ ໄດ້ມີການຈັດພິທີລົງນາມການຮ່ວມມືທາງທຸລະກິດເຊົ່າສິນເຊື່ອ ຜ່ອນຊື້ຄໍາ ຮ່ວມກັບ “ຮ້ານຄໍາພູວົງ” ຜູ້ປະກອບການຮ້ານຄໍາລາຍໃຫຍ່ ໃນ ສປປ.ລາວ. ໂດຍມີທ່ານ ສຸພັກ ຖິ່ນໄຊພອນ CEO
Author: admin
ແຂວງ ອຸດົມໄຊ ທຳລາຍສິນຄ້າຮຽນແບບ ແລະ ໝົດອາຍຸ ເປັນຈຳນວນຫຼາຍ
ພິທີທຳລາຍສິນຄ້າຮຽນແບບ ແລະ ສິນຄ້າທີ່ໝົດອາຍຸ ຫຼາຍລາຍການທີ່ກວດພົບຢູ່ສອງຕະຫຼາດໃນເທດສະບານແຂວງ ອຸດົມໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍມີ ທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ພ້ອມດ້ວຍເຈົ້າໜ້າທີ່ການຄ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສິນຄ້າ ແລະ ອາຫານ ທີ່ໝົດອາຍຸ ທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນການລົງກວດກາຂອງເຈົ້າໜ້າທີ່
ເຂົ້າຫຼາມ-ປີ້ງໄກ່ ເປັນສິນຄ້າເອກກະລັກໃນງານບຸນທາດຫຼວງ
ງານບຸນນະມັດສະການພະທາດຫຼວງ ວຽງຈັນ ເປັນບຸນປາງໃຫຍ່ຂອງຊາວ ລາວ ທົ່ວປະເທດ ໂດຍສະເພາະແມ່ນຊາວນະຄອນຫຼວງ ວຽງຈັນ ໂດຍໄດ້ເຕົ້າໂຮມເອົາບັນດາຮ້ານຂາຍເຄື່ອງປະເພດຕ່າງໆມາວາງຂາຍຈຳນວນຫຼວງຫຼາຍ ເພື່ອໃຫ້ຜູ້ມາທ່ຽວງານບຸນໄດ້ເລືອກຊື້ ແລະ ສິ່ງທີ່ຂາດບໍ່ໄດ້ໃນງານບຸນ ນັ້ນກໍຄືເຂົ້າຫຼາມ-ປີ້ງໄກ່ ເຊິ່ງເປັນສິນຄ້າເອກະລັກຂອງແຕ່ລະງານບຸນກໍວ່າໄດ້. ທ່ານນາງ ຟອງ ອິນທະຈັກ ບ້ານໂພນສະຫວ່າງ ເມືອງ ໂພນໂຮງ ແຂວງ ວຽງຈັນ ແມ່ນຄ້າຂາຍເຂົ້າຫຼາມ-ປີ້ງໄກ່ໃນງານບຸນນະມັດສະການພະທາດຫຼວງ ໃຫ້ສຳພາດວ່າ ເຂົ້າຫຼາມ-ປີ້ງໄກ່
ຊີ້ແຈງແລ້ວ! ກໍລະນີ ມີການແຫ່ນາງສາວອ້ອມ ພຣະທາດຫຼວງ ວຽງຈັນ
ເມື່ອມີຫຼາຍຄົນໂພສຮູບກ່ຽວກັບການແຫ່ນາງສາວທີ່ ພຣະທາດຫຼວງ ວຽງຈັນ ໃນວັນທີ 6 ພະຈິກ 2022 ເຮັດໃຫ້ຫຼາຍຄົນໄດ້ເຂົ້າມາສະແດງຄວາມຄິດເຫັນຕໍ່ກັບກໍລະນີດັ່ງກ່າວ ມີທັງການຕັ້ງຄຳຖາມວ່າ ແມ່ນປະເພນີໃດ ແລະ ສົມຄວນແລ້ວບໍ່ ເຮັດແບບນີ້? ເຊິ່ງຫຼ້າສຸດ, ໜຶ່ງໃນຜູ້ຮ່ວມຈັດຕັ້ງ ກໍໄດ້ອອກມາຊີ້ແຈ້ງຜ່ານເຟສບຸກສ່ວນໂຕວ່າ: “ຂໍອະນຸຍາດຊີ້ແຈງ ແລະ ຂໍສົມມາລາໂທດຈາກກິດຈະກຳແຫ່ຜາສາດເຜິ້ງຂອງມື້ວານນີ້ ເຊິ່ງພວກຂ້ານ້ອຍບໍ່ມີເຈຕະນາຈະຫຼົບລູ່ດູໝິ່ນສະຖານທີ່ແຕ່ຢ່າງໃດ ເຮັດຂຶ້ນເພື່ອຫວັງຢາກຊ່ອຍສົ່ງເສີມວຽກງານສິລະປະ ແຕ່ກໍຖືວ່າອາດເປັນສິ່ງທີ່ບໍ່ເໝາະສົມໃນສາຍຕາຂອງສັງຄົມ ເລີຍຢາກຂໍກະຈ່າງແຈ້ງຊີ້ແຈງຕື່ມ ເຊິ່ງກິດຈະກຳນີ້ແມ່ນເປັນກິດຈະກຳຂອງໄວໜຸ່ມທີ່ມັກຮັກໃນງານສິລະປະວັດທະນະທຳລາວ
ເຊີນຮ່ວມ ແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການ ພຣະທາດຫຼວງ ປະຈຳປີ 2022 ແມ່ນຈະເລີ່ມແຫ່ໃນຕອນບ່າຍ 13:30 ໂມງ ຂອງມື້ນີ້
ປະເພນີແຫ່ຜາສາດເຜີ້ງເປັນພິທີກຳທາງສາສະໜາ ແມ່ນວັດທະນະທຳອັນດີງາມ ທີ່ສະແດງເຖິງຄວາມພາກພຽນ ການປະດິດຄິດສ້າງ ແລະ ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນ ດາເຜົ່າໂດຍສະເພາະແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ສືບທອດກັນມາແຕ່ບູຮານນະການ ໂດຍແຕ່ລະປີໄດ້ມີການຈັດຂຶ້ນໃນວັນຂຶ້ນ 14 ຄໍ່າເດືອນສິບສອງຂອງງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ເພື່ອເປັນການສືບສານວັດທະ ນະທຳອັນດີງາມໃຫ້ຄົງຢູ່ກັບປະຊາຊົນລາວຕະຫຼອດໄປ.
ບຸນທາດຫຼວງປີນີ້ ໄດ້ວາງຖັງຂີ້ຫຍື້ອ 300 ກວ່າຖັງ ໃນແຕ່ລະຈຸດ ເພື່ອໃຫ້ທຸກຄົນໄດ້ຮັກສາຄວາມສະອາດ
ທາງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ບໍລິສັດສະມອນບີ້ ໄດ້ນຳເອົາຖັງຂີ້ເຫຍື້ອ ໄປວາງໄວ້ບໍລິການຖີ້ມຂີ້ເຫຍື້ອຫຼາຍກວ່າ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ ແລະ ນຳໃຊ້ແຮງງານອະນາໄມເດີ່ນພະທາດຫຼວງຈຳນວນ 150 ຄົນ ເພື່ອຮັກສາເດີ່ນພະທາດຫຼວງໃຫ້ມີຄວາມຈົບງາມ. ໂດຍທີມງານອະນາໄມ ຈະເຮັດໜ້າທີ່ອະນາໄມ ທັງກາງເວັນ ແລະ ກາງຄືນ. ສຳລັບທີມງານອະນາໄມກາງເວັນ ແມ່ນໄດ້ເບີ່ງຄືນຕິດຕາມເກັບມ້ຽນຂີ້ເຫຍື້ອທາງເບື້ອງເຂົ້າພະທາດຫຼວງ ແລະ ດ້ານໃນອົງພະທາດຫຼວງ
ລາວ 1 ດຽວໃນອາຊຽນ ທີ່ຕິດອັນດັບໂລກ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນປີ 2023
ອີງຕາມການລາຍງານຂອງວາລະສານ National Geographic ເຊິ່ງຢູ່ໃນຫົວຂໍ້ 25 breathtaking places and experiences for 2023 ຫຼື ໜຶ່ງຈຸດໝາຍປາຍທາງທີ່ໜ້າໄປຢ້ຽມຢາມໃນປີ 2023 ການ ຈັດອັນດັບຄັ້ງນີ້ມາຈາກການຈັດໂດຍອີງໃສ່ 5 ໝວດໝູ່ຄື: ຊຸມຊົນ, ທຳມະຊາດ, ຄອບຄົວ, ວັດທະນາທຳ ແລະ ການພະຈົນໄພ
ປະເພນີແຫ່ຜາສາດເຜິ້ງ ງານບຸນນະມັດສະການພະທາດຫຼວງ
ປະເພນີແຫ່ຜາສາດເຜິ້ງເປັນອີກໜຶ່ງກິດຈະກຳທີ່ໄດ້ສືບທອດ ແລະ ປະຕິບັດໃນງານບຸນນະມັດສະການພະທາດຫຼວງວຽງຈັນມາເປັນເວລາຫຼາຍກວ່າ 4 ສະຕະວັດຜ່ານມາ ຊຶ່ງຂະບວນແຫ່ຜາສາດເຜິ້ງປີນີ້ຈະເລີ່ມໃນຕອນບ່າຍຂອງມື້ຂຶ້ນ 14 ຄ່ຳ ເດືອນ 12 ພ.ສ 2565 ກົງກັບ ວັນທີ 7 ພະຈິກ 2022 ຊຶ່ງຈະມີຫຼາຍຊັ້ນຄົນໄດ້ມາເຕົ້າໂຮມຢູ່ວັດສີເມືອງ ສະຖານທີ່ສັກກາລະບູຊາຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດກ່ອນທີ່ຈະແຫ່ໄປພະທາດຫຼວງ. ຜາສາດເຜິ້ງທີ່ນຳມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍໄມ້ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜິ້ງ
ກຽມພົບກັບຕະຫລາດນັດພົບແຮງງານປະຈຳປີ 2022 ໃນກາງເດືອນ ພະຈິກ ນີ້
ກຽມພົບກັບຕະຫລາດນັດພົບແຮງງານປະຈຳປີ 2022 ເຊິ່ງຈະຈັດຂຶ້ນວັນ ທີ 17-20 ພະຈິກ 2022 ທີ່ພະແນກແຮງງານແລະ ສະຫວັດດີການສັງຄົມ ນະຄອນຫລວງ ວຽງຈັນ, ຕັ້ງຢູ່ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫລວງ ວຽງຈັນ. ຄາດວ່າ ຈະມີຜູ້ເຂົ້າຮ່ວມງານ 3,000 ຄົນ; ໃນນັ້ນ, ມີທັງມາທ່ຽວຊົມ ແລະ ມາລົງທະບຽນ ສະໝັກ
ແຂວງ ສາລະວັນ ຈະສູ້ຊົນ 6 ເປົ້າໝາຍໃຫຍ່ເພື່ອພັດທະນາເສດຖະກິດ-ສັງຄົມ ປີ 2023
ທ່ານ ໂພສີ ແກ້ວສີພັນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງສາລະວັນ ເປີດກວ້າງຄັ້ງທີ 7 ສະໄໝທີ IX ຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາລະວັນ, ໃນປີ 2023 ນີ້ແມ່ນເປັນທີ 3 ໃນການຈັດຕັ້ງຜັນຂະຫຍາຍແຜນ 5 ປີຄັ້ງ IX ຂອງອົງຄະນະພັກແຂວງ,










