ຄວາມເຊື່ອໃຈເຊິ່ງກັນ ແລະກັນ ຖືເປັນເລື່ອງສຳຄັນ ທີ່ຄູ່ຮັກຄວນຢຶດຖື ເພາະໂລກທຸກມື້ນີ້ ເຕັມໄປດ້ວຍສິ່ງທີ່ລໍ້ຕາລວງໃຈ ຫຼາຍຢ່າງ ເຮັດໃຫ້ໂອກາດທີ່ຈະນອກໃຈແຟນ ຫຼື ຄູ່ຊີວິດໂຕເອງ ໄດ້ງ່າຍ ແລະແນບນຽນຫຼາຍຂຶ້ນ. ສະນັ້ນ ບາງຄົນຈຶ່ງຄິດເຖິງບົດບາດເປັນສາຍລັບ, ຕາມຈັບຜິດຄົນຮັກຢູ່ແບບຫ່າງໆ ຈົນຕິດເປັນນິດໄສ. ແຕ່ສິ່ງໃດທີ່ເຮົາເຮັດຫຼາຍເກີນໄປນັ້ນ ອາດບໍ່ແມ່ນເລື່ອງດີ. ລອງອ່ານບາງເຫດຜົນທີ່ທ່ານ ບໍ່ຄວນຈັບຜິດຄົນຮັກຂອງຕົນເອງຫຼາຍເກີນໄປ ຕໍ່ໄປນີ້ເບິ່ງເດີ. ຄຸນຄ່າໃນໂຕທ່ານຈະຫຼຸດລົງໄປເລື້ອຍໆ: ເພາະການຈັບຜິດ ເປັນການຕັ້ງຢູ່ເທິງພື້ນຖານຂອງການທຳລາຍຄວາມໄວ້ເນື້ອເຊື່ອໃຈ
Author: admin
ຮອງນາຍົກ ລົງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ ແຂວງ ອັດຕະປື
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງອັດຕະປື, ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ ເມື່ອບໍ່ດົນມານີ້, ໃຫ້ກຽດຕ້ອນຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນຳຂອງແຂວງ.ພາຍຫຼັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 6 ເດືອນຕົ້ນປີ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022
ຍົກລະດັບຄວາມຮູ້ໃຫ້ ສື່ສານມວນຊົນ ທົ່ວປະເທດ ສົ່ງເສີມສິດທິເດັກ, ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດ ໂຄວິດ-19
ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ ແລະ ປ້ອງກັນພະຍາດ ໂຄວິດ-19 ພ້ອມທັງລາຍງານຫຍໍ້ຜົນການສໍາຫຼວດກ່ຽວກັບອັດຕາການສັກວັກຊິນ ພື້ນທີ່ສີຂຽວຢູ່ ແຂວງ ຫຼວງພະບາງ ລວມທັງນະຄອນຫຼວງ ວຽງຈັນ ແລະ ແຂວງ ວຽງຈັນ ແລະ ການສື່ສານ ການທົບທວນຄືນສິ່ງທ້າທາຍ ສິ່ງກີດຂວາງຕໍ່ການປ່ຽນແປງພຶດຕິກໍາທາງສັງຄົມ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບ ກະຊວງສາທາລະນະສຸກ ແລະ
ຈີນ ກາຍເປັນຕະຫລາດນຳໃຊ້ຫຸ່ນຍົນແຫ່ງໃຫຍ່ທີ່ສຸດໃນໂລກ
ຕາມຂ່າວຈາກ cri, ການນຳໃຊ້ ຫຸ່ນຍົນຂອງຈີນ ໄດ້ຂະຫຍາຍຕົວຂຶ້ນ ຢ່າງວ່ອງໄວ ກາຍເປັນ ຕະຫລາດ ຫຸ່ນຍົນ ແຫ່ງໃຫຍ່ທີ່ ສຸດໃນໂລກ ແລະ ຄາດວ່າ ຈະ ບັນລຸ ມູນຄ່າ ເຖິງ 17,4 ຕື້ໂດລາ ເພີ່ມຂຶ້ນ ສະເລ່ຍ ໃນ5ປີຜ່ານມາ ບັນລຸເຖິງ 22%
ເມືອງເງິນ ຮ່ວມກັບ ບໍລິສັດໄຟຟ້າຫົງສາ ຄົ້ນຄວ້າ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ
ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງເງິນ ຈັດກອງປະຊຸມ ຄົ້ນຄວ້າ ປຶກສາຫາລືກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນ ແຕ່ນີ້ຮອດປີ 2024 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທະວິສັກ ໄຊຍະວົງ ວ່າການເຈົ້າເມືອງໆເງິນ ແລະ ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອຳນວຍການຝ່າຍ ສື່ສານອົງກອນ ບໍລິສັດໄຟຟ້າຫົງສາ ຈຳກັດ,
ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນ ລາວ ຍາດໄດ້ທີ 3 ຈາກ ອາມີເກມ 2022
ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ຫລື ອາມີເກມ 2022(ARMY GAMES 2022) ຂອງເຫລົ່າຮົບຊ່າງແສງ ຈັດພິທີສະຫລຸບ ປິດການແຂ່ງຂັນກິລາ ARMY GAMES 2022 ໃນວັນທີ 21 ສິງຫາ ຜ່ານມາ ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ເມືອງໂວນກາກຣາດ, ແຫ່ງສະຫະພັນລັດເຊຍ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ
ຫຼວງພະບາງ ເປີດຂະບວນການຕ້ານການລະບາດ ຂອງພະຍາດໄຂ້ຍຸງລາຍ
ພິທີເປີດຂະບວນການຕ້ານການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວ ແຂວງ ຫຼວງພະບາງ ໄດ້ຈັດຂຶ້ນໃນ ວັນທີ 20 ສິງຫາ ຜ່ານມາ ທີ່ເດີ່ນຕະຫຼາດຊົນເຜົ່າ ບ້ານປ່າຂາມ ນະຄອນ-ຫຼວງພະບາງ, ມີທ່ານ ນາງ ຄໍາພູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຜູ້ຕາງໜ້າພະແນກການ-ກົມກອງ, ສະຖາບັນການສຶກສາ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ. ພິທີ ທ່ານ ນາງ
ລາວ ແລະ ສປປ ເກົາຫຼີ ຫາລືເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ
ໃນໂອກາດທີ່ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳລາວ ໃນວັນທີ 22 ສິງຫາ ນີ້ ທີ່ຫ້ອງຮັບແຂກກະຊວງ
ຍົກສູງກົນໄກ ຈັດສັນງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ
ກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຈັດສໍາມະນາການຍົກສູງກົນໄກຈັດສັນງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການຄົ້ນຄ້ວາ ແລະ ສ້າງປື້ມຄູ່ມືໃນຂົງເຂດກຳມາທິການແຜນການ, ການເງິນ ແລະ ການກວດສອບ ໃນ ວັນທີ 19-20 ສິງຫາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລີເບີ
ປະກາດແຕ່ງຕັ້ງ 9 ທ່ານ ຄະນະປະຕິຮູບ ລັດວິສະຫະກິດ ການບິນລາວ
ວັນທີ 18 ສິງຫາ 2022 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ໃນພິທີ, ທ່ານ










