ລົງສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການປັບປຸງສະຖານທີ່ທ່ອງທ່ຽວໃນ​ ແຂວງ​ ຫຼວງນໍ້າທາ.

ວັນທີ 26 ມັງກອນ ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ໜ່ວຍງານທ່ອງທ່ຽວ) ເມືອງ​ ຫຼວງນໍ້າທາ.

ໂດຍອີງຕາມການສະເໜີຂອງບໍລິສັດ MS ພັດທະນາການລົງທຶນຈໍາກັດຜູ້ດຽວ ແລະ ບໍລິສັດທ່ອງທ່ຽວກຶມມຸ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການຈະປັບປຸງ,ຟື້ນຟູເຂດແຫຼ່ງທ່ອງທ່ຽວແກ້ງງົວ ບ້ານສົບຊີມເມືອງຫຼວງນໍ້າທາ ເພື່ອຈະພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວໃນຕໍ່ໜ້າ.

Cr. ຂ່າວສານ ເມືອງຫຼວງນ້ຳທາ

error: Content is protected !!