ເກີດອຸບັດຕິເຫດ​ ລົດ​ 12​ ລໍ້​ ຕົກເຫວ​ ຢູ່ຫຼວງພະບາງ ມີຜູ້​ເສຍຊີວິດ​ 2​ ຄົນ

ຫນ່ວຍກູ້ຊີບອົງການກາແດງລາວ ແຂວງ ຫລວງພະບາງ​ ລາຍງານວ່າ: ວັນທີ 21 ສິງຫາ​ 2022 ເວລາ​ ​22:30 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີ​ອຸບັດຕິເຫດ​ລົດ12​ ລໍ້ຕົກເຫວ ທີ່ບ້ານ​ ສີບຸນເຮືອງເມືອງນໍ້າບາກ ແຂວງ ຫລວງພະບາງ ​ ​ ເມື່ອທີມງານກູ້ຊີບອົງການກາແດງລາວ ອອກກວດສອບພົບຜູ້ເສຍຊີວິດຄາທີ່ຕິດຢູ່ພາຍໃນລົດ​ 2​

ອ່ານເພີ່ມ...

ປະຊາຊົນເມືອງ​ ໂພນໄຊ ແລະ ຊຽງເງິນ ທີ່ໄດ້ຮັບ
ຜົນກະທົບຈາກໄພພິບັດ ໄດ້ຮັບເຄື່ອງບັນເທົາທຸກ

ແຫລ່ງຂ່າວຈາກ ແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດຂັ້ນແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນ ເມືອງໂພນໄຊ ແລະ ເມືອງຊຽງເງິນ ທີ່ຖືກຜົນກະທົບຈາກໄພພິບັດໄຟໄໝ້ ແລະ ນໍ້າປ່າໄຫຼຊຸເຮືອນປະຊາຊົນ ເຄື່ອງທີ່ນໍາມາມອບຄັ້ງນີ້, ເປັນການບັນເທົ່າທຸກເບື້ອງຕົ້ນ

ອ່ານເພີ່ມ...

ເດືອນກໍລະກົດ​ ນີ້​ ລາວ ນຳເຂົ້າສິນຄ້າ​ ຈາກ​ ໄທ ເປັນອັນດັບໜຶ່ງ ມູນຄ່າປະມານ 264 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ ລາຍງານວ່າ: ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ເດືອນກໍລະກົດ 2022 ບັນລຸ 968 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ 427 ລ້ານໂດລາ, ມູນຄ່າການນໍາເຂົ້າ 541 ລ້ານໂດລາ ແລະ ຂາດດຸນການຄ້າ 114

ອ່ານເພີ່ມ...

ເກີດອຸບັດຕິເຫດລົດໃຫຍ່ຕຳລົດໃຫຍ່ ຢູ່ສີ່ແຍກໄຟແດງ ຫໍປະຊຸມແຫ່ງຊາດ ຫລັກ6

ເວລາປະມານ 20:45 ນາທີ ຂອງວັນທີ 21 ສິງຫາ 2022 ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳລົດໃຫຍ່ ຢູ່ສີ່ແຍກໄຟແດງ ຫໍປະຊຸມແຫ່ງຊາດ ຫລັກ6 ເມືອງ​ ໄຊ​ເສດຖາ,​ ນະຄອນຫລວງ​ ວຽງຈັນ.​ ລົດເກີດອຸບັດຕິເຫດເປັນລົດວີໂກ ແລະ ລົດແລນໂຣເວີ,​ ລົດວີໂກມຸ່ງໜ້າມາແຕ່ບ້ານພະຂາວ ສ່ວນລົດແລນໂຣນແລ່ນມາແຕ່ບ້ານໂພນພະເນົາລ້ຽວຊາຍຈະຂຶ້ນໄປທາງບ້ານຈອມມະນີ. ອຸບັດຕິເຫດ ຄັ້ງນີ້ແມ່ນລົດທັງສອງຄັນໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ບໍ່ມີຜູ້ໄດ້ຮັບບາດເຈັບ.​ ໄຟແດງຈຸດນີ້ແມ່ນຈະມີການປິດລະບົບໄວ

ອ່ານເພີ່ມ...

ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມ​ ຢູ່ນະຄອນຫລວງ ວຽງຈັນ

ນະຄອນຫລວງ​ ວຽງຈັນ ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມທີ່ເກີດຢູ່ຕາມເສັ້ນ ທາງ ແລະ ຈຸດສໍາຄັນຕ່າງໆ ຍ້ອນນໍ້າໄຫລລະບາຍບໍ່ທັນ, ລວມທັງນໍ້າຖ້ວມຂັງຢູ່ບາງຈຸດ ທັງໃນໄລຍະສະເພາະໜ້າ ແລະ ຖາວອນ ຫລື ໄລຍະຍາວ ໂດຍຈະມີການແບ່ງຄວາມຮັບຜິດຊອບກັນຂອງທຸກຂະແໜງການທີ່ກ່ຽວຂ້ອງຄືນໃຫມ່ເພື່ອໃຫ້ລະອຽດຊັດເຈນກວ່າເກົ່າ !!! ​ທ່ານ ສຸລິວັນ ພົມມະຫາໄຊ, ຫົວຫນ້າ ພະແນກໂຍທາທິການ ແລະ

ອ່ານເພີ່ມ...

ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກ ຣັດເຊຍ

ຕາມ​ຂ່າວ​ຈາກ ນະຄອນ​ ຢາງ​ກຸ້ງ,ວັນ​ທີ 18 ​ສິງຫາ​ນີ້, ມຽນມາ ປະກາດ ​ການ​ກະກຽມ ​ນຳ​ເຂົ້າ ນ້ຳມັນ ​ເຊື້ອ​ໄຟ ​ໃນ​ລາຄາ​ ມິດຕະພາບ ​ແລະ ມີ​ຄຸນ​ນະພາ​ບ ​ໂດຍ​ສະ​ເພາະ ນ້ຳມັນ​ ແອັດ​ຊັງ ​ແລະ ກາ​ຊວນ ຈາກ ຣັດ​ເຊຍ ​ໂດຍ​ເປັນ​ຜົນ​ຈາກ ການ​ເດີນທາງ

ອ່ານເພີ່ມ...

ມອບ-ຮັບໂຄງການສ້ອມແປງຄອງ ເໝືອງ ຫ້ວຍຕະງີ່ ບ້ານ ນາກະຊິນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ ຄອງເໝືອງ-ຝາຍຫ້ວຍຕະງີ່ ບ້ານນາກະຊິນ ຈັດຂຶ້ນຢ່າງເປັນທາງການ ຫວ່າງບໍ່ດົນມານີ້ ທີ່ບ້ານນາກະຊິນ ກຸ່ມບ້ານທີ 11 ເມືອງວິລະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງມິເນໂຣນລິມິເຕັດ, ມີທ່ານຮອງເຈົ້າເມືອງ,

ອ່ານເພີ່ມ...

ກຽມເປີດປະຕູນ້ໍາ ເຂື່ອນໄຟຟ້ານ້ໍາຄານ 2 ແລະ ນ້ໍາຄານ 3 ເພື່ອລະບາຍນໍ້ານອງ

ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ (ຜບ), ອີງຕາມການສະເຫນີຂອງ ຫົວຫນ້າບໍລິສັດ ຜະລິດ-ໄຟຟ້າ ມະຫາຊົນມີລາຍລະອຽດວ່າ ໃນວັນທີ 19/08/2012 ທາງເຂື່ອນໄຟຟ້ານໍ້າຄານ 2 ແລະ ນ້ໍາຄານ 3 ມີແຜນຈະ ເປີດປະຕູນໍ້ານອງ ເພື່ອລະບາຍນ້ໍາ ອອກຈາກອ່າງເກັບນາຂອງເຂື່ອນ, ເນື່ອງຈາກປັດຈຸບັນລະດັບນ້ໍາຂອງເຂື່ ອນ

ອ່ານເພີ່ມ...

ສູນການຄ້າ ວຽງຈັນຊັນເຕີ ຈັດພິທີເຊັນສັນຍາ ຮ່ວມທຸລະກິດ 8 ບໍລິສັດ ແລະ 9 ແບຣນດັງ ຄັ້ງທີ  2

ໃນວັນທີ 18 ສິງຫາ 2022  ນີ້ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດພິທີເຊັນສັນຍາ ຮ່ວມທຸລະກິດຄັ້ງທີ 2 ທີ່ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງ ວຽງຈັນ, ເຊິ່ງພິທີເຊັນສັນຍາຄັ້ງທີ 1 ແມ່ນໄດ້ຈັດຂຶ້ນວັນທີ 18 ກຸມພາ 2022 ທີ່ຜ່ານມາ, ໄດ້ຮ່ວມເຊັນສັນຍາຮ່ວມທຸລະກິດກັບ 7 ບໍລິສັດ 15

ອ່ານເພີ່ມ...
error: Content is protected !!