ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບປະທານາທິບໍດີ ອາເມຣິກາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ໃນຂອບເຂດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫາກຳພັດທະນາແຖວໜ້າໂລກ (G7) ເປີດກວ້າງ ທີ່ໄດ້ດຳເນີນຢູ່ຮີໂຣຊິມາ (ຍີ່ປຸ່ນ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ມີການພົບປະກັບ ທ່ານ ໂຈໄບເດັນ ປະທານາທິບໍດີ ອາເມຣິກາ.

ຂ່າວລະບຸວ່າ: ໃນການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ແລກປ່ຽນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍພ້ອມກັບບັນດາບັນຫາໃນສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ຟ້າມມິງຈິງ ຖືວ່າ: ການພົວພັນສອງປະເທດໃນໄລຍະຜ່ານມາມີການພັດທະນາຢ່າງຕັ້ງໜ້າ, ດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະ ກິດ-ການຄ້າ. ສ່ວນ ທ່ານ ໂຈໄບເດັນ ກໍໄດ້ຕີລາຄາສູງຕໍ່ໝາກຜົນໃນການເຈລະຈາທາງໂທລະສັບກັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຫວ່າງບໍ່ດົນມານີ້.

ໃນກອງປະຊຸມ G7 ເປີດກວ້າງ, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ກໍມີການພົບປະກັບ ທ່ານ ອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມການນຳຂັ້ນສູງສອງປະເທດ.

error: Content is protected !!