ດື່ມນົມຕາມເຂັມໂມງຊີວິດ

ນົມເປັນແຫຼ່ງໂປຣຕິນ, ແຄວຊຽມ ແລະ ວິຕາມິນ ທີ່ມີປະໂຫຍດຕໍ່ຮ່າງກາຍ ຊຶ່ງສາມາດຫາຊື້ໄດ້ງ່າຍ, ແຕ່ຖ້າຈະດື່ມນົມໃຫ້ໄດ້ປະໂຫຍດຫຼາຍຂຶ້ນ ບາງຕຳລາເຂົາແນະນຳວ່າ ໃຫ້ສຶກສາຫຼັກການ “ໂມງຊີວິດ” (Biological Clock) ເພາະວ່າ ພຽງແຕ່ “ນົມ” ຈາກງົວທຳມະດາ ຖ້າດື່ມໃຫ້ຖືກຊ່ວງເວລາກໍສາມາດບຳລຸງອະໄວຍະວະຕ່າງໆໄດ້ຢ່າງດີ.

ໂມງຊີວິດຂອງການແພດຕາເວັນອອກ ແບ່ງການເຮັດວຽກຂອງຮ່າງກາຍອອກເປັນຊ່ວງເວລາ ໂດຍເຊື່ອວ່າ ຖ້າເຮົາປ່ຽນພຶດຕິກຳການກິນອາຫານ ແລະ ການໃຊ້ຊີວິດໃຫ້ສອດຄ່ອງກັບການເຮັດວຽກຂອງຮ່າງກາຍ ໃນແຕ່ລະຊ່ວງເວລາ ກໍຈະເຮັດໃຫ້ເຮົາມີສຸຂະພາບດີ, ອາຍຸຍືນ ແລະ ບໍ່ມີໂຣກໄພ. ສະນັ້ນ ຄວນອ່ານເບິ່ງວ່າ ນົມແຕ່ລະປະເພດນັ້ນ ເໝາະກັບຮ່າງກາຍໃນຊ່ວງເວລາໃດ?

– ເວລາ 5 ຫາ 7 ໂມງ: ເປັນຊ່ວງເວລາຂອງການເຮັດວຽກຂອງລຳໄສ້ໃຫຍ່, ຄວນຖ່າຍໃນຕອນເຊົ້າໃຫ້ເປັນນິດໄສ, ການດື່ມນົມສົ້ມ ທີ່ມີຈຸລິນຊີຈະຊ່ວຍກະຕຸ້ນໃຫ້ລຳໄສ້ໃຫຍ່ເຮັດວຽກໄດ້ດີ. ເມື່ອຮູ້ແລ້ວຄວນດື່ມນົມສົ້ມທີ່ມີຈຸລິນຊີ ທີ່ມີຊີວິດເປັນປະໂຫຍດ (Probiotic) ມາດື່ມ.

– ເວລາ 7 ຫາ 9 ໂມງ: ຄວນກິນເຂົ້າເຊົ້າໃຫ້ອີ່ມ ເພາະເປັນຄາບທໍາອິດຫຼັງຈາກຮ່າງກາຍໄດ້ພັກຟື້ນ ຈາກການຫຼັບຍາວ ຊຶ່ງຊ່ວງນີ້ເປັນຊ່ວງເວລາຂອງກະເພາະ, ຮ່າງກາຍຕ້ອງການພະລັງງານ. ຄວນຈະລອງປ່ຽນຈາກກາເຟ ຫຼື ຊາ ມາດື່ມນົມພາສເຈີໄຣຣົດກາເຟ, ຣົດໂຊໂກແລັດ ທີ່ໃຫ້ພະລັງງານເພື່ອສະໜອງຕໍ່ຄວາມຕ້ອງການຂອງກະເພາະ.

– 9 ຫາ 10 ໂມງ ເປັນຊ່ວງຈັງຫວະຂອງການຮຽນ ແລະ ເຮັດວຽກ ຊຶ່ງສະໝອງຕ້ອງການໆກະຕຸ້ນ ເພື່ອໃຫ້ສາມາດໃຊ້ຄວາມຈື່ຈຳໄດ້ເຕັມທີ່. ຖ້າເປັນໄປໄດ້ ໃຫ້ກິນໂຢເກິດທີ່ບໍ່ມີໄຂມັນ ຫຼື ໂຢເກິດໄຂມັນຕຳ່ ທີ່ໃຫ້ທັງກລູໂກດ ແລະ ກະຕຸ້ນການເຮັດວຽກຂອງຈຸລັງສະໝອງ, ຊ່ວຍໃຫ້ປອດໂປ່ງ ແລະ ຕັດສິນໃຈໄດ້ໄວ.

error: Content is protected !!