ເປີດເທດສະການໝາກກ້ຽງຫວານປະຈຳປີ​ 2022​ ທີ່ເມືອງ​ ວັງວຽງ

ໃນທ້າຍເດືອນ​ ທັນວາ​ ນີ້, ເມືອງ​ ວັງ​ວຽງ,​ແຂວງວຽງຈັນ​ ໄດ້ຈັດພິທີເປີດເທດສະການໝາກກ້ຽງຫວານປະຈຳປີ​ 2022​ ໂດຍມີຂະບວນແຮ່ໝາກກ້ຽງຫວານຈາກວັດກາງສຸວັນນາຣາມຫາເດີ່ນຍົນ,​ ໂດຍການເປັນປະທານຂອງທ່ານຄໍາພັນສິດທິດໍາພາກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານບົວສອນບຸບຜາວັນອະດີດກຳມະການກົມການເມືອງສູນກາງພັກອະດີດນາຍົກລັດຖະມົນຕີ, ມີທ່ານເຈົ້າເມືອງວັງວຽງ,ບັນດາກຳມະການພັກແຂວງ, ບັນດາເຈົ້າເມືອງແລະຮອງເຈົ້າເມືອງອ້ອມຂ້າງ, ຫົວໜ້າພະແນກ, ຄະນະປະຈຳພັກເມືອງກຳມະການພັກເມືອງພ້ອມດ້ວຍຄະນະນໍາຂັ້ນເມືອງພໍ່ແມ່ປະຊາຊົນແຂກຖືກເຊີນແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ໃນພິທີ, ທ່ານບຸນຈັນມາລາວົງກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງວັງວຽງຍັງໄດ້ໃຫ້ກຽດເປີດງານໝາກກ້ຽງຫວານປະຈຳປີ2022ຢ່າງເປັນທາງການ. ໂດຍທ່ານກ່າວຕື່ມວ່າຈຸດປະສົງກໍເພື່ອເປັນການສົ່ງເສີມຂະບວນການຜະລິດທາງດ້ານກະສິກຳເປັນສິນຄ້າຂອງເມືອງໃຫ້ມີຂະບວນຟົດຟື້ນແລະເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມສປປລາວກໍຄືເມືອງວັງວຽງໃຫ້ນັບມື້ຫຼາຍຂຶ້ນແລະໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳລວມມີກິດຈະກຳທັງພາຍໃນແລະຕ່າງປະເທດຊຶ່ງແນໃສ່ບັນດາກິດຈະກຳໃນການສົ່ງເສີມບຸນປະເພນີແລະເທດສະການຕ່າງໆຂອງບັນດາແຂວງໃນຂອບເຂດທົ່ວປະເທດ. ພາຍໃນງານມີຕະຫຼາດນັດກະສິກຳເປັນຕົ້ນແມ່ນໝາກກ້ຽງແລະການບໍລິການທາງດ້ານການທ່ອງທ່ຽວເຮືອກາຍັກ,ກົງເບັງແລະອື່ນໆ. ຕອນທ້າຍພິທີຍັງໄດ້ມີການລັ່ນຄ້ອງ9ບາດພ້ອມຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງງານແມ່ນຈະເປີດຈົນຮອດວັນທີ3ມັງກອນ2023.

(ຂ່າວ-ພາບ: ໝອນແກ້ວ)

error: Content is protected !!