ຈີນ ກາຍເປັນຕະຫລາດນຳໃຊ້ຫຸ່ນຍົນແຫ່ງໃຫຍ່ທີ່ສຸດໃນໂລກ

ຕາມ​ຂ່າວ​ຈາກ cri,​ ​ການນຳໃຊ້ ຫຸ່ນຍົນຂອງຈີນ ໄດ້ຂະຫຍາຍຕົວຂຶ້ນ ຢ່າງວ່ອງໄວ ​ກາຍ​ເປັນ ຕະຫລາດ ຫຸ່ນຍົນ ​ແຫ່ງ​ໃຫຍ່​ທີ່ ​ສຸດ​ໃນ​ໂລກ ​ແລະ ຄາດ​ວ່າ ຈະ ບັນລຸ ມູນຄ່າ ເຖິງ​ 17,4 ຕື້ໂດລາ ເພີ່ມຂຶ້ນ ສະເລ່ຍ ໃນ5ປີຜ່ານມາ ບັນລຸເຖິງ 22% ຕໍ່ປີ ພາຍຫລັງ ກອງປະຊຸມ ຫຸ່ນຍົນໂລກ 2022 ທີ່ຫາກໍ່ ອັດລົງ ​ເມື່ອ​ບໍ່​ດົນ​ມາ​ນີ້ ມີວິສາຫະ ກິດ130 ກວ່າແຫ່ງໄດ້ນຳເອົາ ຜະລິດຕະພັນ 500 ກວ່າລາຍການ ເຂົ້າຮ່ວມ ວາງສະແດງ,ເຕັກນິກ ຫຸ່ນຍົນ ພວມເລັ່ງລັດ ເຊື່ອມໂຍງ ເຂົ້າກັບຂະແໜງ ການຕ່າງໆ. ໃນຫລາຍ ປີ ຜ່ານມາ, ຈີນ ໄດ້ໃຊ້ ມາດຕະການຕ່າງໆ ເຊັ່ນ: ວາງແຜນການ ອຸດສາຫະກຳ, ຊຸກຍູ້ ໃຫ້ປະດິດສ້າງໃໝ່ ດ້ານເຕັກນິກ, ສ້າງສະຖານທີ່ ນຳໃຊ້, ບູລະນະ ສິ່ງແວດ ລ້ອມ ການຕະຫລາດ ໃຫ້ດີຂຶ້ນອື່ນໆ ເພື່ອຊຸກຍູ້ ອຸດສາຫະກຳ ຫຸ່ນຍົນ ໃຫ້ພັດທະນາ ຂຶ້ນສູ່ ລະດັບໃໝ່.​
ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!