ໃນວັນທີ 25 ກໍລະກົດ 2022 ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ໄດ້ຮັບແຈ້ງຈາກພົນລະເມືອງດີ ໄດ້ມີຄົນບໍ່ດີຕົວະຍົວະຫຼອກລວງ ເອົາເດັກຕໍ່າກວ່າ 18 ປີ ມາຂາຍບໍລິການທາງເພດ. ເມື່ອລົງກວດກາພົບວ່າແມ່ນແທ້ ແລະ ຈັບຜູ້ກະທຳຜິດໄດ້ສອງຄົນ ຄື ນາງ ດວງຈັນ ອາຍຸ 44 ປີ ແລະ
Author: admin
ໂລະລາດຢູ່ນະຄອນ ຫລວງພະບາງ ໃນງານບຸນຫໍ່ເຂົ້າປະດັບດິນ ຄຶກຄື້ນອີກຄັ້ງ
ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 25 ສິງຫາ 2022 ນີ້, ອົງການປົກຄອງນະຄອນ ຫລວງພະບາງ ໄດ້ຈັດງານລົງຕະຫລາດນັດແບບມວນຊົນ ຫລື ໂລະລາດ ໃນໂອກາດບຸນຫໍ່ເຂົ້າປະດັບດິນ-ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2565 ຄສ 2022 ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫັວດ
ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ມາອອນ (MA-ON)ປະຈໍາວັນທີ 25 ສິງຫາ 2022
ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານເຂດພາກເໜືອ ຂອງປະເທດລາວ, ສໍາລັບລົມພາຍຸໝູນເຂດຮ້ອນມາອອນ (MA-ON) ຫົວທີ 09, ໃນເວລາ 06:00 ຂອງວັນທີ 25 ສິງຫາ 2022 ມີຈຸດທີ່ຕັ້ງຢູ່ເສັ້ນ ຂະໜານທີ 21.7 ອົງສາເໜືອ ແລະ ເສັ້ນແວງທີ 110 ອົງສາຕາເວັນອອກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ
ເສດຖະກິດ-ສັງຄົມ ແຂວງຄໍາມ່ວນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ
ແຫຼ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້, ເສດຖະກິດ-ສັງຄົມ ພາຍໃນແຂວງ ຄຳມ່ວນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍໃຕ້ການນໍພາ-ຊີ້ນໍາ ຢ່າງໃກ້ສິດຂອງຄະນະບໍລິຫານງານພັກແຂວງ ກໍຄື ການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ ລວມທັງຄວາມພະຍາຍາມຢ່າງຕັ້ງໜ້າ ຂອງອົງການປົກ ຄອງແຂວງ, ການປະກອບສາວນຢ່າງເປັນເຈົ້າການຂອງພະນັກງານ, ທະຫານຕໍ່າຫລວດ, ການສະໜັບສະໜູນ ແລະ
ເມືອງ ງອຍ ປ່ອຍສັດປ່າຫວງຫ້າມປະເພດລີງ ຄືນສູ່ປ່າໄມ້ທຳມະຊາດ
ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ມີພິທີປ່ອຍສັດປ່າຫວງຫ້າມ ປະເພດລີງ ຈຳນວນ 2 ໂຕ ຄືນສູ່ທໍາມະຊາດ ຜານາງນອນ ເມື່ອບໍ່ດົນມານີ້, ໂດຍມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍ ພ້ອມດ້ວຍຄະນະ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ ແລະ ອົງການປົກຄອງບ້ານໜອງຂຽວ ເຂົ້າຮ່ວມ. ໃນພິທີ,
6 ເດືອນຕົ້ນປີ ຕມ ປະຈໍາດ່ານສາກົນຂົວມິດຕະພາບ 3 ມີຄົນເຂົ້າ-ອອກທັງໝົດ 66,082 ຄົນ
ທ່ານ ພັຕ ສຸກທອງ ວົງສາ ຫົວໜ້າ ຕມ ປະຈໍາດ່ານສາກົນຂົວມິດຕະພາບ 3 ແຂວງ ຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ວ່າ: ພາຍທີ່ລັດຖະບານໄດ້ເປີດປະເທດເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ທາງຄະນະດ່ານ
ນະຄອນ ຫຼວງພະບາງ ກຳນົດລາຄາຂາຍຍ່ອຍຊີ້ນໝູປະເພດ 1 ສູງສຸດບໍ່ໃຫ້ເກີນ 65,000 ຕໍ່ກິໂລ
ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການ ກຳນົດລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ, ແຂວງຫຼວງພະບາງ ຄັ້ງວັນທີ 22 ສິງຫາ 2022 ໂດຍກອງປະຊຸມໄດ້ຄົ້ນຄ້ວາປຶກສາຫາລືກ່ຽວກັບກັບການກຳນົດໂຄງປະກອບລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ໂດຍການເປັນປະທານຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 24 ທ່ານ, ຍິງ 6 ທ່ານ
ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ມາອອນ (MA-ON) ໃນວັນທີ 24 ຫາ 27 ສິງຫາ 2022
ພາຍຸໝູນເຂດຮ້ອນ ມາອອນ (MA-ON) ມາອອນ ຫົວທີ່ 09, ຊຶ່ງໃນເວລາ 08:00 ໂມງເຊົ້າຂອງວັນທີ 24 ສິງຫາ 2022 ພວມເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ. ຈາກນັ້ນໃນຕອນກາງຄືນຂອງວັນທີ 24 ຫາ 27 ສິງຫາ 2022 ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງ ສປ ຈີນ ແລະ ຈະສືບຕໍ່ຜ່ານແຂວງພາກເໜືອ
ເມືອງ ງອຍ ຟື້ນຟູເສດຖະກິດ-ວັດທະນະທໍາສັງຄົມ ຫຼັງພະຍາດ ໂຄວິດ-19 ຜ່ອນຄາຍລົງ
ປະມານສອງປີກວ່າທີ່ພະຍາດ ໂຄວິດ-19 ລະບາດໜັກຢູ່ໃນໂລກ ເຮັດໃຫ້ສະພາບເສດຖະກິດ-ສັງຄົມ ຢູ່ຫຼາຍປະເທດ ລວມທັງປະເທດ ລາວ ເຮົາພົບກັບຄວາມຫຍຸ້ງຍາກຢ່າງໜັກໜ່ວງ. ເມືອງ ງອຍ, ແຂວງ ຫຼວງພະບາງ ກໍເເມ່ນເມືອງໜຶ່ງທີ່ໄດ້ຮັບຜົນກະທົບ ຈາກເປັນເມືອງຜະລິດພືດກະສິກໍາສົ່ງອອກໄປແຂວງ ແລະ ເມືອງໃກ້ຄຽງ, ເປັນເມືອງ ທ່ອງທ່ຽວ ທີ່ມີນັກທ່ອງທ່ຽວໄປທ່ຽວບໍ່ເວັ້ນແຕ່ລະວັນ ກໍປະເຊີນກັບສະພາບເສດຖະກິດ-ສັງຄົມ ຕົກຕໍ່າບໍ່ຕ່າງຫຍັງກັບເມືອງອື່ນໆເຊັນດຽວກັນ. ພາຍຫຼັງລັດຖະບານ ມີນະໂຍບາຍເປີດປະເທດ ການນໍາຂອງເມືອງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື
ກອງປະຊຸມ ຜູ້ອຳນວຍການໃຫຍ່ ທາງລົດໄຟ ອາຊຽນ ຄັ້ງທີ 42
ຕາມຂ່າວຈາກ VOVWORLD, ກອງປະຊຸມ ຜູ້ອຳນວຍການໃຫຍ່ ທາງລົດໄຟ ສະມາຄົມ ປະຊາຊາດ ເອເຊຍ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ23 -25 ສິງຫານີ້ ຢູ່ນະຄອນ ດານັ້ງ ໂດຍມີ ຜູ້ແທນ ຈາກຂະແໜງການ ທາງລົດໄຟ










