ເຫດຜົນທີ່​​ບໍ່​ຄວນ​ຈັບ​ຜິດ​ຄົນ​ຮັກຫຼາຍ​ເກີນ​ໄປ

ຄວາມ​ເຊື່ອ​ໃຈ​ເ​ຊິ່ງ​ກັນ ​ແລະ​ກັນ ຖື​ເປັນ​ເລື່ອງ​ສຳຄັນ ​ທີ່​ຄູ່​ຮັກຄວນ​ຢຶດຖື ​ເພາະ​ໂລກ​ທຸກ​ມື້ນີ້​ ເຕັມ​ໄປ​ດ້ວຍ​ສິ່ງ​ທີ່ລໍ້​ຕາ​ລວງ​ໃຈ ຫຼາຍຢ່າງ ເຮັດໃຫ້ໂອກາດ​ທີ່​ຈະ​ນອກ​ໃຈ​ແຟນ​ ຫຼື ຄູ່​ຊີວິດໂຕ​ເອງ ​ໄດ້​ງ່າຍ ​ແລະ​ແນ​ບນຽນຫຼາຍຂຶ້ນ. ສະນັ້ນ ບາງ​ຄົນ​ຈຶ່ງ​ຄິດ​ເຖິງ​ບົດບາດ​ເປັນ​ສາຍ​ລັບ, ຕາມ​ຈັບ​ຜິດ​ຄົນຮັກຢູ່​ແບບ​ຫ່າງໆ ຈົນ​ຕິດ​ເປັນນິດ​ໄສ. ​ແຕ່​ສິ່ງ​ໃດ​ທີ່​ເຮົາ​ເຮັດຫຼາຍ​ເກີນ​ໄປນັ້ນ ອາດ​ບໍ່​ແມ່ນ​ເລື່ອງ​ດີ.

ລອງອ່ານບາງເຫດຜົນທີ່ທ່ານ ບໍ່ຄວນຈັບຜິດຄົນຮັກຂອງຕົນເອງຫຼາຍເກີນໄປ ຕໍ່ໄປນີ້ເບິ່ງເດີ.

  • ຄຸນຄ່າ​ໃນ​ໂຕ​ທ່ານ​ຈະຫຼຸດລົງ​ໄປ​ເລື້ອຍໆ:

​ເພາະ​ການ​ຈັບ​ຜິດ​ ເປັນການຕັ້ງ​ຢູ່​ເທິງ​ພື້ນຖານ​ຂອງ​ການ​ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຄື ຍິ່ງ​ທ່ານ​ມີ​ຄວາມ​ລະ​ແວງຫຼາຍ​ເທົ່າ​ໃດ ​ໃນ​ສາຍຕາ​ເຂົາ​ ທ່ານ​ກໍ​ຍິ່ງ​ມີ​ຄຸນຄ່າຫຼຸດລົງ​ເທົ່າ​ນັ້ນ, ຍິ່ງ​ທ່ານ​ຄອຍ​ແຕ່​ແລ່ນ​ຕາມ​ຈັບ​ຜິດ​ເຂົາ​ໄປ​ທົ່ວທີບ ແບບວ່າ ​ແຕ່​ລະມື້ບໍ່​ໄດ້​ເຮັດ​ຫຍັງ ມົວ​ແຕ່ລໍຖ້າ​ກວດ​ເບິ່ງ​ໂທລະສັບ ​ເຮັດ​ໃຫ້​ເກີດ​​ເລື່ອງ​ວຸ່ນວາຍ, ທ່ານ​ຄວນກຽມ​ໂຕ​ໄວ້​ວ່າ ອາດ​ມື້ທ່ານ​ອາດ​ບໍ່​ເຫຼືອຄ່າ​ສິ່ງ​ໃດ​ໃຫ້​ເຂົາ​ຕ້ອງ​ຮັກສາ.

  • ທ່ານ​ຈະ​ມີ​ຄວາມ​ກັງວົນຫຼາຍ​ເກີນ​ເຫດ:

ຖ້າ​ທ່ານ​ບໍ່​ເຊື່ອ ທ່ານ​ລ​ອງ​​ເປັນ​​ຄົນ​ຈັບ​ຜິດ​ແຟນ ຫຼື ຄູ່​ຊີວິດຂອງທ່ານຈັກ​ຄັ້ງ​ນຶ່ງ​​ເບິ່ງ ​ເຊື່ອບໍ່​ວ່າ ທ່ານ​ຈະ​​ເປັນຄົນ​ແບບ​ນີ້​ໄປ​ຕະຫຼອດ ​ແຖມ​ອາດ​ເປັນໜັກຂຶ້ນກວ່າ​ເກົ່າ​ອີກ. ການ​ເວົ້າ​ແບບ​ນີ້ ກໍ​ເພາະວ່າ  ການ​ມົວ​ເມົານຳ​ແຕ່​ການ​ມາ​ນັ່ງ​ຄອຍ​ຈັບ​ຜິດ ​ນອກຈາກ​ຈະ​ເຮັດ​ໃຫ້​ທ່ານ​ຮູ້ສຶກ ​ບໍ່​ສະບາຍ​ໃຈ​ແລ້ວ ຍັງ​ເປັນ​ການ​ສ້າງ​ຄວາມກັງວົນ​ຫຼາຍ​ເກີນ​ເຫດ​ຈຳ​ເປັນ ກັບ​ການ​ທີ່​ທ່ານ​ຕ້ອງ​ມາ​ນັ່ງ​ຄິດ​ອຸກ​ໃຈຢູ່​ສະ​ເໝີ ຄື ພຽງ​ແຕ່​ໄດ້​ຍິນ​ສຽງຂໍ້ຄວາມ​​ແຊັດ ​ທີ່ບໍ່ຮູ້ວ່າ ​ໃຜຮູ້​​ສົ່ງມາ​ຫາ​ຄົນ​ຮັກ​ຂອງ​ທ່ານ ທັງໆທີ່​ອາດ​ເປັນການ​ແຊັດ​ພຽງ​ແຕ່​ເລື່ອງ​ວຽກງານ​ກໍ​ໄດ້.

  • ທ່ານ​ກຳລັງ​ທຳລາຍ​ຄວາມ​ໄວ້​ວາງ​ໃຈ​ຂອງ​ຄົນ​ທີ່​ທ່ານ​ຮັກ​ໂດຍ​ບໍ່​ຮູ້​ໂຕ:

ຄົນ​ເຮົາ​ຈະ​ຄົບ​ກັນ​ໄປ​ເຮັດ​ຫຍັງ ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ໃຈ​ໃຫ້​ແກ່​ອີກ​ຝ່າຍ, ຍິ່ງ​ຖ້າ​ທ່ານ​ສະ​ແດງ​ອອກ​ວ່າ “ຂ້ອຍ​ກຳລັງ​ຈັບ​ຕາ​ເບິ່ງ​​ເຈົ້າ​ຢູ່​ເດີ” ຫຼາຍ​ເທົ່າ​ໃດ ນັ້ນກໍ​ຄື ທ່ານ​ໄດ້​ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ອີກ​ຝ່າຍ​​ໄປ​ເທື່ອ​ລະໜ້ອຍ. ທຳ​ອິດ ​ຄົນ​ຮັກ​ຂອງ​ທ່ານ​ອາດ​ເຂົ້າ​ໃຈ ​ແຕ່​ຖ້າ​ພົບ​ກັນ​ໄປ​ດົນໆ​ແລ້ວ ​ທ່ານ​ຍັງ​ມີ​ພຶດຕິ​ກຳນີ້ບໍ່​ເຊົາ ບອກ​ໄດ້​ເລີຍ​ວ່າ ທ່ານອາດ​ເປັນ​ໂສດ​ອີກ​ເທື່ອ​ນຶ່ງກໍເປັນ​ໄດ້.

  • ບໍ່​ມີ​ໃຜ​ມັກ​ທີ່​ຖືກ​ຈັບ​ຜິດ​ຕະຫຼອດ​ເວລາ:

ຖ້າ​ທ່ານ​ຈະ​ບອກ​ວ່າ “ການ​ທີ່​ຂ້ອຍ​ຕ້ອງ​​ມາ​ນັ່ງ​ຈັບ​ຜິດ​​ເຈົ້າ ກໍ​ເພາະ​ເປັນ​ການ​ຕັດ​ໄຟ​ແຕ່​ຕົ້ນ​ລົມ ​ເຜື່ອ​ວ່າ ​​ເຈົ້າ​ຈະ​ໄດ້​ບໍ່​ມາ​ຫັກຫຼັງຂ້ອຍ​ເອົາ​ຕາມຫຼັງ.” ​ເຫດຜົນ​ແບບ​ນີ້ ຟັງ​ແລ້ວ​ຟັງ​ອີກ​ກໍ​ບໍ່ດີ​ຂຶ້ນ. ບາງ​ຄັ້ງ ​ສິ່ງ​ແບບ​ນີ້ອາດເປັນ​ຂໍ້​ອ້າງ​ຂອງ​ຄົນ​ນິດ​ໄສ​ບໍ່​ດີ ທີ່​ມັກ​ແຕ່​ຈະ​ຈັບ​ຜິດ​ຄົນ​ອື່ນ, ທ່ານລອງ​ຄິດ​ເບິ່ງ​​ເອົາ​ເອງ​ວ່າ ມີ​ໃຜແດ່ ທີ່​ຢາກ​ຢູ່​ກັບ​ຄົນນິດ​ໄສ​ແບບ​ນີ້?

  • ຍິ່ງ​ຈັບ​ຜິດ ຍິ່ງ​ເຮັດ​ໃຫ້​ເລື່ອງ​ຊັບຊ້ອນ:

ທ່ານເຄີຍສັງ​ເກດ​ຄົນ​ທີ່​ທ່ານ​ຮັກ​ບໍ່​ວ່າ  ຖ້າເຮົາລໍຖ້າແຕ່​ຈັບ​ຜິດເຂົາ​ໄດ້ 1 ເລື່ອງ, 2 ເລື່ອງ,​ 3 ​ເລື່ອງ ລະດັບ​ຄວາມ​ຊັບຊ້ອນ​ຂອງ​ເລື່ອງ​ທີ່​ທ່ານ​ຈັບ​ຜິດ ​ຈະ​ຍິ່ງ​ເພີ່ມຫຼາຍຂຶ້ນຕາມ​ລຳດັບ. ສິ່ງ​ເຫຼົ່ານີ້ ອາດເປັນ​ເພາະ​ອີກ​ຝ່າຍ​ ຢາກ​ຫາ​ທາງໜີ ເພື່ອບໍ່​ໃຫ້​ທ່ານ​ຈັບ​ຜິດ​ເຂົາ​ໄດ້.

error: Content is protected !!