ວິທີກວດສອບວ່າ “ແປ້ງນົວ” ທີ່ຊື້ມາ ຈະເປັນຂອງແທ້ ຫຼື ຂອງປອມ

ໃນໄລຍະທີ່ຜ່ານມາ ໄດ້ມີຂ່າວເລື່ອງການລະບາດຂອງແປ້ງນົວປອມຢູ່ຫຼາຍເຂດໃນປະເທດລາວ ໂດຍສະເພາະແມ່ນຢູ່ທີ່ແຂວງ
ຫຼວງນ້ຳທາ ທີ່ກວດພົບເຫັນແປ້ງນົວປອມເປັນຈໍານວນຫຼາຍ ແລະ ການທີ່ບໍລິໂພກແປ້ງນົວປອມ ອາດສົ່ງຜົນອັນຕະລາຍຕໍ່
ສຸຂະພາບຂອງຜູ້ບໍລິໂພກໄດ້.
ມື້ນີ້ ເຮົາມີວິທີກວດສອບວ່າ “ແປ້ງນົວ” ທີ່ເຮົາຊື້ມາແຕ່ຕະຫຼາດ ແລະ ຮ້ານຄ້ານັ້ນ ເປັນແປ້ງນົວແທ້ ຫຼື ແປ້ງນົວປອມ

ເທແປ້ງນົວທີ່ຊື້ມາ ໃສ່ໃນບ່ວງທີ່ເປັນໂລຫະ ແລ້ວນໍາໄປເຜົາໄຟ ແປ້ງນົວແທ້ຈະລະລາຍເປັນສີນ້ຳຕານດຳ, ຖ້າມີສີຂາວ ຫຼື ສີເທົາ
ສະແດງວ່າເປັນແປ້ງນົວປອມ.

  1. ສັງເກດດ້ວຍຕາເປົ່າ ຫຼື ໃຊ້ແວ່ນຂະຫຍາຍສ່ອງ ເຊິ່ງລັກສະນະຂອງເມັດແປ້ງນົວແທ້ ຈະເປັນແທ່ງຍາວໆ ໃສ, ບໍ່ມີສີ, ສ່ວນ
    ແປ້ງນົວປອມ ຈະພົບຜົງບໍແຣກຊ໌ (Borax) ເຈືອປົນຢູ່ ເຊິ່ງມີລັກສະນະເປັນເມັດມົນໆນ້ອຍໆ ບໍ່ໃສ.
  2. ສຳລັບ ແປ້ງນົວ ທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແມ່ນແປ້ງນົວທີ່ຜະລິດຈາກອ້ອຍ ແລະ ມັນຕົ້ນ ເຊິ່ງຂັ້ນຕອນໃນການ
    ຜະລິດຈາກວັດຖຸດິບທຳມະຊາດນັ້ນ ຈະເພີ່ມຣົດອູມາມິ ທີ່ເຮັດໃຫ້ອາຫານມີຣົດຊາດແຊບຍິ່ງຂຶ້ນ.
    ນອກຈາກ ຈະເພີ່ມຣົດຊາດໃຫ້ກັບອາຫານແລ້ວ ແປ້ງນົວ ທີ່ຜະລິດຈາກວັດຖຸດິບທຳມະຊາດ ຍັງຊ່ວຍໃຫ້ກະເພາະອາຫານ ແລະ
    ຕ່ອມນ້ຳລາຍ ເຮັດວຽກໄດ້ດີຂຶ້ນ, ຊ່ວຍຫຼຸດປະລິມານໂຊດຽມໃນອາຫານໄດ້, ຊ່ວຍເພີ່ມຄວາມຢາກອາຫານໃຫ້ແກ່ຜູ້ສູງອາຍຸ ແລະ
    ຫຼຸດຄວາມສ່ຽງໃນການເກີດໂຣກທີ່ເກີດຈາກການກິນອາຫານຣົດຈັດ.
error: Content is protected !!