
ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13 ມິຖຸນາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ, ປະທານສະພາແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ພ້ອມດ້ວຍການນໍາພັກ-ລັດ, ແຂກຮັບເຊີນ ແລະ ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງທົ່ວປະເທດ.

ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:
1) ລາຍງານໂດຍສັງເຂບຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
5) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;

6) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
7) ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດຫມາຍ 4 ສະບັບ ຄື: ກົດຫມາຍວ່າດ້ວຍທີ່ດິນ, ກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດຫມາຍວ່າດ້ວຍຊັບສິນຂອງລັດ ແລະ ກົດຫມາຍວ່າດ້ວຍແຮ່ທາດ; ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະ ນາຄານທຸລະກິດລັດ;
9) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະ ບາດຂອງພະຍາດໂຄວິດ-19;
10) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດຫມາຍໃນຂົງເຂດສຶກສາທິ ການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃຫມ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ.

11) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງ ອົງການສືບ ສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດຫມາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດຫມາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດຫມາຍ.
12) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄຫມສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
13) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນ ຕໍ່ຫນ້າ,

14) ພິຈາລະນາ ແລະ ຮັບຮອງເອົາ ກົດຫມາຍໃຫມ່ ແລະ ປັບປຸງ 9 ສະບັບ ດັ່ງນີ້:
ຮ່າງກົດຫມາຍສ້າງໃຫມ່ 3 ສະບັບ ຄື: ຮ່າງກົດຫມາຍວ່າດ້ວຍວິຈິດສິນ; ຮ່າງກົດຫມາຍວ່າດ້ວຍຄວາມປອດໄພຂອງເຮືອນ; ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ກົດຫມາຍປັບປຸງ 6 ສະບັບ ຄື: ກົດຫມາຍວ່າດ້ວຍຊັບສິນຂອງລັດ, ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດຫມາຍວ່າ ດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ກົດ
ຫມາຍວ່າດ້ວຍການປັບປຸງບາງ ມາດຕາ ຂອງກົດຫມາຍວ່າດ້ວຍສານປະຊາຊົນ; ກົດຫມາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ແລະ ກົດຫມາຍວ່າ ດ້ວຍການປັບປຸງບາງມາດຕາ ຂອງກົດຫມາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.
ນອກຈາກນີ້, ຍັງຈະໄດ້ຮັບຟັງການລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຮອງປະທານກໍາມາທິການຈໍານວນຫນຶ່ງຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດ ທີ່ວ່າງລົງ, ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນຫນຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ໃຫ້ການຮ່ວມມື ແລະ ສະຫນອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດ ຊຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດຫມາຍ ແລະ ສະພາບຄວາມເປັນຈິງທາງ ດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບ ຮອງຄັ້ງນີ້ມີ ຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.
ສໍາລັບກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈະດໍາເນີນໄປຮອດວັນທີ 8 ກໍລະກົດ 2022 ຈິ່ງຈະສໍາເລັດ, ເຊີ່ງຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:
– ສາຍດ່ວນ: ໂທລະສັບ ໝາຍເລກ 156
– ອີເມວ: nalao.156@gmail.com
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຄໍາກອງ ແລະ ສຳນານ
Its most northernmost areas are Baltic countries and southern Sweden. Since strain VI harbored a frameshift mutation between these cleavages sites, the nucleotides coding for residues reactive with rabbit hyperimmune serum were in frame. The Stranger Things kids would doubtlessly love it if they could sneak into a show. They do this by utilizing a pseudo network interface called the loopback device, which directs traffic back to itself rather than to other computers. But again, it is not in the areas of, the built up areas which is where native title has already been extinguished by freehold title in the south eastern part of the state. Thus, the belt building drum would GT as early as possible free again, the next belt G to build. A new home-improvement series that helps couples with one of the most important events of their lives—preparing their home for a baby! Talk n Text - Reil Cervantes - Either trade this draft pick for future draft pick or get Reil Cervantes and play for the future as Ali Peek is over his peak. We conclude that a carefully crafted campaign can accelerate the spread of evidence-based practices, scaling results from clinical trials and promising local initiative to larger regions and states. Papyrus fragment with old Roman cursive script from the reign of Claudius 41—54 CE. Added an opportunity to recover the compressed NTFS files. Lyra TZ These appartments are fully equiped with all you may need, very clean and tidy and on a good location, silent and peaceful area. Removing a blossom is viewed as vandalism of federal property in Washington, D. Turns out, he misses Lagger by an inch away from his body. This is a hugely important mission here not just for the war, but for our reputations as well.