ກຳປູເຈຍ-ລາວ-ຫວຽດນາມ ຫາລືກະກຽມແກ່ກອງປະຊຸມສຸດຍອດ ລັດຖະສະພາ ຄັ້ງທີ 1

ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2023 ຄະນະຜູ້ແທນສະພາແຫ່ງຊາດລາວ, ກຳປູເຈຍ ແລະ ສສ ຫວຽດນາມ ເຊິ່ງຝ່າຍລາວນຳໂດຍທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງ ປະເທດ ໄດ້ຈັດກອງປະຊຸມປຶກສາຫາລືແບບທາງໄກ ຮ່ວມກັບ ທ່ານ Suos Yara ປະທານກຳມາທິການການຮ່ວມມືສາກົນ, ຂໍ້ມູນ ແລະ ຂ່າວສານ ຂອງສະພາແຫ່ງຊາດກຳປູເຈຍ ແລະ ທ່ານ ນາງ Le Thu Ha ຮອງປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ເພື່ອກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ(CLV) ຄັ້ງທີ 1, ມີສະມາຊິກສະພາແຫ່ງຊາດ ພ້ອມດ້ວຍພະນັກງານ-ວິຊາການ ຈາກກຳມາທິການທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ລົງເລິກປຶກສາຫາລືກັນກ່ຽວກັບຫົວຂໍ້ເນື້ອໃນຂອງກອງປະຊຸມ, ຮູບແບບການຈັດກອງປະຊຸມ ແລະ ຜົນສຳເລັດຂອງກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດ ນາມ (CLV) ຄັ້ງທີ 1. ໃນກອງປະຊຸມ ຄະນະຜູ້ແທນທັງສາມປະເທດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາ ໃນການປັບປຸງຫົວຂໍ້ເນື້ອໃນຕາມແຕ່ລະຂົງເຂດວຽກງານ ຢ່າງລະ ອຽດ ແລະ ໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາເນື້ອໃນຕົ້ນຕໍ, ເນື້ອໃນຍ່ອຍ, ຄຳຂວັນ ແລະ ກົນໄກກອງປະຊຸມ ບົນຈິດໃຈມິດຕະພາບ, ຄວາມຮັກແພງສາມັກຄີ ລະຫວ່າງ ລາວ, ຫວຽດນາມ ແລະ ກຳປູ ເຈຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຮ່ວມກັນ ໃນການກະກຽມກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທໍາອິດ, ທີ່ ສະພາແຫ່ງຊາດລາວ ຄາດວ່າຈະຈັດຂຶ້ນໃນເດືອນທັນວາ 2023, ທີ່ ນະ ຄອນຫລວງວຽງຈັນ, ສປປ ລາວ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ’’.

error: Content is protected !!