ຕາດເລິກ ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ

ຕາດຊາຍເຂດບ້ານ​ ຫ້ວຍເລິກ,​ ຂຶ້ນກັບເມືອງ​ ທ່າພະບາດ,​ ແຂວງ​ ບໍລິຄຳໄຊ​ ຫ່າງຈາກເທດສະບານເມືອງດັ່ງກ່າວ ປະມານ 17 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ມີຫ້ອງວາງສະແດງຊີວະນາໆພັນ, ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແຕ່ປີ 2004. ຕາດເລິກເປັນນ້ຳຕົກຕາດທີ່ກີດຂວາງທິດທາງການໄຫຼຂອງກະແສແມ່ນ້ຳເລິກ ຈຶ່ງເຮັດໃຫ້ກະແສນ້ຳດັ່ງກ່າວ ຕ້ອງໄຫຼເຊາະກ້ອນຫີນເປັນເວລາຫຼາຍລ້ານປີ ຈົນເຮັດໃຫ້ຕາດມີຫຼາຍຮູບຫຼາຍລັກສະນະໃນປັດຈຸບັນ ແລະ ງົດງາມເປັນເອກະລັກຢູ່ບໍລິເວນນີ້ນັກທ່ອງທ່ຽວຍັງສາມາດຍ່າງປ່າ ເພື່ອສຶກສາຊີວະນາໆພັນ ແລະ ຕັ້ງເຕັ້ນຄ້າງຄືນນອນກາງປ່າ ເພື່ອສໍາຜັດກັບທໍາມະຊາດຢ່າງແທ້ຈິງ.

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

error: Content is protected !!