ປະເພນີແຫ່ຜາສາດເຜິ້ງ ງານບຸນນະມັດສະການພະທາດຫຼວງ

ປະເພນີແຫ່ຜາສາດເຜິ້ງເປັນອີກໜຶ່ງກິດຈະກຳທີ່ໄດ້ສືບທອດ ແລະ ປະຕິບັດໃນງານບຸນນະມັດສະການພະທາດຫຼວງວຽງຈັນມາເປັນເວລາຫຼາຍກວ່າ 4 ສະຕະວັດຜ່ານມາ ຊຶ່ງຂະບວນແຫ່ຜາສາດເຜິ້ງປີນີ້ຈະເລີ່ມໃນຕອນບ່າຍຂອງມື້ຂຶ້ນ 14 ຄ່ຳ ເດືອນ 12 ພ.ສ 2565 ກົງກັບ ວັນທີ 7 ພະຈິກ 2022 ຊຶ່ງຈະມີຫຼາຍຊັ້ນຄົນໄດ້ມາເຕົ້າໂຮມຢູ່ວັດສີເມືອງ ສະຖານທີ່ສັກກາລະບູຊາຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດກ່ອນທີ່ຈະແຫ່ໄປພະທາດຫຼວງ.

ຜາສາດເຜິ້ງທີ່ນຳມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍໄມ້ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜິ້ງ (ຂີ້ເຜິ້ງ), ເຄື່ອງໃຊ້ເຊັ່ນ: ສໍດຳ, ປາກກາ (ບິກຂຽນ), ປຶ້ມຂຽນ ແລະ ເຄື່ອງໃຊ້ທີ່ຈໍາເປັນລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ຊຶ່ງການຕົບແຕ່ງຜາສາດເຜິ້ງນັ້ນຈະມີຄວາມໝາຍ ຊຶ່ງສະແດງເຖິງຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ ແລະ ປະເພນີ ແຫ່ຜາສາດເຜິ້ງທີ່ຈະຈັດຂຶ້ນໃນທຸກໆປີແນໃສ່ເພື່ອສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ໃຫ້ເຖິງເສັ່ນລູກ-ຫຼານ, ໃນການແຫ່ຜາສາດເຜິ້ງຈະມີມວນຊົນຊາວລາວບັນດາເຜົ່າບໍ່ວ່າຈະເປັນຜູ້ເຖົ້າ, ຜູ້ແກ່, ຊາວໜຸ່ມຍິງ-ຊາຍ, ເດັກນ້ອຍກໍໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ, ຜູ້ຊາຍນຸ່ງຖືສຸພາບ, ສ່ວນແມ່ຍິງເອງກໍນຸ່ງຖືຕາມເອກະລັກຂອງແມ່ຍິງລາວເຊັ່ນ: ນຸ່ງສິ້ນໄໝ, ເສື້ອໄໝ ບ່ຽງແພ ໂດຍຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ການແຫ່ຜາສາດເຜິ້ງແມ່ນປະສົມປະສານດ້ວຍສຽງຄັບ, ສຽງລໍາຈາກທ້ອງຖິ່ນຕ່າງໆທີ່ຟັງແລ້ວເປັນຕາສະອອນໃຈ ພ້ອມຍັງມີຂະບວນແຫ່ຜາສາດເຜິ້ງຈາກພາກສ່ວນຕ່າງໆທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່ານັ້ນເອງ.

ການແຫ່ຜາສາດເຜິ້ງນັ້ນຈະແຫ່ອ້ອມຮອບນອກກົມມະລຽນພະທາດຫຼວງ 3 ຮອບກ່ອນຂະບວນຈະແຫ່ຜ່ານປະຕູເບື້ອງຕາເວັນອອກ ເພື່ອແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ຊຶ່ງຫຼາຍຊັ້ນຄົນແມ່ນໄດ້ນຳເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນຂອງຕົນນຳໄປວາງໄວ້ອ້ອມຮອບຕີນພະທາດຫຼວງເພື່ອເປັນການບູຊາ, ອາທິຖານຕໍ່ໜ້າພະທາດຫຼວງ ແລະ ຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ. ເຮັດໃຫ້ຂະບວນການແຫ່ຜາສາດເຜິ້ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະປີມີນັກທ່ອງທ່ຽວເຂົ້າມາຮ່ວມ ແລະ ທ່ຽວຊົມຂະບວນການດັ່ງກ່າວເປັນຈຳນວນຫຼາຍ.

ສຳລັບຜາສາດເຜິ້ງປີນີ້ແມ່ນໄດ້ກະກຽມທາງດ້ານສີລະປະການຕົບແຕ່ງຜາສາດເຜິ້ງໃຫ້ໃຫຍ່ສວຍງາມກວ່າທຸກໆປີຜ່ານມາ ຊຶ່ງເປັນເຜິ້ງສົດມີນໍ້າໜັກ 80 ກິໂລ, ມີຄວາມສູງ 2-3 ແມັດ ແລະ ຈະໄດ້ນໍາເອົາມາວາງສະແດງເອ້ໃສ່ຕໍ່ໜ້າທາງເຂົ້າພະທາດຫຼວງທັງສອງດ້ານ.

(ຂໍ້ມູນ: ວຽງຈັນໃໝ່)

error: Content is protected !!