ຈຳປາສັກ – ອຸບົນຣາຊະທານີ ຮ່ວມຈັດກິດຈະກໍາສົ່ງເສີມກິລາ ແລະ ການທ່ອງທ່ຽວ

ໃນວັນທີ 15 ມັງກອນ ຜ່ານມາທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ ໂດຍເປັນປະທານກ່າວເປີດຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ພ້ອມຄະນະ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຈັດກິດຈະກຳກິລາ ແລະ ການທ່ອງທ່ຽວໃນຄັ້ງນີ້, ແມ່ນມີຄວາມສຳຄັນ ແລະ ມີຫຼາກຫຼາຍ ກິດຈະກຳ ທີ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ພັດທະນາວຽກງານ ກິລາ-ກາຍຍະກຳ ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ດຶງດູດການທ່ອງທ່ຽວ ຕິດພັນກັບການສ້າງຂະບວນການຕ້ອນຮັບງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 3-5 ກຸມພາ ທີ່ຈະມາເຖິງນີ້. ບັນດາກິດຈະກຳທີ່ຈັດຮ່ວມກັນໃນຄັ້ງນີ້, ປະກອບມີຫຼາຍກິດຈະກຳເຊັ່ນ: ກິດຈະກຳຕ້ອນຮັບຂະບວນຄາຣາວານລົດໃຫຍ່ ຈາກຈັງຫວັດອຸບົນຣາຊະທານີ ມາແຂວງຈຳປາສັກ ໄລຍະທາງ 45 ກິໂລແມັດ ຜ່ານດ່ານຊ່ອງເມັກ-ວັງເຕົ່າ ເຂົ້າເຖິງນະຄອນປາກເຊ,ກິດຈະກຳແລ່ນໄລຍະທາງ 5 ກິໂລແມັດ,ແລ່ນມິນິມາລາທອນໄລຍະທາງ 10 ກິໂລ,ຂີ່ຖີບລົດ ໄລຍະທາງ 15 ກິໂລແມັດເລີ່ມແຕ່ຈຸດຕ່າງໆ ຂອງເມືອງຈຳປາສັກ ແລະ ເຂົ້າເສັ້ນໄຊ ທີ່ວັດພູຈຳປາສັກ. ຈາກນີ້, ແມ່ນກິດຈະກຳ ແຂ່ງຂັນກິລາເປຕັງ, ບານເຕະອາວຸໂສ 11 ຄົນ ອາຍຸ 40 ປີ ຂຶ້ນໄປ ລະຫວ່າງຈຳປາສັກ – ອຸບົນ ແລະ ກິດຈະກຳການສະແດງສີລະປະເຜີຍແຜ່ວັດທະນະທຳຂອງມະຫາວິທະຍາໄລລາດຊະພັດ ແລະ ຄະນະສິລະປະກອນແຂວງຈຳປາສັກ ສະແດງໃນພິທີເປີດງານວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພູອີກດ້ວຍ.
ໃນພິທີ ໄດ້ມີການກ່າວລາຍງານຄວາມເປັນມາຂອງໂຄງການຈັດກິດຈະກຳ ກິລາ ແລະ ການທ່ອງທ່ຽວ,ໄດ້ມອບລາງວັນຊະນະເລີດແກ່ນັກກິລາແຕ່ລະປະເພດ ແລະ ຊົມການສະແດງແລກປ່ຽນສິລະປະວັດທະນະທຳແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີຢ່າງຄຶກຄື້ນມ່ວນຊື່ນ.
(ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ)

error: Content is protected !!