ປະທານປະເທດ ຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດອາຊີ ຄັ້ງທີ 28 ທີ່ປະເທດຍີ່ປຸ່ນ.

ໃນວັນທີ 24 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ຊຶ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 25-26 ພຶດສະພາ 2023 ທີ່ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ກອງປະຊຸມ ອະນາຄົດຂອງອາຊີ ແມ່ນໄດ້ຈັດຂຶ້ນທຸກໆປີ ຈັດໂດຍສໍານັກຂ່າວນິກເກ ຂອງຍີ່ປຸ່ນ ນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງໄດ້ເຊື້ອເຊີນບັນດາຜູ້ນຳ ແລະ ຜູ້ບໍລິຫານຂັ້ນສູງ ຂອງພາກລັດ ແລະ ເອກະຊົນ ລວມທັງອະດີດການນຳ, ຜູ້ຊົງຄຸນນະວຸດທິ, ປະທານອົງການ, ສະຖາບັນຕ່າງໆ ທັງພາກພື້ນອາຊີ ແລະ ພາກພື້ນອື່ນໆເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດ ຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ.

ກອງປະຊຸມໃນຄັ້ງນີ້ ແມ່ນຈະດຳເນີນພາຍໃຕ້ຫົວຂໍ້: “ຍົກສູງບົດບາດຂອງອາຊີ ເພື່ອຮັບມືກັບ ສິ່ງທ້າທາຍຂອງໂລກໃນປັດຈຸບັນ ຫຼື Leveraging Asia’s Power to Confront Global Challenges”

error: Content is protected !!