ໄຫຫີນມໍລະດົກໂລກ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ

ໄຫຫີນມໍລະດົກໂລກ ສ້າງຄວາມພາກພູມໃຈໃຫ້ແກ່ຄົນລາວເຮົາ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໄຫຫີນໄດ້ສ້າງຊື່ສຽງ, ພາບພົດຂອງປະເທດລາວ ເວົ້າລວມ ເວົ້າສະເພາະ ກໍຄື ຊາວ ແຂວງຊຽງຂວາງ, ໄຫຫີນ ສາມາດເຮັດໃຫ້ແຂກຄົນທຸກສາລະທິດສົນໃຈມາທ່ຽວຊົມນັບມື້ເພີ່ມຂຶ້ນ, ໄຫຫີນເປັນມໍລະດົກໂລກໄດ້ຊຸກຍູ້ອຸດສາຫະກຳການທ່ອງທ່ຽວດ້ານວັດທະນະທຳ ແລະ ທຳມະຊາດທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ຄຸນຄ່າທີ່ແທ້ຈິງຂອງມໍລະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍລະດົກດັ່ງກ່າວ.

ທ່ານ ໜອນ ນວນທະສິນ ຮັກສາການຫົວໜ້າຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ໄດ້້້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ພາຍຫຼັງທີ່ລັດຖະບານໄດ້ຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ໃຫ້ການທ່ອງທ່ຽວປະເທດເຮົາເລີ່ມຄຶກຄັກ ໂດຍສະເພາະການທ່ອງທ່ຽວແຂວງຊຽງຂວາງ ຍິ່ງຕ້ອງໄດ້ມີຄວາມກະກຽມຄວາມພ້ອມຫຼາຍດ້ານ ໂດຍສະເພາະແມ່ນ ຕ້ອນຮັບແຂກ ທັງພາຍໃນ ແລະ ຕ່າງປະເທດ , ນັກທ່ອງທ່ຽວ ແລະ ຕ່າງປະເທດ ໃນງານມະຫະກຳຊຽງຂວາງເກມ ໄດ້ຫຼັ່ງໄຫຼມາທ່ຽວສະຖານທີ່ທ່ອງທ່ຽວພາຍໃນແຂວງ ຊຶ່ງໜຶ່ງໃນນີ້ກໍຄືແຫຼ່ງໄຫຫີນມໍລະດົກໂລກ ໂດຍເຫັນໄດ້ໃນ 11 ເດືອນປີນີ້ມີນັກທ່ອງທ່ຽວເຂົ້າມາ 43 ພັນກວ່າຄົນ ຊຶ່ງຕາມສະຖິຕິຂອງຫ້ອງການມໍລະດົກໂລກໄຫຫີນ ຈາກເດືອນມັງກອນ ທີ່ມີນັກທ່ອງທ່ຽວລາວ 2.940 ຄົນ, ຕ່າງປະເທດ 40 ຄົນ, ແຕ່ມາຮອດເດືອນພະຈິກມີເຖິງ 5.200 ຄົນ, ຕ່າງປະເທດ 900 ຄົນ ນີ້ຄືສັນຍານຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ແຫຼ່ງໄຫຫີນມໍລະດົກໂລກ ສ້າງຄວາມພູມໃຈໃຫ້ແກ່ຄົນລາວເຮົາ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທອງທຽວທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.

ທ່ານຍັງໄດ້ເວົ້າວ່າ: ເມື່ອເອີ່ຍເຖິງແຂວງຊຽງຂວາງແລ້ວ, ທຸກທ່ານຍ່ອມຮູ້ດີວ່າເປັນດິນແດນທີ່ຕິດພັນກັບໄຫຫີນ ຫຼື ທົ່ງໄຫຫີນ ແລະ ທີ່ພູມໃຈເປັນທີ່ສຸດຄື ຊື່ສຽງໄດ້ໂດ່ງດັງໄປທົ່ວໂລກ. ແນວໃດກໍດີ, ໄຫຫີນ ຍັງຄົງເປັນເລື່ອງປິດສະໜາ ບໍ່ທັນຮູ້ວ່າຜະລິດຂຶ້ນໃນໄລຍະໃດ, ໃຜຜະລິດ ແລະ ຜະລິດເພື່ອຫຍັງ, ແຕ່ປະຊາຊົນລາວຈຳນວນບໍ່ໜ້ອຍຍັງຄົງເຊື່ອວ່າ: ໄຫຫີນ ຜະລິດຂຶ້ນໃນຍຸກຂຸນເຈືອງ, ຜະລິດຂຶ້ນເພື່ອມ່າເຂົ້າເຮັດເຫຼົ້າໄວ້ລ້ຽງໄພ່ພົນ ໃນໂອກາດສະຫຼອງໄຊຊະນະຈາກພວກລາວແມນ. ເປັນເວລາຫຼາຍປີທີ່ນັກບູຮານວິທະຍາທັງພາຍໃນ ແລະ ຕ່າງປະເທດໄດ້ສຳຫຼວດ ແລະ ສັນນິຖານ ຊຶ່ງເປັນການໄຂປິດສະໜາແຈ້ງອອກວ່າ: ອາດຈະຜະລິດເມື່ອ 2.500 ຫາ 3.000 ກວ່າປີຜ່ານມາ ຫຼັງການເຈາະຫີນກ້ອນໃຫຍ່ໃນຍຸກໂລຫະທອງເຫຼືອງ “ສຳລິດ” ແລະ ໂລຫະເຫຼັກ ຊຶ່ງເປັນສະໄໝທີ່ມະນຸດເຮົາຮູ້ນຳໃຊ້ເຫຼັກເຮັດເຄື່ອງມືຜະລິດ ແລະ ເຄຶ່ອງເອ້ຢ້ອງຫຼາຍຊະນິດບໍ່ວ່າຈະເປັນສຽມ, ຂວານ, ສິ່ວ, ປອກແຂນ ແລະ ອື່ນໆ. ຈາກການຄົ້ນກວ່າ 85 ແຫ່ງທີ່ ກະແຈກກະຈາຍຕາມເນີນພູ-ສັນພູຕ່າງໆ ພົບໄຫຫີນຫຼາຍກວ່າ 2.100 ໜ່ວຍ ບາງແຫຼ່ງມີໜ້ອຍ-ຫຼາຍ, ໃຫຍ່-ນ້ອຍແຕກຕ່າງກັນ. ແນວໃດກໍດີລັດຖະບານ ສປປ ລາວ ໄດ້ກຳນົດເອົາ 11 ແຫຼ່ງ ໂດຍມີໄຫຫີນ 1.325 ໜ່ວຍ ທີ່ເປັນຕົວແທນໃຫ້ແກ່ແຫຼ່ງໄຫຫີນຕ່າງໆຢູ່ 4 ເມືອງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ແຂວງຊຽງຂວາງ ສະເໜີເຂົ້າເປັນມໍລະດົກໂລກ. ນັບແຕ່ເຂົ້າເປັນມໍລະດົກໂລກ, ຄົນທົ່ວໂລກຕ່າງຫຼັ່ງໄຫຼເຂົ້າມາສຳຜັດຄວາມມະຫັດສະຈັນຂອງແຫຼ່ງໄຫຫີນຢູ່ເມືອງແປກ ບໍ່ວ່າຈະເປັນໄຫຫີນ 1 ບ້ານນາໂອ ທີ່ຕັ້ງຢູ່ເຂດຮາບພຽງ ແລະ ສວຍສົດງົດງາມເຖິງ 334 ໜ່ວຍ, ໄຫຫີນ 12 ແລະ 52 ຕັ້ງຢູ່ສັນພູໃກ້ບ້ານຜາ ມີ 436 ໜ່ວຍ ທີ່ຄວັດເຈາະຢ່າງປານີດງົດງາມ, ໄຫຫີນ 21 ພູເກັງ ບ້ານຄັງໜອງຫຼວງ ທີ່ເປັນແຫຼ່ງຜະລິດໄຫຫີນໃຫຍ່ກວ່າໝູ່, ແຫຼ່ງໄຫຫີນຢູ່ເມືອງຜາໄຊກໍມີ 3 ຈຸດ ຄືໄຫຫີນ 2 ບ້ານນາໂຄ້ຕັ້ງ, ໄຫຫີນ 3 ບ້ານຊຽງດີ, ໄຫຫີນ 8 ຢູ່ຮ່ອມພູທາງທິດໃຕ້ຂອງໄຫຫີນ 3, ສ່ວນໄຫຫີນຢູ່ເມືອງພູກູດກໍມີໄຫຫີນ 25 ບ້ານສອງຮັກ, ໄຫຫີນ 28 ບ້ານນາຄວນ ແລະ ແຫຼ່ງສຸດທ້າຍຢູ່ເມືອງຄຳປະກອບມີໄຫຫີນ 23 ບ້ານນໍ້າຮົ່ມໃກ້ບໍ່ນໍ້າອຸ່ນ, ໄຫຫີນ 42 ບ້ານຊາງ (ສັນພູຊ້າງ).

ໂດຍ: ບຸນຕອມ

error: Content is protected !!