6 ເດືອນຕົ້ນປີ GDP ລາວ ຂະຫຍາຍຕົວລະດັບ 4.3%

ໃນວັນທີ 13 ມິຖຸນາ 2022 ເຊິ່ງເປັນມື້ທໍາອິດຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາທາງດ້ານເສດຖະກິດມະຫາພາກຂອງປະເທດ ໃນໄລຍະ 6 ເດືອນຕົ້ນປີ 2022 ໂດຍຍົກໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ GDP ໄດ້ຂະຫຍາຍຕົວລະດັບ 4,3%, ມູນຄ່າເທົ່າກັບ 95.212 ຕື້ກີບ ເທົ່າກັບ 49,6 ຂອງແຜນການ ໂດຍຂະແໜງ ການທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົ້ນຕໍ ແມ່ນຂະແໜງກະສິກໍາ-ປ່າໄມ້, ການບໍລິການ, ພາ ສີ-ອາກອນ ແລະ ອື່ນໆ.

ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ: ການຈັດເກັບລາຍຮັບໄດ້ທັງໝົດ 10,633.89 ຕື້ກີບ ເທົ່າກັບ 33.66% ເພີ່ມຂຶ້ນ 23.7% ເທົ່າກັບ 2,037.36 ຕື້ກີບ ແລະ ລາຍຈ່າຍທັງໝົດປະຕິບັດໄດ້ 8,849.47 ຕື້ກີບ ເທົ່າກັບ 27.24% ຂອງແຜນການ. ສ່ວນດ້ານເງິນຕາເຫັນວ່າປະລິມານເງິນ M2 ສືບຕໍ່ຂະຫຍາຍ ຕົວໃນລະດັບ 18.39% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ອັດຕາແລກປ່ຽນທຽບໃສ່ທ້າຍປີ 2021 ເງິນກີບທຽບໂດລາ ອ່ອນຄ່າ 7.78% ແລະ ທຽບເງິນບາດອ່ອນຄ່າ 8.43%. ຂະນະທີ່ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດນອກລະບົບ ສະເລ່ຍຢູ່ໃນລະດັບ 9.01%, ອັດຕາເງິນເຟີ້ສະເລ່ຍ 5 ເດືອນຢູ່ໃນລະດັບ 9%, ຄັງສໍາຮອງເງິນຕາຕ່າງປະເທດ ຮອດທ້າຍເດືອນພຶດສະພາ ສາມາດກຸ້ມການນໍາເຂົ້າໄດ້ 4.17 ເດືອນ, ຍອດສິນເຊື່ອຂອງຂະແໜງທະນາຄານທຸລະກິດ ກວມເອົາ 54.85% ຂອງ GDP ແລະ ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດ NPLs ຢູ່ໃນລະດັບ 2.22%.

ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕື່ມວ່າ: ການພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ 2022 ພົບວ່າມີຫລາຍບັນ ຫາຫຍຸ້ງຍາກ ແລະ ທ້າທາຍໜັກໜ່ວງສົມຄວນ, ຍ້ອນສະພາບການຂອງໂລກ ແລະ ພາກພື້ນ ມີການປ່ຽນແປງໄປຢ່າງສັບສົນ. ແນວໃດກໍຕາມ, ໃນຕອນທ້າຍຂອງການລາຍງານ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີຕໍ່ທີ່ປະຊຸມ ພິຈາ ລະນາດັດແກ້ຄາດໝາຍດ້ານເງິນຕາຈໍານວນໜຶ່ງ ຂອງແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ປະຈໍາປີ 2022 ຫລັງຈາກເຫັນວ່າຄາດໝາຍດ້ານເງິນຕາອາດບໍ່ປະຕິບັດໄດ້ຕາມຄາດໝາຍລັດຖະບານວາງໄວ້.

ຂໍ້ມູນຂ່າວ: ສຸພາສະຫວັນ

error: Content is protected !!