Tom Newgen ກຽມປ່ອຍເພງໃໝ່ ໃຫ້ກຳລັງໃຈໄວໜຸ່ມ.

ຄ້າຍເພງ Newgen entertainment ບໍ່ມີແຜ່ວກັນເລີຍ ກຳລັງຈະກຽມປ່ອຍເພງໃໝ່ ທີ່ມີຊື່ວ່າ “ຢ່າຖິ້ມຄວາມຝັນ” ຈາກ ສິນລະປິນ Tom Newgen ft RGB ໂດຍທາງຄ້າຍຕັ້ງໃຈປ່ອຍເພງນີ້ວັນທີ 1 ມິຖຸນາ ເພື່ອເປັນຂອງຂວັນວັນເດັກນ້ອຍສາກົນ, ເພາະເນື້ອຫາເພງນີ້ ເປັນເພງໃຫ້ກຳລັງໃຈໄວໜຸ່ມຄົນລຸ້ນໃໝ່ ທີ່ພົບປັນຫາເຂົ້າມາໃນຊີວິດ ຈົ່ງຢ່າທໍ້ຖອຍ ໂລກມັນກ້າວໄປໄວ ສິ່ງທີ່ຈະສູ້ກັບມັນໄດ້ຄືຄວາມອົດທົນ, ຮຽນຮູ້ ແລະ ຢ່າຖິ້ມຄວາມຝັນຈົ່ງລົງມືທຳ.
ໂດຍເພງນີ້ຍັງໄດ້ໂປດິວເຊີ້ແຖວໜ້າຂອງປະເທດລາວ Sam intharaphithak ມາແຕ່ງເນື້ອ ແລະ ໂປດິວເພງນີ້ອອກມາໄດ້ຢ່າງດີ ແລະ ຍັງມີໜຸ່ມ Rapper ຄົນເກັ່ງຢ່າງ RGB ມາຖ່າຍທອດອາລົມໃຫ້ເຂົ້າເຖິງຄວາມໝາຍຂອງຄຳວ່າ “ຢ່າທໍ້ຖອຍ” ຈັ່ງໃດກໍຂໍຝາກເພງນີ້ກັບທຸກຄົນຊັບພອດກັນແດ່ເດີ້ ເພື່ອຈະໄດ້ສົ່ງກຳລັງໃຈໃຫ້ກັບທຸກຄົນສູ້ໆ ໃນສະພາວະສັງຄົມທີ່ຕ້ອງພັດທະນາຮອບດ້ານຂອງໄວໜຸ່ມລາວ.

error: Content is protected !!