ນະຄອນຫຼວງບາກູ, ອາແຊັກໄບຊານ – ໃນວັນທີ 15 ຕຸລາ 2026, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ກົນໄກການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ ຫຼື ຊິກາ (CICA) ຄັ້ງທີ 7 ຈັດຂຶ້ນ ທີ່ ນະຄອນຫຼວງບາກູ, ສາທາລະນະລັດ ອາແຊັກໄບຊານ.

ກອງປະຊຸມສຸດຍອດຄັ້ງນີ້ ແມ່ນຈັດຂຶ້ນພາຍໃຕ້ຄໍາຂວັນ: “CICA ທີ່ເຂັ້ມແຂງ: ການເຊື່ອມໂຍງ, ການຫັນເປັນດິຈິຕອນ ແລະ ການຂະຫຍາຍຕົວຢ່າງຍືນຍົງໃນຂົງເຂດອາຊີ” ໂດຍການເປັນປະທານຂອງ ອາແຊັກໄບຊານ ແລະ ຖືເປັນຂີດໝາຍທາງປະຫວັດສາດທີ່ສໍາຄັນໃນການເຄື່ອນໄຫວວຽກງານການທູດຫຼາຍຝ່າຍ ຂອງ ສປປ ລາວ ເພາະເປັນການເຂົ້າຮ່ວມຄັ້ງທໍາອິດ ຂອງ ສປປ ລາວ ໃນຖານະປະເທດສະມາຊິກສົມບູນ ຂອງ CICA ພາຍຫຼັງທີ່ໄດ້ມີມະຕິຢ່າງເປັນເອກະສັນຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກ CICA ຢ່າງເປັນທາງການ ເຊິ່ງເຮັດໃຫ້ຈໍານວນສະມາຊິກກົນໄກດັ່ງກ່າວ ເພີ່ມຂຶ້ນເປັນ 29 ປະເທດ, ກວມເອົາເນື້ອທີ່ ແລະ ຈໍານວນປະຊາກອນ ເກົ້າສິບສ່ວນຮ້ອຍ (90%) ຂອງພາກພື້ນອາຊີ.

ຂໍ້ມູນຈາກ: ກະຊວງການຕ່າງປະເທດ
ພາບຈາກ: mirziyoyev_sh_eng
