ເມື່ອເວົ້າເຖິງ “ນະຄອນປາກເຊ”, ພາບທີ່ປະກົດຂຶ້ນໃນສາຍຕາຂອງຊາວໂລກບໍ່ແມ່ນພຽງແຕ່ເມືອງປາກແມ່ນ້ຳສອງສີທີ່ສວຍງາມ ຫຼື ປະຕູສູ່ແຫຼ່ງທ່ອງທ່ຽວວັດທະນະທຳ-ທຳມະຊາດຂອງພາກໃຕ້ເທົ່ານັ້ນ, ແຕ່ໃນປີ 2026 ນີ້, ປາກເຊໄດ້ຢືນຢັນຖານະຄວາມເປັນເລີດອີກຄັ້ງດ້ວຍການຄວ້າລາງວັນ “ເມືອງທ່ອງທ່ຽວສະອາດອາຊຽນ” ສະໄໝທີ 2. ລາງວັນນີ້ບໍ່ແມ່ນພຽງແຕ່ແຜ່ນຄຳກຽດຕິຍົດທີ່ປະດັບໄວ້ໃນຫ້ອງການ, ແຕ່ມັນຄື “ສັນຍາໃຈ” ຂອງພວກເຮົາທຸກຄົນທີ່ຈະຮັກສາຄວາມງາມອັນຊົງຄຸນຄ່ານີ້ໃຫ້ຍືນຍົງ ເພື່ອຕ້ອນຮັບແຂກບ້ານແຂກເມືອງດ້ວຍຮອຍຍິ້ມ ແລະ ສິ່ງແວດລ້ອມທີ່ສົດໃສ. ການຈະຮັກສາແຊ້ມ ແລະ ຍົກລະດັບການທ່ອງທ່ຽວແຂວງຈຳປາສັກໃຫ້ໂດດເດັ່ນໃນເວທີສາກົນນັ້ນ ບໍ່ສາມາດສຳເລັດໄດ້ດ້ວຍຄົນພຽງກຸ່ມດຽວ, ແຕ່ຕ້ອງອາໄສ