ມາເບິ່ງ​ບັນຍາກາດ! ບຸນເກຼິ ຂອງຊົນເຜົ່າກຶມມຸ ປະຈໍາປີ 2023

ວັນທີ 4 ມັງກອນ 2023 ນີ້, ບ້ານໂພນໂຮມ ເມືອງ ຕົ້ນເຜິ້ງ ໄດ້ຈັດງານບຸນເກຼິ ຫຼື ບຸນເຕັຈນຶມຂອງເຜົ່າກຶມມຸ ປະຈໍາປີ 2023 ຂຶ້ນ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ໃຫ້ກຽດເຂົ້າຮ່ວມງານມີ ທ່ານ ບຸນທັນ ບຸນທິໄຊ ປະທານແນວລາວສ້າງຊາດເມືອງ ຕົ້ນເຜິ້ງ, ທ່ານ ປອ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງ ບໍ່ແກ້ວ, ທ່ານ ຄຳແສງ ສຸລິຍະວົງ ອຳນວຍການໂຮງຮຽນທິດສະດີການເມືອງ – ການປົກຄອງແຂວງ, ມີບັນດາການນໍາເມືອງ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ຜູ້ອາວຸໂສ – ຜູ້ຊົງຄຸນວຸດທິ ແລະ ພໍ່ແມ່ປະຊາຊົນບ້ານໂພນໂຮມ, ບ້ານພຽງງາມຄຸ້ມມົກກະຈອກ, ຄຸ້ມພຽງສະຫວ່າງ ຕະຫຼອດຮອດແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ຄຳປ່ຽງ ວົງຄຳແສນ ຮອງນາຍບ້ານໆ ໂພນໂຮມ ກ່າວວ່າ: ບຸນເກຼິ ຫຼື ບຸນເຕັຈນຶມ ເປັນປະເພນີປີໃໝ່ຂອງເຜົ່າກຶມມຸ ທີ່ຈັດຂຶ້ນໃນໄລຍະເດືອນຈຽງ ຫາເດືອນຍີ່ ຫຼື ກົງກັບເດືອນທັນວາ ຫາ ເດືອນມັງກອນ ຂອງທຸກໆປີ ເຊິ່ງປີນີ້ກົງກັບມື້ເຕົ້າເສັດ ເດືອນຈຽງ ປີກາເໝົ້າ ຕາມປະຕິທິນຂອງເຜົ່າກຶມມຸ ກໍ່ຄືປະຕິທິນລາວເດີມ ເພື່ອເປັນການສະເຫຼີມສະຫຼອງການເກັບກ່ຽວຜົນລະປູກ ແລະ ໄຫວ້ບັນພະບູລຸດ ຄຳວ່າ: ” ເກຼິ ” ແມ່ນການນໍາເອົາຜົນລະປູກ ເຊັ່ນ: ເຜືອກ, ມັນ ມາປຸງແຕ່ງເປັນອາຫານ ເພື່ອຖວາຍບູຊາບັນພະບູລຸດ ແລະ ພໍ່ແມ່ ປູ່ຍ່າ ຕາຍາຍ ທີ່ລ່ວງລັບ ເຈົ້າດິນເຈົ້າດອນ ທີ່ຊ່ວຍປົກປັກຮັກສາຜົນລະປູກໃຫ້ໄດ້ຮັບຜົນດີ ແລະ ປົກປ້ອງຄຸ້ມຄອງລູກຫຼານໃຫ້ມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ ໃນເມື່ອກ່ອນ ບຸນເກຼິ ແມ່ນປະເພນີທີ່ຈັດຂຶ້ນສະເພາະພາຍໃນຄອບຄົວເທົ່ານັ້ນ ແຕ່ປະຈຸບັນແມ່ນໄດ້ມີການຈັດຂຶ້ນແບບເປີດກວ້າງເປັນປາງບຸນໃຫຍ່ ເພື່ອຖືໂອກາດເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ສຳລັບບຸນເກຼີຂອງບ້ານ ໂພນໂຮມ ແມ່ນໄດ້ຈັດຂຶ້ນເປັນປາງບຸນໃຫຍ່ຄັ້ງທຳອິດໃນປີ 2007 ແລະ ໃນປີ 2023 ນີ້, ຖືເປັນປີພິເສດທີ່ພີ່ນ້ອງເຜົ່າກຶມມຸບ້ານໂພນໂຮມ ແລະ ບ້ານພຽງງາມ ຄູ້ມມົກກະຈອກ, ຄຸ້ມພຽງສະຫວ່າງ ໄດ້ຮ່ວມກັນຈັດງານບຸນປະເພນີດັ່ງກ່າວຂຶ້ນເປັນຄັ້ງທຳອິດ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນເຜົ່າ ກໍ່ຄືເຜົ່າອື່ນໆ ແລະ ໃນປີຕໍ່ໆໄປ ທັງສອງບ້ານກໍ່ຈະໄດ້ຜັດປ່ຽນກັນເປັນເຈົ້າພາບຈັດງານບຸນປະເພນີດັ່ງກ່າວຢູ່ບ້ານຂອງຕົນ.


ພາບ: ອຸໄທ ພູມມາ – ເຈມ
ຂ່າວ: ອຸໄທ ພູມມາ

error: Content is protected !!