ຂໍ້ມູນຈາກ: fifa
Author: admin
ມອບ-ຮັບ ສິ່ງເສດເຫລືອທະຫານ ອາເມຣິກາ
ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ລາວ
ລັດຖະບານ ສປປ ລາວ ໄດ້ມອບສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມ ຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 5 ປະຈໍາສົກປີ 2021-2022 ຢູ່ເຂດເມືອງແປກ ແລະ ເມືອງຄໍາ ແຂວງຊຽງຂວາງ. ພິທີມອບ-ຮັບ
ສະຕາບັກຊ໌ (Starbucks) ເປີດຮ້ານສາຂາທໍາອິດ ໃນ ລາວ
ສະຕາບັກຊ໌ (Starbucks) ນຳເອົາ ອີກສະຖານທີ່ໜຶ່ງ ທີ່ໜ້າຢູ່ ມາສູ່ປະເທດ ລາວ ດ້ວຍການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງ ວຽງຈັນ ຢ່າງເປັນທາງການ !!! ວັນທີ 3 ພະຈິກ 2022, ສະຕາບັກຊ໌ໄດ້ມີການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງ ວຽງຈັນ ຢ່າງເປັນທາງການ ເພື່ອເປັນສ່ວນໜຶ່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງ ສະຕາບັກຊ໌ ໃນທົ່ວພາກພື້ນ
ສະມາຄົມທັນຕະແພດ ລາວ-ໄທເປີດບໍລິການກວດສຸຂະພາບ ບໍ່ເສຍຄ່າ
ສະມາຄົມທັນຕະແພດລາວ, ຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະ ຍາສາດ ສຸຂະພາບ(ມວສ) ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ໜ່ວຍທັນຕະກຳ ທາງພາກລັດ-ເອກະຊົນ ແຫ່ງປະເທດໄທ ໄດ້ເປີດໃຫ້ບໍລິການກວດພະຍາດທົ່ວໄປ ແລະ ການບໍລິການທາງດ້ານທັນຕະກຳ ໃຫ້ແກ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ໂດຍ ບໍ່ເສຍຄ່າ ເຊິ່ງໄດ້ຈັດຂຶ້ນໃນວັນທີ 1 ພະຈິກ ນີ້
ອາຊຽນ+3 ເລັ່ງຟື້ນຟູຕະຫລາດແຮງງານຫລັງ ໂຄວິດ-19
ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ກະຊວງ ແຮງງານ ອາຊຽນ + 3 (ALMM+3, ລວມມີ ອາຊຽນ ແລະ 3 ປະເທດ ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ຄັ້ງທີ 12
ພະຍາດໝາກສຸກລີງ ກາຍເປັນເຫດສຸກເສີນ ດ້ານສາທາລະນະສຸກໂລກ
ຕາມຂ່າວຈາກ ເຈນີວາ, ອົງການ ອະນາໄມໂລກ (WHO) ເປີດເຜີຍວ່າ: ຄະນະກຳມະ ການ ເຫດສຸກເສີນ ຂອງ ອົງການ ອະນາໄມໂລກ ໄດ້ຕົກລົງ ເຫັນດີ ໃຫ້ພະຍາດ ໝາກສຸກລີງ (Monkey pox) ຄວນເປັນເຫດ ສຸກເສີນ ດ້ານສາທາ ລະນະສຸກໂລກ ຕໍ່ໄປ(PHEIC) ນັບຕັ້ງ
ບຸນທາດຫລວງ ປີນີ້ ຈະມີຜາສາດເຜິ້ງທີ່ໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີ
ງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2022 ທີ່ຈະເປີດຂຶ້ນເລີ່ມແຕ່ ວັນທີ 4-8 ພະຈິກ 2022 ນີ້, ຄະນະຮັບຜິດຊອບຈັດງານບຸນ ໄດ້ມອບໃຫ້ບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ສ້າງຜາສາດເຜິ້ງຄູ່ໜຶ່ງທີ່ໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີທີ່ເຄີຍຈັດມາ, ມີຄວາມສູງປະ ມານ 3 ແມັດ, ພ້ອມທັງຈະເຮັດ ໝາກເບັງໃຫຍ່ ຄູ່ໜຶ່ງ,
ສະຫວັນນະເຂດ ກຽມຜະລິດແນວພັນເຂົ້າ 50–60 ໂຕນ ສະໜອງໃຫ້ການຜະລິດລະດູແລ້ງ
ສູນຄົ້ນຄວ້າກະສິກຳທ່າສະໂນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ ວາງແຜນຜະລິດແນວພັນເຂົ້າໃຫ້ໄດ້ 50–60 ໂຕນ ເພື່ອກຽມຄວາມພ້ອມ ສະ ໜອງໃຫ້ແກ່ຊາວກະສິກອນ ເຂົ້າໃນການຜະລິດລະດູແລ້ງປີນີ້ ເພື່ອຮັບປະກັນໃຫ້ມີແນວ ພັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ມີສະມັດຕະພາບສູງ ໃນທົ່ວແຂວງ. ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າສະໂນ ໄດ້ລາຍງານ ໃຫ້ຮູ້ ໃນວັນທີ
ກຽມຈັດສັນຕະຫລາດກາງຄືນ ໃຫ້ເປັນລະບຽບ ແລະ ສະດວກກວ່າເກົ່າ!
ນະຄອນຫຼວງພະບາງ ຈະມີການຈັດສັນຮູບແບບການຂາຍສິນຄ້າ ຢູ່ຕະຫຼາດກາງຄືນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍຄວາມສະດວກ, ສະບາຍແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ມາບໍລິການຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ການຈັດຈຸດນັ່ງຂາຍສິນຄ້າ ໃຫ້ເປັນລ໋ອກລວມ 2 ແຖວ, ປິ່ນຫລັງໃສ່ກັນ, ເລີ່ມແຕ່ໜ້າສະຖານີວິທະຍຸກະຈາຍສຽງ ແຂວງຫລວງພະບາງ ຫາ 3 ແຍກບ້ານຈຸມຄ້ອງ ເຊິ່ງສາມາດຮອງຮັບໄດ້ທັງໝົດ 443 ຮ້ານ ແນໃສ່ໃຫ້ຜູ້ປະກອບການທັງ
ກຽມພົບກັບຄວາມງົດງາມ ຂອງດອກໄມ້ເມືອງ ໜາວ ແຂວງ ຫົວພັນ
ຂໍເຊີນທ່ຽວຊົມງານເທດສະການ ດອກຄາຍປ່າ, ດອກຊາກຸຣະ ແລະ ປະກາດດອກຄາຍປ່າເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ທັນວາ 2022 ທີ່ ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ. ກິດຈະກຳພາຍໃນງານປະກອບມີ: 1. ງານປະກວດນາງສາວດອກຄາຍປ່າປະຈຳປີ 2. ງານແຂ່ງຂັນປະກວດນັກຮ້ອງສຽງດີ 3. ງານຕະຫຼາດນັດຂອງບັນດາເມືອງທົ່ວແຂວງ ແລະ ຕ່າງປະເທດ 4.










