ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 14 ມິຖຸນາ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກ ຂໍ້ຕົກລົງ ການສົ່ງອອກ ທັນຍາພືດ ເນື່ອງຈາກ ທັນຍາພືດ ສ່ວນໃຫຍ່ ຂອງ ອູແກຣນ ຖືກຈຳໜ່າຍ ໃຫ້ແກ່ກຸ່ມ ປະເທດ ສະຫະພາບ ເອີຣົບ ທີ່ຮັ່ງມີ ຫລາຍກວ່າ ກຸ່ມປະເທດ ທີ່ພວມພັດທະນາ ຕາມທີ່ຕົກລົງໄວ້. ທ່ານ ວາລາດີເມຍ ປູຕິນ ໄດ້ປະຊຸມກັບ ຄະນະ ຜູ້ບັນຊາການ ທະຫານ ແລະ ກ່າວວ່າ: ການສົ່ງອອກ ອາຫານ ເປັນໜຶ່ງ ໃນແຫລ່ງລາຍໄດ້ ຈາກ ເງິນຕາ ຕ່າງປະເທດ ຂອງ ອູແກຣນ , ໂດຍ ຣັດເຊຍ ເຮັດຂໍ້ຕົກລົງນີ້ ເພື່ອຊ່ວຍເຫລືອ
Author: admin
ກຳປູເຈຍ-ລາວ-ຫວຽດນາມ ຫາລືກະກຽມແກ່ກອງປະຊຸມສຸດຍອດ ລັດຖະສະພາ ຄັ້ງທີ 1
ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2023 ຄະນະຜູ້ແທນສະພາແຫ່ງຊາດລາວ, ກຳປູເຈຍ ແລະ ສສ ຫວຽດນາມ ເຊິ່ງຝ່າຍລາວນຳໂດຍທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງ ປະເທດ ໄດ້ຈັດກອງປະຊຸມປຶກສາຫາລືແບບທາງໄກ ຮ່ວມກັບ ທ່ານ Suos Yara ປະທານກຳມາທິການການຮ່ວມມືສາກົນ, ຂໍ້ມູນ ແລະ ຂ່າວສານ ຂອງສະພາແຫ່ງຊາດກຳປູເຈຍ
ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ບັນລຸກວ່າ 1,7 ລ້ານເທື່ອຄົນ
ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 14 ມິຖຸນາ, ກະຊວງ ການທ່ອງທ່ຽວ ຂອງ ກຳປູເຈຍ ລາຍງານວ່າ: ໃນໄລຍະເດືອນ ມັງກອນ-ເດືອນເມສາ ຜ່ານມາ, ກຳປູເຈຍ ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ປະມານ 1,72 ລ້ານເທື່ອຄົນ, ເພີ່ມຂຶ້ນ 613%
ບໍລິຄໍາໄຊ ຜະລິດພືດກະສິກໍາ ແລະ ລ້ຽງສັດເປັນສິນຄ້າຫຼາຍຂຶ້ນ
ນອກຈາກຜະລິດພືດກະສິກໍາ ເພື່ອບໍລິໂພກພາຍໃນແລ້ວ ແຂວງບໍລິຄໍາໄຊ ຍັງສຸມໃສ່ປູກພືດກະສິກໍາເປັນສິນຄ້າສົ່ງອອກ. ນັບແຕ່ ປີ 2021-2023, ແຂວງບໍລິຄໍາໄຊ ຜະລິດເຂົ້າເປັນສິນຄ້າ ໂດຍສະເພາະເນື້ອທີ່ປູກເຂົ້າໄດ້ 12.893 ເຮັກຕາ ເທົ່າກັບ 98,38 % (ແຜນ 13.105 ເຮັກຕາ) ຜົນຜະລິດ ໄດ້ 47.605 ໂຕນ ເທົ່າກັບ 83,47%
ທາງເລືອກໃໝ່ ລອງໄປສໍາຜັດອ່າງນໍ້າລີກຣີສອດແຫຼ່ງທ່ອງທ່ຽວເປີດໃໝ່
ໂດຍ: ນາງ ສະຫວັນຄຳ ໃນປັດຈຸບັນນີ້, ພັກ-ລັດເຮົາ ໄດ້ໃຫ້ຄວາມສຳຄັນທີ່ສຸດໃນວຽກງານການທ່ອງທ່ຽວພາຍໃນປະເທດ ເພື່ອເຮັດແນວໃດຈະນຳສະເໜີໂຄສະນາການທ່ອງທ່ຽວລາວ ທີ່ຈະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວເຮົາໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ອ່າງນ້ຳລີກຣີສອດ ກໍເປັນອີກໜຶ່ງສະຖານທີ່ໃນປັດຈຸບັນ ແລະ ອະນາຄົດທີ່ຈະດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຫຼາຍສົມຄວນ. ແຫຼ່ງທ່ອງທ່ຽວອ່າງນໍ້າລີກຣີສອດຫາກໍເປີດໃໝ່ໆບໍ່ເຖິງ 2 ອາທິດ ມີຄົນສັ່ງຈອງຫ້ອງຢ່າງໜາແໜ້ນເພື່ອສໍາຜັດກັບທໍາມະຊາດຄວາມເປັນສ່ວນຕົວກັບຄວາມເຊື່ອງຊ້ອນຄວາມສະຫງົບທີ່ໜ້າຄົ້ນຫາ, ຕັ້ງຢູ່ກາງນໍ້າໜ້າເຂື່ອນນໍ້າລີກເປັນໝູ່ເກາະດອນນ້ອຍ-ໃຫຍ່ສະຫຼັບສັບຊ້ອນມີປ່າໄມ້ສີຂຽວ, ນໍ້າສີມໍລະກົດ, ສາມາດຊົມຕາເວັນຂຶ້ນ-ຕາເວັນຕົກດິນໄດ້ສອງເບື້ອງ. ທ່ານ ນາງ
ມີສັດນ້ຳ-ສັດປ່າ ຫລາຍກວ່າ 150 ຊະນິດໃນລາວທີ່ໃກ້ຈະສູນພັນ
ວັນທີ 5 ມິຖຸນາ ທີ່ຫາກໍຜ່ານມານີ້ ແມ່ນວັນທີ່ມີຄວາມໝາຍສຳຄັນທາງດ້ານສິ່ງແວດລ້ອມ ເພາະເປັນວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ, ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ການກຳນົດໃຫ້ມີວັນສິ່ງແວດ ລ້ອມ ກໍເພື່ອເປັນການປູກຈິດສຳນຶກໃຫ້ຄົນທົ່ວໂລກ ເຫັນໄດ້ຄວາມສຳຄັນ ຂອງການປົກປັກສາສິ່ງແວດລ້ອມ. ປະເທດລາວ ກໍເປັນອີກປະເທດໜຶ່ງທີ່ເຫັນຄວາມສຳຄັນ ຂອງບັນຫາສິ່ງແວດລ້ອມ. ດັ່ງນັ້ນ, ພັກ-ລັດ ຈຶ່ງໄດ້ສ້າງນິຕິກຳ, ຂໍ້ກຳນົດ ກົດໝາຍຕ່າງໆຂຶ້ນມາ ເພື່ອເປັນເຄື່ອງມື ໃນການປົກປັກຮັກສາສິ່ງແວດລ້ອມ ແຕ່ເຖິງປານນັ້ນ
ເຫດຜົນທີ່ຜູ້ເຖົ້າ ນອນໜ້ອຍ
ຜົນການສຶກສາວິໄຈ ຈາກມະຫາວິທະຍາໄລ ແຫ່ງ ແຄລິຟໍເນຍ ເບີກລີ ທີ່ນຳໂດຍ ແມັດທິວ ວອດເກີ ຫົວໜ້າຫ້ອງປະຕິບັດການ ນິວໂຣອິເມດຈິງ ແລະການຫຼັບທີ່ ເບີກລີ ກຳຈັດຂໍ້ສົງໄສ ກ່ຽວກັບການນອນຫຼັບທີ່ມີມາດົນແລ້ວ ວ່າ ເມື່ອຄົນເຮົາອາຍຸຫຼາຍຂຶ້ນແລ້ວ ນອນຫຼັບສະໜິດໜ້ອຍລົງນັ້ນ ເປັນເພາະຮ່າງກາຍຕ້ອງການ ການນອນຫຼັບໜ້ອຍລົງ ຫຼື ເປັນເພາະຄົນເຮົາບໍ່ສາມາດຫຼັບແຈບຈົມໄດ້ດົນ ເທົ່າທີ່ຕ້ອງການເມື່ອອາຍຸຫຼາຍຂຶ້ນ. ການວິໄຈໃໝ່ນີ້ ມີຫຼັກຖານບົ່ງບອກວ່າ
ປະກອບອາຊີບຕັດຫຍິບ ກໍມີລາຍຮັບຫລາຍລ້ານກີບຕໍ່ປີ
ໃນປັດຈຸບັນພັກ-ລັດຖະບານ ໄດ້ສ້າງທຸກເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ປະກອບອາຊີບຫາລ້ຽງຕົນເອງ ດ້ວຍຫລາຍຮູບແບບ ໂດຍອີງໃສ່ເງື່ອນໄຂຄວາມສະດວກ ແລະ ທ່າແຮງທີ່ມີຂອງປະຊາຊົນ ເພື່ອສ້າງລາຍຮັບດ້ວຍຮູບການ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງເທື່ອລະກ້າວ. ດັ່ງຄອບ ຄົວຂອງ ນາງ ເກສອນ ຢາງມະຫາຊັບ ອາຍຸ 33 ປີ ປັດຈຸ ບັນຢູ່ບ້ານ ພູຂຽວ, ເມືອງໄຊ, ແຂວງ ອຸດົມໄຊ ເຊິ່ງເປັນຄອບຄົວໜຶ່ງທີ່ເປັນຕົວແບບ ໃນການສ້າງເສດຖະກິດຄອບຄົວ
ລາຍໄດ້ຈາກພາສີໃນສົກປີງົບປະມານ 2022-2023 ຂອງຍີ່ປຸ່ນ ເພີ່ມສູງຂຶ້ນ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງການເງິນຂອງຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ລາຍໄດ້ຈາກພາສີຂອງຍີ່ປຸ່ນໃນສົກປີງົບປະມານ 2022-2023 ຊຶ່ງສິ້ນສຸດເມື່ອເດືອນມີນາຜ່ານມາ ມີທ່າອ່ຽງສູງທີ່ສຸດເປັນປະຫວັດສາດຕິດຕໍ່ກັນເປັນປີທີ 3 ແລະ ອາດຈະສູງເຖິງລະດັບ 70 ລ້ານໆເຢນເປັນຄັ້ງທຳອິດ. ບົດລາຍງານລະບຸວ່າ ລາຍໄດ້ຈາກພາສີຂອງສົກປີງົບປະມານ 2022-2023 (ເດືອນເມສາ 2022 – ມີນາ 2023) ເພີ່ມຂຶ້ນ 8,1% ຈາກສົກປີກ່ອນໜ້າ ຢູ່ທີ່
ອັດຕາເງິນເຟີ້ ຕວັກກີ ຫຼຸດລົງຕ່ຳກວ່າ 40%
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ມິຖຸນາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຂອງ ຕວັກກີ ໄດ້ເປີດເຜີຍບົດລາຍງານອັດຕາເງິນເຟີ້ຂອງປະເທດປະຈຳເດືອນພຶດສະພາຜ່ານມາ ຢູ່ທີ່ລະດັບ 39,6% ເມື່ອທຽບກັບໄລຍະເວລາດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນພຽງ 0,04% ເມື່ອທຽບກັບສະຖິຕິຂອງເດືອນເມສາ ຖືວ່າເປັນລະດັບທີ່ຄົງຕົວ ແລະ ເປັນຄັ້ງທຳອິດໃນຮອບ 16 ເດືອນທີ່ສະຖິຕິເງິນເຟີ້ຂອງຕວັກກີມີລະດັບຕ່ຳກວ່າ 40%. ສະຖິຕິດັ່ງກ່າວໄດ້ຮັບການເປີດເຜີຍ ຫຼັງຈາກທ່ານ ເຣເຊບ










