ບຸນທາດຫຼວງປີນີ້ ໄດ້ວາງຖັງຂີ້ຫຍື້ອ 300 ກວ່າຖັງ ໃນແຕ່ລະຈຸດ ເພື່ອໃຫ້ທຸກຄົນໄດ້ຮັກສາຄວາມສະອາດ

ທາງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ບໍລິສັດສະມອນບີ້ ໄດ້ນຳເອົາຖັງຂີ້ເຫຍື້ອ ໄປວາງໄວ້ບໍລິການຖີ້ມຂີ້ເຫຍື້ອຫຼາຍກວ່າ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ ແລະ ນຳໃຊ້ແຮງງານອະນາໄມເດີ່ນພະທາດຫຼວງຈຳນວນ 150 ຄົນ ເພື່ອຮັກສາເດີ່ນພະທາດຫຼວງໃຫ້ມີຄວາມຈົບງາມ.

ໂດຍທີມງານອະນາໄມ ຈະເຮັດໜ້າທີ່ອະນາໄມ ທັງກາງເວັນ ແລະ ກາງຄືນ. ສຳລັບທີມງານອະນາໄມກາງເວັນ ແມ່ນໄດ້ເບີ່ງຄືນຕິດຕາມເກັບມ້ຽນຂີ້ເຫຍື້ອທາງເບື້ອງເຂົ້າພະທາດຫຼວງ ແລະ ດ້ານໃນອົງພະທາດຫຼວງ ຖ້າກໍລະນີຖັງຂີ້ເຫຍື້ອເຕັມຖັງ ກໍເກັບມ້ຽນຂີ້ເຫື້ອຍອອກໄປຖິ້ມ. ສ່ວນຕອນກາງຄືນໃນແຕ່ລະມື້ ແມ່ນໄດ້ເຮັດການຂົນສົ່ງເອົາຂີ້ເຫຍື້ອອອກໄປຖີ້ມມື້ໜຶ່ງສະເລ່ຍ 10 -15 ຖ້ຽວຕໍ່ມື້ ໃນການອະນາໄມເດີ່ນພະທາດຫຼວງໄລຍະກາງຄືນນັ້ນ ຈະນຳໃຊ້ພະນັກງານອະນາໄມ 100 -150 ຄົນ ເຊິ່ງເລີ່ມອະນາໄມແຕ່ເວລາ 12:00 ໂມງກາງຄືນເປັນຕົ້ນໄປ ໃນການເກັບມ້ຽນ.

ຂ່າວ – ພາບ : ເພັດສະໝອນ, ວຽງຈັນໃໝ່

error: Content is protected !!