ໃນວັນທີ 15 ມັງກອນ ຜ່ານມາທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ ໂດຍເປັນປະທານກ່າວເປີດຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ
ທ່ອງທ່ຽວ
ມາເບິ່ງບັນຍາກາດ! ບຸນເກຼິ ຂອງຊົນເຜົ່າກຶມມຸ ປະຈໍາປີ 2023
ວັນທີ 4 ມັງກອນ 2023 ນີ້, ບ້ານໂພນໂຮມ ເມືອງ ຕົ້ນເຜິ້ງ ໄດ້ຈັດງານບຸນເກຼິ ຫຼື ບຸນເຕັຈນຶມຂອງເຜົ່າກຶມມຸ ປະຈໍາປີ 2023 ຂຶ້ນ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ໃຫ້ກຽດເຂົ້າຮ່ວມງານມີ ທ່ານ ບຸນທັນ ບຸນທິໄຊ ປະທານແນວລາວສ້າງຊາດເມືອງ ຕົ້ນເຜິ້ງ, ທ່ານ ປອ
ເປີດເທດສະການໝາກກ້ຽງຫວານປະຈຳປີ 2022 ທີ່ເມືອງ ວັງວຽງ
ໃນທ້າຍເດືອນ ທັນວາ ນີ້, ເມືອງ ວັງວຽງ,ແຂວງວຽງຈັນ ໄດ້ຈັດພິທີເປີດເທດສະການໝາກກ້ຽງຫວານປະຈຳປີ 2022 ໂດຍມີຂະບວນແຮ່ໝາກກ້ຽງຫວານຈາກວັດກາງສຸວັນນາຣາມຫາເດີ່ນຍົນ, ໂດຍການເປັນປະທານຂອງທ່ານຄໍາພັນສິດທິດໍາພາກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານບົວສອນບຸບຜາວັນອະດີດກຳມະການກົມການເມືອງສູນກາງພັກອະດີດນາຍົກລັດຖະມົນຕີ, ມີທ່ານເຈົ້າເມືອງວັງວຽງ,ບັນດາກຳມະການພັກແຂວງ, ບັນດາເຈົ້າເມືອງແລະຮອງເຈົ້າເມືອງອ້ອມຂ້າງ, ຫົວໜ້າພະແນກ, ຄະນະປະຈຳພັກເມືອງກຳມະການພັກເມືອງພ້ອມດ້ວຍຄະນະນໍາຂັ້ນເມືອງພໍ່ແມ່ປະຊາຊົນແຂກຖືກເຊີນແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ. ໃນພິທີ, ທ່ານບຸນຈັນມາລາວົງກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງວັງວຽງຍັງໄດ້ໃຫ້ກຽດເປີດງານໝາກກ້ຽງຫວານປະຈຳປີ2022ຢ່າງເປັນທາງການ. ໂດຍທ່ານກ່າວຕື່ມວ່າຈຸດປະສົງກໍເພື່ອເປັນການສົ່ງເສີມຂະບວນການຜະລິດທາງດ້ານກະສິກຳເປັນສິນຄ້າຂອງເມືອງໃຫ້ມີຂະບວນຟົດຟື້ນແລະເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມສປປລາວກໍຄືເມືອງວັງວຽງໃຫ້ນັບມື້ຫຼາຍຂຶ້ນແລະໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳລວມມີກິດຈະກຳທັງພາຍໃນແລະຕ່າງປະເທດຊຶ່ງແນໃສ່ບັນດາກິດຈະກຳໃນການສົ່ງເສີມບຸນປະເພນີແລະເທດສະການຕ່າງໆຂອງບັນດາແຂວງໃນຂອບເຂດທົ່ວປະເທດ. ພາຍໃນງານມີຕະຫຼາດນັດກະສິກຳເປັນຕົ້ນແມ່ນໝາກກ້ຽງແລະການບໍລິການທາງດ້ານການທ່ອງທ່ຽວເຮືອກາຍັກ,ກົງເບັງແລະອື່ນໆ. ຕອນທ້າຍພິທີຍັງໄດ້ມີການລັ່ນຄ້ອງ9ບາດພ້ອມຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງງານແມ່ນຈະເປີດຈົນຮອດວັນທີ3ມັງກອນ2023. (ຂ່າວ-ພາບ: ໝອນແກ້ວ)
ລ່ອງເຮືອຊົມວິວນໍ້າຂອງດອນເມນ ໜຶ່ງໃນກິດຈະກໍາສົ່ງເສີມການທ່ອງທ່ຽວ ເມືອງ ແກ່ນທ້າວ
ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການລ່ອງເຮືອຕາມລໍານໍ້າຂອງດອນເມນ ຊົມທິວທັດທໍາມະຊາດ ເປັນກິດຈະກໍານໍາທ່ຽວ ທີ່ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງແກ່ນທ້າວ ກໍານົດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວພາຍໃນເມືອງ ເຊິ່ງກ່ອນໜ້ານີ້, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຂຽນໂຄງການລ່ອງເຮືອທ່ອງທ່ຽວຊົມວິວດອນເມນ ຫາເວີນຄໍາ ນໍາຮ່ອງຮອຍປະຫວັດສາດເມືອງເປັງຈານນະຄອນລັດ ໂດຍອີງໃສ່ຈຸດພິເສດຂອງບ້ານດອນເມນ ທີ່ຕັ້ງຢູ່ລຽບຕາມລໍານໍ້າຂອງ ຫ່າງຈາກເທສະບານເມືອງປະມານ
ໄຫຫີນມໍລະດົກໂລກ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ
ໄຫຫີນມໍລະດົກໂລກ ສ້າງຄວາມພາກພູມໃຈໃຫ້ແກ່ຄົນລາວເຮົາ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໄຫຫີນໄດ້ສ້າງຊື່ສຽງ, ພາບພົດຂອງປະເທດລາວ ເວົ້າລວມ ເວົ້າສະເພາະ ກໍຄື ຊາວ ແຂວງຊຽງຂວາງ, ໄຫຫີນ ສາມາດເຮັດໃຫ້ແຂກຄົນທຸກສາລະທິດສົນໃຈມາທ່ຽວຊົມນັບມື້ເພີ່ມຂຶ້ນ, ໄຫຫີນເປັນມໍລະດົກໂລກໄດ້ຊຸກຍູ້ອຸດສາຫະກຳການທ່ອງທ່ຽວດ້ານວັດທະນະທຳ ແລະ ທຳມະຊາດທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ຄຸນຄ່າທີ່ແທ້ຈິງຂອງມໍລະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍລະດົກດັ່ງກ່າວ. ທ່ານ ໜອນ ນວນທະສິນ
ຕາດເລິກ ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ
ຕາດຊາຍເຂດບ້ານ ຫ້ວຍເລິກ, ຂຶ້ນກັບເມືອງ ທ່າພະບາດ, ແຂວງ ບໍລິຄຳໄຊ ຫ່າງຈາກເທດສະບານເມືອງດັ່ງກ່າວ ປະມານ 17 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ມີຫ້ອງວາງສະແດງຊີວະນາໆພັນ, ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແຕ່ປີ 2004. ຕາດເລິກເປັນນ້ຳຕົກຕາດທີ່ກີດຂວາງທິດທາງການໄຫຼຂອງກະແສແມ່ນ້ຳເລິກ ຈຶ່ງເຮັດໃຫ້ກະແສນ້ຳດັ່ງກ່າວ ຕ້ອງໄຫຼເຊາະກ້ອນຫີນເປັນເວລາຫຼາຍລ້ານປີ ຈົນເຮັດໃຫ້ຕາດມີຫຼາຍຮູບຫຼາຍລັກສະນະໃນປັດຈຸບັນ ແລະ ງົດງາມເປັນເອກະລັກຢູ່ບໍລິເວນນີ້ນັກທ່ອງທ່ຽວຍັງສາມາດຍ່າງປ່າ ເພື່ອສຶກສາຊີວະນາໆພັນ ແລະ ຕັ້ງເຕັ້ນຄ້າງຄືນນອນກາງປ່າ
ສາລະວັນ ກຽມພ້ອມພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ
ໃນວັນທີ 23 ພະຈິກ ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ຮ່ວມກັບກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ຈັດກອງປະຊຸມສໍາມະນາເພື່ອປຶກສາຫາລື, ແລກປ່ຽນທັດສະນະ, ວິທີການໆພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ ແນໃສ່ປັບປຸງສິ່ງອໍານວຍຄວາມສະດວກ ແລະ ການບໍລິການໃຫ້ດີຂຶ້ນ ເປັນຕົ້ນສະຖານທີ່ແຫຼ່ງທ່ອງທ່ຽວ, ສະຖານທີ່ພັກແຮມ, ຂອດບໍລິ
ມາເບິ່ງ! ນັກທ່ອງທ່ຽວ ເດີນທາງມາທ່ຽວ ລາວ ຫຼາຍທີ່ສຸດ 5 ອັນດັບ ນັບແຕ່ເດືອນກັນຍາ ເປັນຕົ້ນມາ
ອອກມາແລ້ວ !!! ລາຍຊື່ Top 5 ປະເທດ ທີ່ມີນັກທ່ອງທ່ຽວ ເດີນທາງ ມາທ່ຽວ ລາວ ຫຼາຍທີ່ສຸດ 5 ອັນດັບ ນັບຕັ້ງແຕ່ ຕົ້ນປີ 2022 ຈົນມາຮອດ ເດືອນ ກັນຍາ 2022 !!! ຂໍ້ມູນຈາກກົມການຕະຫຼາດການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນາທໍາ
ພະແນກ ຖວທ ແຂວງຈໍາປາສັກ ສໍາຫຼວດເສັ້ນທາງການທ່ອງທ່ຽວເຊື່ອມຕໍ່ການທ່ອງທ່ຽວ 3 ເມືອງ
ວັນທີ 14 – 15 ພະຈິກ 2022, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ນໍາໂດຍ ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ຖວທ ແຂວງ ຜູ້ຊີ້ນໍາວຽກງານທ່ອງທ່ຽວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວແຂວງ ນໍາໂດຍ ທ່ານ
ລາວ 1 ດຽວໃນອາຊຽນ ທີ່ຕິດອັນດັບໂລກ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນປີ 2023
ອີງຕາມການລາຍງານຂອງວາລະສານ National Geographic ເຊິ່ງຢູ່ໃນຫົວຂໍ້ 25 breathtaking places and experiences for 2023 ຫຼື ໜຶ່ງຈຸດໝາຍປາຍທາງທີ່ໜ້າໄປຢ້ຽມຢາມໃນປີ 2023 ການ ຈັດອັນດັບຄັ້ງນີ້ມາຈາກການຈັດໂດຍອີງໃສ່ 5 ໝວດໝູ່ຄື: ຊຸມຊົນ, ທຳມະຊາດ, ຄອບຄົວ, ວັດທະນາທຳ ແລະ ການພະຈົນໄພ










