ຢາສູບກໍາລັງເປັນສິ່ງເບື່ອເມົາຜູ້ທີ່ຈະເປັນອະນາຄົດຂອງຊາດ

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວບາງບັນຫາກ່ຽວກັບຢາສູບ ຕໍ່ກອງປະຊຸມສຳມະນາກ່ຽວກັບວຽກງານຄວບຄຸມຢາສູບ ໃຫ້ແກ່ມວນຊົນ ໃນວັນທີ 19 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ, ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ, ພິການ ແລະ ເສຍຊີວິດ ກ່ອນໄວອັນຄວນ. ວຽກງານຄວບຄຸມຢາສູບແມ່ນວຽກງານໜຶ່ງ ທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການ ຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ຮັບຜິດຊອບຮ່ວມກັນເພື່ອຫຼຸດຜ່ອນການສູບຢາຂອງສັງຄົມ ຫຼື ຫຼຸດຜ່ອນບັນດາພະຍາດທີ່ບໍ່ຕິດຕໍ່ ທັງນີ້, ກໍເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ.

ເຖິງຢ່າງໃດກໍຕາມ, ບໍລິສັດຢາສູບ ຍັງໄດ້ນຳໃຊ້ ກົນອຸບາຍຕ່າງໆເພື່ອເບື່ອເມົາເຍົາວະຊົນ-ຊາວໜຸ່ມ ໂດຍການຫັນເອົາເຕັກໂນໂລຊີ ທີ່ທັນສະໄໝ ມາຕິດພັນກັບຜະລິດຕະພັນຢາສູບຮູບແບບໃໝ່ຄື: ຢາສູບໄຟຟ້າໄດ້ກາຍເປັນ ທີ່ນິຍົມຂອງເຍົາວະຊົນ-ຊາວໜຸ່ມ ໃນປັດຈຸບັນ ແລະ ຢາສູບ ກໍາລັງເປັນສິ່ງເບື່ອເມົາ ຜູ້ທີ່ຈະເປັນອະນາຄົດຂອງຊາດ ຊຶ່ງເປັນລູກຄ້າໜ້າໃໝ່ຂອງພວກເຂົານັ້ນເອງ ແລະ ຜະລິດຕະພັນດັ່ງກ່າວ ກໍາລັງແຜ່ລະບາດຫຼາຍໃນປະເທດເຮົາ ກໍຄືໃນພາກພື້ນ ແລະ ສາກົນ.

ທ່ານ ສະໜອງ ທອງຊະນະ ກ່າວຕື່ມວ່າ: ລາຄາຢາສູບໃນ ສປປ ລາວ ກໍຄືອາກອນຢາສູບຍັງຕໍ່າຫຼາຍ ເມື່ອທຽບໃສ່ບັນດາປະເທດອາຊຽນ ຊຶ່ງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ ໄດ້ແນະນໍາໄວ້ວ່າ: ຕ້ອງເຮັດໃຫ້ລາຄາຢາສູບແພງຂຶ້ນ ເພື່ອປົກປ້ອງຜູ້ລິເລີ່ມສູບຢາໃໝ່ ແລະ ຜູ້ສູບຢາທີ່ມີລາຍຮັບຕໍ່າ ໂດຍການເພີ່ມອາກອນຢາສູບໃຫ້ສູງເທົ່າທີ່ຄວນ ຈຶ່ງຈະສາມາດຫຼຸດຜ່ອນການບໍລິໂພກຢາສູບລວມທັງປົກປ້ອງຜູ້ສູບຢາໜ້າໃໝ່, ແຕ່ເນື່ອງຈາກສັນຍາການລົງທຶນໃນກິດຈະການຢາສູບ (ILA) ເປັນເວລາ 25 ປີ ເຮັດໃຫ້ບໍ່ສາມາດຈັດເກັບອາກອນຕາມທີ່ກົດໝາຍກໍານົດ ຊຶ່ງເປັນສິ່ງທ້າທາຍສຳລັບລັດຖະບານເຮົາ ເພາະສັນຍາສະບັບດັ່ງກ່າວ ຊຶ່ງຈະສິ້ນສຸດລົງໃນປີ 2020 ແລະ ອີກ 24 ເດືອນກ່ອນທີ່ສັນຍາຈະສິ້ນສຸດ, ລັດຖະບານຈະຕ້ອງໄດ້ແຈ້ງໄປຍັງບໍລິສັດຢາສູບພ້ອມດ້ວຍເງື່ອນໄຂໃນການໃຫ້ຕໍ່ ຫຼື ບໍ່ໃຫ້ຕໍ່ ສັນຍາສະບັບດັ່ງກ່າວ. ດັ່ງນັ້ນ, ສັນຍາຈະຖືກຕໍ່ຢ່າງອັດຕະໂນມັດອີກເປັນເວລາ 25 ປີ. ສັນຍາສະບັບດັ່ງກ່າວ ເປັນການສ້າງຜົນເສຍຫາຍທາງດ້ານສຸຂະພາບ ແລະ ເສດຖະກິດ ທີ່ເກີດຈາກສັນຍາການລົງທຶນໃນກິດຈະການຢາສູບຂອງລັດ. ລັດຈະໄດ້ຫຍັງຖ້າຕໍ່ສັນຍານີ້ໂດຍບໍ່ມີການປັບປຸງຊ່ອງວ່າງ ຊຶ່ງລັດຕ້ອງຕັດສິນໃຈ ແລະ ແຈ້ງຕໍ່ບໍລິສັດກ່ອນ 31 ທັນວາ 2024.

ໂດຍ: ວັນເພັງ

error: Content is protected !!