ໃນວັນທີ 1 ພະຈິກ 2022, ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດຈາກຕ່າງປະເທດເຂົ້າມາເຂດ ເມືອງ ຕົ້ນເຜິ້ງ ໂດຍການຂົນສົ່ງມາທາງນໍ້າຂອງ ແລະ ນໍາໃຊ້ເຮືອກາບນ້ອຍເປັນພາຫະນະ ສ່ວນຈຸດເອົາຢາເສບຕິດຂຶ້ນຝັ່ງນັ້ນແມ່ນທ່ານໍ້າຂອງ ລະຫວ່າງ ບ້ານ ດອນສະຫວັນ ຫາ ບ້ານ ພຽງງາມ
Author: admin
9 ເດືອນຜ່ານມາ ອັດຕະປື ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ ເມືອງ ສະໜາມໄຊ
ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກ ຮອງເຈົ້າແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ທີ່ເປີດຂຶ້ນຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນອໍານາດການປົກຄອງແຂວງອັດຕະປື ໄດ້ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ ເມືອງ ສະໜາມໄຊ. ໃນນີ້ວຽກງານຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ໂດຍສະເພາະໂຄງການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫຼັງ ມູນຄ່າ 24 ລ້ານ
ໃນເດືອນ ຕຸລາ ອັດຕາເງິນເຟີ້ຂອງ ລາວ ເພີ່ມຂຶ້ນເປັນ 36.7%
ອັດຕາເງິນເຟີ້ຂອງ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ໃນ ເດືອນ ຕຸລາ 2022 ເພີ່ມຂຶ້ນ 36.7% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ, ຈາກ 34.5% ໃນເດືອນ ກັນຍາ 2022 ຫຼື ເພີ່ມຂຶ້ນ 2.2% ເມື່ອທຽບໃສ່ເດືອນກັນຍາ 2022. ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ
ແຂ່ງຂັນກີລາຕີຄີ ປີນີ້ ຝ່າຍປະຊາຊົນ ເອົາຊະນະ ຝ່າຍພະນັກງານ 5-4
ໃນທຸກໆປີ ກໍຄືມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫຼວງ ຄືມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ຕອນເຊົ້າ ມີພິທີໃສ່ບາດ ແລ້ວໃນຕອນບ່າຍເພິ່ນຈະຈັດການເສັງຕີຄີ (ແຂ່ງຂັນກີລາຕີຄີ) ຂຶ້ນໃນເວລາ 12:30 ໂມງ ຂອງວັນທີ 8 ພະຈິກ 2020 ຢູ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫລວງ ວຽງຈັນ ລະຫວ່າງຝ່າຍປະຊາຊົນ ແລະ
ຄະນະນໍາ ນວ ພ້ອມມວນຊົນ ຊາວນະຄອນຫຼວງ ວຽງຈັນ ຮ່ວມວຽນ ທຽນໃນງານບຸນພະທາດຫຼວງ
ຄະນະນໍານະຄອນຫຼວງ ວຽງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ພ້ອມມວນຊົນຊາວນະຄອນຫຼວງ ວຽງຈັນ ແລະ ບັນດາແຂວງໃກ້ຄຽງ ເຂົ້າຮ່ວມພິທີວຽນທຽນ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2022 ຢ່າງໜາແໜ້ນ ເຊິ່ງພິທີວຽນທຽນມີຂຶ້ນ ໃນວັນທີ 8 ພະຈິກ ກົງກັບມື້ຂຶ້ນ 15
ບັນຍາກາດ ຈູດພຸໄຟ ບຸນທາດຫຼວງ ປີນີ້
ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ເມືອງ ໄຊ ສຳເລັດແລ້ວ 90.11% ແລ້ວ
ຕາມການສະຫລຸບລາຍງານ ຂອງພະແນກ ຍທຂ ແຂວງ ອຸດົມໄຊ ໃນຕົ້ນເດືອນພະຈິກຜ່ານມານີ້ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ຫລື ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນ້ຳຖ້ວມ ເມືອງໄຊ ແຂວງອຸດົມໄຊ ໃນໄລຍະສັນຍາທີ 1 ລະ ຫວ່າງ ຈຸດຂົວນ້ຳກໍ 2 ບ້ານເຈງ ຫາ ຂົວນ້ຳກໍ 4
ຮອງປະທານປະເທດ ໄດ້ຮັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ຈາກລັດຖະບານ ຍີ່ປຸ່ນ
ໃນວັນທີ 3 ພະຈິກ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ປະກາດລາຍຊື່ຊາວຕ່າງຊາດຜູ້ທີ່ໄດ້ຮັບຫລຽນກຽດຕິຄຸນໃນລະດູໃບໄມ້ຫລົ່ນ ປະຈຳປີ 2022 ແລະ ໄດ້ປະ ດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ໃຫ້ ທ່ານນາງ ປານີ ຢາທໍ່ຕູ້ ທີ່ມີຜົນງານການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ມິດຕະພາບອັນດີງາມລະຫວ່າງ ສປປ ລາວ ແລະ
ການຈູດບັ້ງໄຟບູຊາ ພະທາດຫຼວງ ປີນີ້ ແມ່ນໃຫ້ຖືກຕ້ອງຕາມຮີດຄອງປະເພນີ ແລະ ໃຫ້ມີຄວາມປອດໄພ
ອີງຕາມ ມະຕິຕົກລົງຂອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ສະບັບເລກທີ 01/ຄພ.ນວ ລົງ ວັນທີ 05 ມັງກອນ 202 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວລາວສ້າງຊາດ ນະຄອນຫຼວງ ວຽງຈັນ. ອີງຕາມ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ, ສະບັບເລກທີ 866/ຈນວ, ລົງວັນທີ 19 ຕຸລາ 2022, ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງ
ບັນຍາກາດ! ຮ່ວມໃສ່ບາດ ບຸນທາດຫລວງ ວຽງຈັນ ປະຈຳປີ 2022
ໃນວັນທີ 8 ພະຈິກ 2022 ນີ້, ກົງກັບມື້ຂຶ້ນ 15 ຄ່ຳເດືອນ 12, ເປັນມື້ສຸດ ທ້າຍຂອງບຸນນະມັດສະການພະທາດຫລວງວຽງຈັນ ມວນຊົນຊາວນະຄອນຫລວງ ວຽງຈັນ ກໍຄື ພຸດທະສາສະນິກະຊົນໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ເດີ່ນທາດຫລວງ ໂດຍມີບັນດາການນໍາພັກ, ລັດ ນຳໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ,










