ໃນວັນທີ 10 ມິຖຸນາ 2022 ຜ່ານມາ, ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ(ສປຊ) ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025 ໃນນັ້ນ, ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ ເຊິ່ງລວມທັງ ກາຕ້າ, ສ ເກົາຫລີ
Author: admin
ຫຼັງຈາກຄໍາລາຄາຫຼຸດລົງຢ່າງກະທັນຫັນ! ປະຊາຊົນກໍພາກັນແຫ່ໄປຂາຍຄຳ
ເມື່ອບໍ່ດົນມານີ້, ລາຄາຄໍາໄດ້ພຸ່ງຂຶ້ນສູງ ເກືອບຮອດ ບາດລະ 20 ບາດກີບ ເປັນລາຄາທີ່ສູງທີ່ສຸດເທົ່າທີ່ມີມາ ແຕ່ມາຮອດມື້ນີ້ 15/6/2022 ລາຄາຄໍາກໍ່ລົງກະທັນຫັນ ເຫຼືອພຽງບາດໜຶ່ງ 16,029,000 ກີບຕໍ່ບາດ ປະຊາຊົນຕ່າງກໍພາກັນແຫ່ໄປຂາຍຄໍາ ຂອບໃຈຮູບພາບຈາກ: Niengnoy NP, Alex Kpv Phamisith
ມື້ນີ້ລາຄາຄໍາຫຼຸດລົງ ເຫຼືອພຽງ 16,029,000 ກີບຕໍ່ບາດ
ອັບເດດລາຄາຄໍາ ປະຈໍາວັນ ວັນທີ15 /06/2022 ຄັ້ງທີ 8 ລາຄາຫຼຸດລົງເຫລືອພຽງ 16,029,000 ກີບຕໍ່ບາດ ຂໍ້ມູນ: ຮ້ານຄໍາພູວົງ
ອາຫານ GMO ມີຂໍ້ດີ ແລະ ຂໍ້ເສຍ ແນວໃດ?
ຄຳວ່າ: “GMO” ຫຍໍ້າມາຈາກ Genetically Modified Organism ໝາຍເຖິງຈຸລິນຊີພືດ ແລະ ສັດທີ່ມີການປ່ຽນແປງສານພັນທຸກໍາ. ມັນຜ່ານການອອກແບບ ແລະ ດັດແປງພັນທຸກໍາ ໃຫ້ມີຄຸນສົມບັດພິເສດ ເຊັ່ນ ຄວາມທົນທານຕໍ່ສະພາບແວດລ້ອມ, ມີຄຸນຄ່າທາງໂພຊະນາການຫຼາຍຂຶ້ນ, ຣົດຊາດດີຂຶ້ນ. ແຕ່ແນວໃດກໍຕາມ, ຜູ້ຄົນມີຄວາມກັງວົນກ່ຽວກັບຄວາມປອດໄພຂອງຕົວເອງໃນຜະລິດຕະພັນເຫຼົ່ານີ້ ຈົນເກີດການວິໄຈ ແລະ ອະທິບາຍກ່ຽວກັບ ຂໍ້ດີ ແລະ
ທະນາຄານແຫ່ງ ສປປ ລາວ ຈະສູ້ຊົນ ປະຕິບັດທຸກມາດຕະການ ແກ້ໄຂເງິນຕາ ໄລຍະ 6 ເດືອນທ້າຍປີ
ທະນາຄານແຫ່ງ ສປປ ລາວ ຈະສູ້ຊົນຈັດຕັ້ງປະຕິບັດທຸກນະໂຍບາຍ-ມາດຕະການໂດຍຈະສຸມໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຈຸດສຸມ ຕິດພັນກັບແຜນເງິນ ຕາຮອດທ້າຍປີ 2022 ໂດຍຈະດຳເນີນນະໂຍບາຍເງິນຕາແບບປະສົມປະສານ ໃຫ້ຮັບ ປະກັນໄດ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ແລະ ປະກອບສ່ວນຊຸກຍູ້ການຟື້ນຕົວຂອງເສດຖະກິດ, ໃນນີ້ ຕົ້ນຕໍ່ຈະສຸມໃສ່ຄຸມຄອງປະລິມານເງິນໃນລະບົບເສດຖະ ກິດ ໃຫ້ແທດເໝາະກັບສະພາບຄວາມຕ້ອງການ ໃນການນຳໃຊ້ ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ບໍ່ສ້າງແຮງກົດດັນຄວາມຕ້ອງການບໍລິໂພກ-ຊົມໃຊ້ ແລະ ນຳເຂົ້າສິນຄ້າສູງຂຶ້ນ ເກີນຄວາມຈຳເປັນ.
ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ ແກ້ໄຂບັນຫາເງິນເຟີ້-ເງິນກີບອ່ອນຄ່າ
ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາ ໂດຍສະເພາະ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາເງິນຕ່າງປະເທດສູງຂຶ້ນເລື້ອຍໆ ເຊິ່ງ ສສຊ
ແຈ້ງການໃໝ່ຫຼ້າສຸດ ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ
ກ່ອນໜ້ານີ້ທີ່ ສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ອອກແຈ້ງການ ສະບັບເລກທີ 1120/ທຄຕລ 2022 ລົງວັນທີ 9 ມິຖຸນາ ນະຄອນຫຼວງ ວຽງຈັນ ວ່າ ກໍານົດເອົາສະກຸນເງິນກີບຈ່າຍໃຫ້ລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram. ແຕ່ຫຼ້າສຸດ ທາງສໍານັກງານໃຫຍ່ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ໄດ້ອອກແຈ້ງການໃໝ່ ແຈ້ງມາຍັງບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ,
ເງິນເຟີ້ຢູ່ ອາເມຣິກາ ເພີ່ມຂຶ້ນສູງທີ່ສຸດ ໃນຮອບ 40 ປີ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ກະຊວງແຮງງານ ອາເມຣິກາ ໄດ້ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕາວັດເງິນເຟີ້ ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນ 8.6% ໃນເດືອນພຶດສະພາ ເມື່ອທຽບກັບປີ 2021 ທີ່ຜ່ານມາ ສູງກວ່າທີ່ນັກວິເຄາະໄດ້ຄາດຄະເນໄວ້ທີ່ລະດັບ 8.3%. ໂຕເລກເງິນເຟີ້ເພີ່ມຂຶ້ນ 8.6% ໃນເດືອນທີ່ຜ່ານມາ ຖືວ່າເປັນການເພີ່ມຂຶ້ນສູງທີ່ສຸດນັບຕັ້ງແຕ່ເດືອນທັນວາ 1981 ຫຼື ໃນຮອບຫຼາຍກວ່າ 40 ປີ
ການຂົນສົ່ງສິນຄ້າ ຜ່ານທາງລົດໄຟ ລາວ-ຈີນ ນັບມື້ວ່ອງໄວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ
ອີງຕາມຂໍ້ມູນຈາກ ບໍລິສັດ ທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດໃຫ້ບໍລິການຢ່າງເປັນທາງການ, ມາຮອດປັດຈຸບັນ ຂະບວນລົດໄຟຂົນສົ່ງສິນຄ້າຜ່ານແດນ ຈາກລາວໄປຈີນ, ຈາກຈີນມາລາວ ແລະ ໄປປະເທດອື່ນໆ ຜ່ານລົດໄຟ ລາວ-ຈີນ ນັບມື້ນັບວ່ອງໄວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດວັນທີ 6 ມິຖຸນາ 2022 ນີ້,
ເດືອນ ພຶດສະພາ ຕໍາຫລວດຈະລາຈອນສາມາດຕິດປ້າຍລົດໄດ້ 10 ພັນກວ່າຄັນ
ທ່ານ ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະ ຊວງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ເມື່ອບໍດົນມານີ້ວ່າ: ໃນເດືອນ ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ສາມາດຕິດປ້າຍລົດໃນທົ່ວປະເທດໄດ້ 10,403 ຄັນ. ໃນນີ້, ລົດ 2 ລໍ້ 5,982 ຄັນ, ລົດ










