ອີງຕາມການລາຍງານຂ່າວຈາກ ຈີນ ໃນວັນທີ 11 ມິຖຸນາ ນີ້, ຈີນ ແລະ ຣັດເຊຍ ຮ່ວມຈັດ ພິທີເປີດຂົວຂ້າມຊາຍແດນແຫ່ງໃໝ່ຂ້າມແມ່ນ້ຳ ອາມູຣ (Amur) ເຊື່ອມຕໍ່ລະຫວ່າງ ເມືອງບລາໂກ ເວສເຊນ (Blagoveshchensk) ໃນພາກຕາເວັນອອກ ຂອງ ຣັດເຊຍ ກັບເມືອງ ເຮ່ຍເຫີ (Heihe) ແຂວງ
Author: admin
ການຈໍາໜ່າຍພັນທະບັດ ທຫລ ງວດທີ 1 ເລີ່ມອອກຈໍາໜ່າຍແຕ່ກາງເດືອນ ມິຖຸນາ ປີ 2022 ນີ້ເປັນຕົ້ນໄປ
ກົມບໍລິຫານທະນາຄານ, ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງກ່ຽວກັບ ການອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000,00 ກີບ (ຫ້າພັນຕື້ກີບ), ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້, ອັດຕາດອກເບ້ຍ 20% ຕໍ່ປີ (ຊໍາລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ)
ຈັບຄົນຮ້າຍບຸກໄລ່ຍິງເຈົ້າໜີ້ ເມື່ອປີ 2021 ສໍາເລັດ ຫຼັງໃຫ້ຢືມເງິນແຕ່ບໍ່ສໍານຶກບຸນຄຸນ ຍັງວ່າຈ້າງມືປືນ ຄາດຕະກໍາປິດຫນີ້
ຫຼາຍຄົນອາດຍັງຈື່ໄດ້ ເຫດການທີ່ມືປືນຂີ່ລົດຈັກຄຣີກໄອ ໄລ່ຍິງຊາວ ຈີນ ຂີ່ກໍາລັງຂີ່ລົດຈັກຟີໂນ ໄປຕາມເສັ້ນທາງປະຕູໄຊ ຫາ ໄຟແດງສີດຳດວນ ບ້ານ ສີບຸນເຮືອງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນຄໍ່າຄືນ ຂອງວັນທີ 1 ກັນຍາ 2021 ທີ່ຜ່ານມາ ເຮັດໃຫ້ຜູ້ຖືກເຄາະຮ້າຍບາດເຈັບສາຫັດ ແລະ ຜູ້ກໍ່ເຫດເອົາຕົວຫຼົບໜີ. ພັອ
ສະພາຄວາມໝັ້ນຄົງ ສປຊ ຮັບສະມາຊິກໃໝ່ 5 ປະເທດ
ຕາມຂ່າວຈາກ VOVWORLD, ວັນທີ 9 ມິຖຸນານີ້ , 5 ປະເທດປະກອບດ້ວຍ ເອກວາດໍ, ຍີ່ປຸ່ນ, ມານຕາ, ໂມຊຳບິກ ແລະ ສະວິດ ເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍອາຍຸການ 2 ປີ, ນັບແຕ່ວັນທີ 1 ມັງກອນປີ 2023
ຫວຽດນາມ ຕິດອັນດັບ 68 ຄວາມໂປ່ງໃສດ້ານງົບປະມານ
ສຳນັກຂ່າວ ຫວຽດນາມ ລາຍງານ ໃນວັນທີ 10 ມິຖຸນາ ວ່າ, ຫວຽດນາມ ຕິດອັນດັບ 68 ຈາກ 120 ປະເທດ ໃນການສຳຫລວດ ງົບປະມານ ແບບເປີດເຜີຍ (OBS) ໃນປີ2021 ເພີ່ມຂຶ້ນ 9 ອັນດັບ ຈາກປີ 2019 ຫລັງຈາກ
ສໍາມະນາກ່ຽວກັບຢາພື້ນເມືອງລາວ ໃນຮູບແບບການຜະລິດສະຫະກອນ ເພື່ອຊຸກຍູ້ເສດຖະກິດ
ໃນວັນທີ 9 ມິຖຸນານີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ນະຄອນ-ຫຼວງພະບາງ, ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ ໂດຍການເປັນປະທານຂອງ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ບັນດາແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້,
ເດັກຫຼິ້ນມື້ລະ 60 ນາທີ ມີປະໂຫຍດ
ອົງການອະນາໄມໂລກແນະນຳວ່າ ໃນແຕ່ລະມື້ ເດັກຄວນມີກິດຈະກຳທາງກາຍ ລະດັບປານກາງເຖິງໜັກ ຢ່າງໜ້ອຍທີ່ສຸດ 60 ນາທີ ຫຼື ຫຼາຍກວ່ານັ້ນ ໂດຍໃຊ້ເວລາ 5 ມື້ຕໍ່ອາທິດ ຊຶ່ງບໍ່ຈຳເປັນຕ້ອງແລ່ນພຽງແຕ່ຢ່າງດຽວຕໍ່ເນື່ອງ 60 ນາທີ, ແຕ່ສາມາດແບ່ງໄລຍະການແລ່ນເປັນ 10-20-30 ເພື່ອສະສົມໃຫ້ຄົບ 60 ນາທີຕໍ່ມື້ ໂດຍການແບ່ງເປັນໄລຍະດັ່ງນີ້: ແລ່ນຕອນເຊົ້າ 10 ນາທີກ່ອນເຂົ້າຮຽນ
ລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອປຸກສ້າງອາຄານຮຽນ 8 ແຫ່ງ ລວມມູນຄ່າ 18 ລ້ານໂດລາ
ພິທີວາງສິລາລືກໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ວິທະຍາໄລຄູ ດົງຄໍາຊ້າງ ນະຄອນຫຼວງ ວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິ ລາ,
ກໍ່ເຫດລັກເຫຼັກສານເສົາໄຟຟ້າ ຖືກສານຕັດສິນຈໍາຄຸກ 3 ປີ ພ້ອມໃຊ້ແທນຄ່າເສຍຫາຍ 666 ລ້ານກວ່າກີບ
ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງ ບໍລິຄຳໄຊ ວ່າມີກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງ ໄດ້ເຄື່ອນໄຫວລັກເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນໍ້າເທີນ 1 ເມືອງ ປາກກະດິງ, ແຂວງ ບໍລິຄໍາໄຊ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ
ມາເບິ່ງ! ວິທີປຸງແຕ່ງ ປົ່ນກົບ ແຊບໆ
ເມື່ອເວົ້າເຖິງ ອາຫານພື້ນເມືອງລາວ ປົ່ນກົບ ເປັນອີກເມນູໜຶ່ງ ທີ່ຄົນ ລາວ ເຮົາ ມັກແຕ່ງກິນເປັນປະຈໍາ! ແລະ ມີຫຼາກຫຼາຍວິທີປຸງແຕ່ງທີ່ແຕກຕ່າງກັນ, ມື້ນີ້ ອັບເດດລາວ ໄດ້ນໍາເອົາວິທີປຸງແຕ່ງ ປົ່ນກົບ ອີກໜຶ່ງວິທີ ຈາກເພຈ Jipnoii Cooking – ຄົວຈິບນ້ອຍ ມາແບ່ງປັນໃຫ້ທຸກໄດ້ຮູ້ ແລະ ສາມາດນໍາເອົາໄປເຮັດຕາມ! ວິທີປຸງແຕ່ງ:










