ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1, ນະຄອນຫລວງວຽງຈັນ ໄດ້ປະ ກອບຄໍາເຫັນ ແລະ ສະເໜີຫລາຍວິທີແກ່ລັດຖະບານ ເພື່ອແກ້ໄຂບັນຫາເສດຖະກິດທີ່ເກີດຂຶ້ນໃນປັດຈຸບັນ, ເລີ່ມຈາກ
Author: admin
6 ເດືອນຕົ້ນປີ ລັດຖະບານ ສຸມໃສ່ແກ້ໄຂບັນຫາເສດຖະກິດ ສຳເລັດຫລາຍດ້ານ
ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນຢ່າງເປັນການໃນວັນທີ 13 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດໃນ 6 ເດືອນຕົ້ນປີ
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 13-19 ມິຖຸນາ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສະພາບອາກາດໃນໄລຍະວັນທີ 13 ຫາ 16 ມິຖຸນາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສ່ວນພາກໃຕ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນປົກຄຸມດ້ວຍກໍາລັງແຮງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ
ສະພາແຫ່ງຊາດ ພິຈາລະນາການສະເໜີ ດັດແກ້ຄາດໝາຍດ້ານເງິນຕາ ຂອງລັດຖະບານ
ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້. ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ
MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນກີບເທົ່ານັ້ນ!
ສໍານັກງານທະນາຄານການຄ້າຕ່າງ ປະເທດ ລາວ ມະຫາຊົນແຈ້ງການ ວ່າ ນັບແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບ ເທົ່ານັ້ນ.ແຈ້ງບັນດາຮ້ານຕົວແທນຍ່ອຍຊາບ ໃນການຈັດຕັ້ງປະຕິບັດຈ່າຍເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ດັ່ງລາຍລະອຽດລຸ່ມນີ້:1) ທຸກຮ້ານຕົວແທນຍ່ອຍທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ແມ່ນໃຫ້ຈ່າຍເປັນສະກຸນເງິນກີບໃຫ້ກັບລູກຄ້າຊຶ່ງຕ້ອງແຈ້ງລູກຄ້າກ່ອນການດຳເນີນລາຍການໃນລະບົບໂອນເງິນດ່ວນ DeltaWorks.2) ການນໍາໃຊ້ອັດຕາແລກປ່ຽນແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່
5 ເດືອນຕົ້ນປີ 2022 ກະຊວງການເງິນສາມາດເກັບລາຍຮັບໄດ້ 10 ຕື້ກວ່າກີບ
ໃນວາລາດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022, ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10,633.89 ຕື້ກີບ ເທົ່າກັບ 33.66%
6 ເດືອນຕົ້ນປີ GDP ລາວ ຂະຫຍາຍຕົວລະດັບ 4.3%
ໃນວັນທີ 13 ມິຖຸນາ 2022 ເຊິ່ງເປັນມື້ທໍາອິດຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາທາງດ້ານເສດຖະກິດມະຫາພາກຂອງປະເທດ ໃນໄລຍະ 6 ເດືອນຕົ້ນປີ
ເພີ່ມທະວີ ການບໍລິຫານຈັດການນ້ຳຂອງເຂື່ອນ ເພື່ອຫລຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ
ໃນວັນທີ 10 ມິຖຸນາ 2022 ຜ່ານມາ ທີ່ນະຄອນຫລວງວຽງຈັນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການບໍລິຫານຈັດການນ້ຳຂອງເຂື່ອນ, ລວມທັງການວາງແຜນການຮ່ວມກັນ ເພື່ອຄຸ້ມຄອງ ແລະ ຫລຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022.
ລາຄາຄໍາພຸ່ງຂຶ້ນສູງຢ່າງຕໍ່ເນື່ອງ ຫຼ້າສຸດ 18.,189.,000 ກີບຕໍ່ບາດ
ຫຼ້າສຸດ ວັນທີ 11 ມິຖຸນາ 2022 ລາຄາ ຄໍາ ພຸ່ງຂຶ້ນຮອດ 18,189,000 ກີບຕໍ່ບາດຄໍາ ຖືເປັນການປັບຄັ້ງທີ 1 ລາຄາມື້ນີ້ເວລາ 9:50 ໂມງ. ຂໍ້ມູນ: ຮ້ານຄຳພູວົງ
ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX
ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13 ມິຖຸນາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ, ປະທານສະພາແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ










