5 ເດືອນຕົ້ນປີ 2022 ກະຊວງການເງິນສາມາດເກັບລາຍຮັບໄດ້ 10 ຕື້ກວ່າກີບ

ໃນວາລາດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022, ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10,633.89 ຕື້ກີບ ເທົ່າກັບ 33.66% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 23.71% ເປັນເງິນ, ເທົ່າກັບ 2,037.36 ຕື້ກີບ. ຄາດຄະເນ 6 ເດືອນຕົ້ນປີ 2022 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 13,492.11 ຕື້ກີບ ເທົ່າກັບ 42.71% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນເທົ່າກັບ 2,265.10 ຕື້ກີບ.

ສໍາລັບລາຍຮັບ 6 ເດືອນທ້າຍປີ ຈະສູ້ຊົນໃຫ້ໄດ້ 18,101 ຕື້ກັບ, ຄາດຄະເນລາຍຮັບໝົດປີ 2022 ຈະສູ້ຊົນໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 31,593 ຕື້ກີບ; ໃນນັ້ນ ລາຍຮັບພາຍໃນ 29,33.11 ຕື້ກີບ ແລະ ລາຍຮັບຊ່ວຍເຫລືອລ້າ 2,460 ຕື້ກີບ.

ສຳລັບລາຍຈ່າຍງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2022 ສາມາດປະຕິບັດໄດ້ 8,849.47 ຕື້ກີບ ເທົ່າກັບ 27.24% ຂອງແຜນປີ. ຄາດຄະເນລາຍຈ່າຍໝົດປີ 2022 ຈະສູ້ຊົນຈັດຕັ້ງປະຕິບັດລາຍຈ່າຍທີ່ເປັນບູລີມະສິດຕົ້ນຕໍ ແລະ ລາຍຈ່າຍທີ່ຈໍາເປັນໃຫ້ສຳເລັດໂດຍພື້ນຖານ ທີ່ສະພາຮັບຮອງສູງສຸດບໍ່ເກີນ 34,691.39 ຕື້ກີບ ໃນ 6 ເດືອນທ້າຍປີ. ສ່ວນການຊຳລະໜີ້ສິນສາທາລະນະ ແຜນຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ປີ 2022 ມີຈຳນວນທັງໝົດ 7,157 ຕື້ກີບ ແລະ 1,598 ລ້ານໂດລາສະຫະລັດ, ມາຮອດວັນທີ 31 ພຶດສະພາ 2022 ສາມາດປະຕິບັດໄດ້ ຄື: ໜີ້ສິນພາຍໃນຊໍາລະແລ້ວ 1,619 ຕື້ກີບ ເທົ່າກັບ 24.53% ຂອງແຜນການປີ, ໃນນີ້ ຕົ້ນທຶນພັນທະບັດ ຊຳລະແລ້ວ 1,381 ຕື້ກີບ ເທົ່າກັບ 27.08% ຂອງແຜນການປີ; ດອກເບ້ຍພັນທະບັດ ຊຳລະແລ້ວ 238 ຕື້ກີບ, ເທົ່າກັບ 15.88% ຂອງແຜນການປີ. ສຳລັບການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍການອອກພັນທະບັດລັດຖະບານ ວົງເງິນ 10 ພັນຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 9,577 ຕື້ກີບ ເທົ່າກັບ 95.78% ຂອງແຜນການ, ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈ ປະຕິບັດໄດ້ 3,818 ຕື້ກີບ ເທົ່າກັບ 93.55% ຂອງແຜນການ ແລະ ພັນທະບັດຊໍາລະໜີ້ສິນໂຄງການລົງທຶນຂອງລັດ ປະຕິບັດໄດ້ 5,759 ຕື້ກີບ ເທົ່າກັບ 97.32% ຂອງແຜນການ ແລະ ຍັງມີຍອດເຫລືອ 423 ຕື້ກີບ, ໃນນັ້ນ: ພັນທະບັດອວ່າຍໜີ້ສາມແຈ 264 ຕື້ກີບ ແລະ ພັນທະບັດຊຳລະໜີ້ສິນໂຄງການລົງທຶນຂອງລັດ 159 ຕື້ກີບ.

ນອກຈາກນີ້ ຍັງມີໜີ້ສິນຕ່າງປະເທດຊຳ ລະແລ້ວ 137.90 ລ້ານໂດລາສະຫະລັດ ເທົ່າກັບ 8.62% ຂອງແຜນການປີ, ໃນນີ້ ຕົ້ນທຶນເງິນກູ້ ຊຳລະແລ້ວ 81.72 ລ້ານໂດລາສະຫະລັດ ເທົ່າກັບ 6.92% ຂອງແຜນການປີ; ດອກເບ້ຍເງິນກູ້ ຊຳລະແລ້ວ 56.17 ລ້ານໂດລາສະຫະລັດ ເທົ່າກັບ 13.46% ຂອງແຜນການປີ. ລັດຖະບານ ກໍຄື ກະຊວງການເງິນ ຈະພະຍາຍາມບໍລິຫານໜີ້ສິນສາທາລະນະ ໂດຍສະເພາະ ແຜນການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໃນ 7 ເດືອນທ້າຍປີ 2022 ຮັບປະກັນໃຫ້ໄດ້ຕາມແຜນ ແລະ ຈະປະຄັບປະຄອງການແກ້ໄຂໜີ້ສິນສາທາລະນະ ໃຫ້ຮັບປະ ກັນປະຕິບັດໄດ້ໂດຍພື້ນຖານ ເດັດຂາດບໍ່ໃຫ້ປະເທດຕົກເປັນປະເທດບໍ່ສາມາດຊຳລະໜີ້ສິນໄດ້.

ທ່ານ ບຸນໂຈມ ອຸບົນປະເສີດ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2022 ດຳເນີນໃນສະພາບການສືບຕໍ່ແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຍາວນານ, ບັນຫາໜີ້ສິນສາທາລະນະທີ່ມີຄວາມກົດດັນສູງສົມຄວນ ແລະ ສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ແກ່ຍາວ ບວກກັບສະພາບຂອງພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສະລັບສັບຊ້ອນ ທີ່ພາໃຫ້ສະພາບລາຄາພະລັງງານ ມີການເໜັງຕີງແຮງ, ໄພເງິນເຟີ້ຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວ, ລາຄາສິນຄ້າ ແລະ ບໍລິ ການເພີ່ມຂຶ້ນສູງໃນຮອບຫລາຍສິບປີ, ມີຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຫຍຸ້ງຍາກສົມຄວນ. ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດຈຳນວນໜຶ່ງ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ເປັນຕົ້ນ ແມ່ນມາດຕະການທີ່ກຳນົດໄວ້ໃນທ້າຍປີ 2021 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄດ້ລື່ນແຜນການ ໃນປີ 2021 ເຮັດໃຫ້ການຮັບມື ກໍຄື ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ວາງໄວ້ໄດ້ຮັບຜົນເປັນຈິງຫລາຍດ້ານ.

ຂໍ້ມູນຂ່າວ: ກິດຕາ

error: Content is protected !!