ຊາວກະຊິກອນເມືອງຜາອຸດົມ ສໍາເລັດການເກັບກ່ຽວເຂົ້ານາແຊງແລ້ວ

ທ່ານ ນາງ ສີິຄໍາ ຫຼ້າລະເດດ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ-ປ່າໄມ້ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດເຜີຍຕໍ່ສື່ມວຊົນທ້ອງຖິ່ນໃນວັນທີ 17 ພຶດສະພາ ນີ້ ກ່ຽວກັບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດ ການເກັບກ່ຽວເຂົ້ານາແຊງ ແລະ ຜົນຜະລິດພຶດລະດູແລ້ງ ປະຈໍາປີ 2023 ຂອງເມືອງຜາອຸດົມ ໃຫ້ຮູ້ວ່າ. ພາຍໃນເມືອງຜາອຸດົມ ມີເນື້ອທີ່ນາແຊງທັງໝົດ

ອ່ານເພີ່ມ...

ປກສ ເມືອງໄຊບົວທອງ! ຈັບໄດ້ຜູ້ຖືກຫາພ້ອມເງິນ 271 ລ້ານກວ່າກີບ ແລະ ຢາ 1.994 ເມັດ.

ໃນເວລາ 15 ໂມງ 15 ນາທີ ຂອງວັນທີ 05/05/2023 ມີພົນລະເມືອງດີໂທລະຊັບລາຍງານວ່າ: ມີກຸ້ມແກ່ງມົ້ວສຸມ ຄ້າຂາຍ ຈຳໜ່າຍ ແລະ ເສບຢາເສບຕິດ(ຢາບ້າ) ທີບ້ານແກ້ງມື້ນ, ເມືອງໄຊບົວທອງ ແຂວງຄຳມ່ວນ ເມືອເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄຊບົວທອງ ໄດ້ຮັບແຫຼ່ງຂ່າວແນວນັ້ນຈື່ງໄດ້ປະສານສົມທົບ ກັບ

ອ່ານເພີ່ມ...

ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ຕ້ານສະກັດກັ້ນລົດບໍ່ຖືກຕ້ອງ-ຢຶດໄດ້ລົດ KIA 2 ຄັນ

ໃນວັນທີ 16 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ, ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາ ມາດຢຶດໄດ້ລົດເກັງ: ຍີ່ຫໍ້ KIA K5 ຈໍານວນ 2 ຄັນ, ທີ່ສວມປ້າຍທະບຽນປອມ. ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດເກັງເກຍຍີ່ຫໍ້:

ອ່ານເພີ່ມ...

ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ

ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນລະຫວ່າງວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ, ຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະການ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາຊີຟິກ ເພື່ອການພັດທະນາແບບຍືນຍົງ,ມີຄະນະຜູ້ແທນຂັ້ນສູງຈາກ

ອ່ານເພີ່ມ...

ຊຳເໜືອ ສະເຫລີມສະຫລອງ ໜ່ວຍແກ້ວຫລັກເມືອງຄົບຮອບ 15 ປີ

ເມືອງຊຳເໜືອ ສະເຫລີມສະຫລອງໜ່ວຍແກ້ວຫລັກເມືອງ ຄົບຮອບ 15 ປີ (17/5/2008-17/5/2023) ໃນວັນທີ 16 ພຶດສະພາ 2023 ທີ່ສວນແກ້ວຫລັກເມືອງ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍການນຳ 10 ເມືອງ ແລະ ມວນຊົນຊາວເມືອງຊຳເໜືອ ກໍຄືແຂວງຫົວພັນ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ໃນພິທີ ທ່ານ

ອ່ານເພີ່ມ...

ເມືອງໜອງບົກ ເກັບກ່ຽວເຂົ້ານາແຊງ ສຳເລັດ 1.500 ກວ່າເຮັກຕາ

ທ່ານ ສຸກສະຫວັນ ສຸວັນນະລາດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ການເກັບກ່ຽວເຂົ້າຂອງປະຊາຊົນ ເມືອງໜອງບົກ ປັດຈຸບັນ ສາມາດເກັບກ່ຽວສຳເລັດໃນເນື້ອທີ່ 1.533 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ຕົວຈິງ. ໃນນີ້, ພື້ນທີ່ປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ 480 ເຮັກຕາ ເທົ່າກັບ

ອ່ານເພີ່ມ...

ເປີດນຳໃຊ້ ສະໜາມບິນໜອງຄ້າງ ແຂວງຫົວພັນ

ພິທີມອບ-ຮັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຈັດຂຶ້ນໃນວັນທີ 15 ພຶດສະພາ 2023 ເພື່ອຮອງຮັບຜູ້ໂດຍສານທີ່ມີຈຸດປະສົງເດີນທາງ ແຕ່ວຽງຈັນ-ຊຳເໜືອ ເຊິ່ງສະໜາມບິນແຫ່ງນີ້ ໄດ້ຈັດຢູ່ໃນປະເພດ 3C ສາມາດຮອງຮັບເຮືອບິນປະ ເພດ 70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫລື ທຽບເທົ່າ, ມີທາງແລ່ນຂຶ້ນ-ລົງ

ອ່ານເພີ່ມ...

ຜູ້ສຳປະທານ! ຈະປັບປຸງ ແລະ ຈັດສັນ ພື້ນທີ່ຄ້າຂາຍ ທີ່ ສວນເຈົ້າອານຸວົງ.

ທ່ານ ນັນຕາ ສານຸວົງ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ການດໍາເນີນທຸລະກິດການບໍລິການ, ຊື້-ຂາຍ ຢູ່ເດີ່ນສວນສາທາລະນະເຈົ້າອານຸວົງ ທີ່ໄດ້ຮັບສຳປະ ທ່ານໂດຍ ບໍລິສັດ ດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ເຫັນວ່າໄດ້ມີ

ອ່ານເພີ່ມ...

ປກສ ແຂວງບໍ່ແກ້ວ! ກວດພົບຢາໄອ໌ສ 150 ຫໍ່ໃນລົດຮຸ່ນໄດ່.

ປກສ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ພົບລົດທີ່ມີຄວາມຜິດປົກກະຕິ ເລີຍໄລ່ຕາມຈົນກວດພົບວ່າ ມີເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 02 ເປົາ , ເຫັນມີເປົາຢູ່ໃນຫ້ອງຄົນຂັບ ຈຳນວນ 06 ເປົາ ແລະ ບາໂຫຼ້ ທະຫານຈຳນວນ 02 ໜ່ວຍ. ຕາມການລົງກວດກາຕົວຈິງ ແລ້ວກໍໄດ້ພາກັນຍູ້ລົດ

ອ່ານເພີ່ມ...

1 ເດືອນ ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນໄດ້ຫຼາຍກວ່າ 1 ໝື່ນເທື່ອຄົນ.

ມາຮອດວັນທີ 13 ພຶດສະພານີ້,ຂະບວນລົດໄຟໂດຍສານສາກົນ ຈີນ-ລາວ ໄດ້ເປີດການບໍລິການຄົບຮອບ 1 ເດືອນແລ້ວ, ປະລິມານການຂົນສົ່ງຜູ້ໂດຍສານຂ້າມຊາຍແດນໄດ້ບັນລຸຫຼາຍກວ່າ 1 ໝື່ນເທື່ອຄົນ ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ພົ້ນເດັ່ນໃນຖານະທີ່ເປັນເສັ້ນທາງໃຫຍ່ລະດັບສາກົນ. ການເປີດລົດໄຟໂດຍສານສາກົນ ຈີນ-ລາວ ໃນວັນທີ 13 ເມສາ ຜ່ານມາ ໄດ້ຮັບຄວາມຊົມເຊີຍຈາກປະຊາຊົນ ຂອງສອງປະເທດຈີນ ແລະ ລາວ, ນັບແຕ່ໄດ້ເປີດການບໍລິການເປັນເວລາ 1 ເດືອນມານີ້,

ອ່ານເພີ່ມ...
error: Content is protected !!