ບໍລິຄໍາໄຊ ຜະລິດພືດກະສິກໍາ ແລະ ລ້ຽງສັດເປັນສິນຄ້າຫຼາຍຂຶ້ນ

ນອກຈາກຜະລິດພືດກະສິກໍາ ເພື່ອບໍລິໂພກພາຍໃນແລ້ວ ແຂວງບໍລິຄໍາໄຊ ຍັງສຸມໃສ່ປູກພືດກະສິກໍາເປັນສິນຄ້າສົ່ງອອກ. ນັບແຕ່ ປີ 2021-2023, ແຂວງບໍລິຄໍາໄຊ ຜະລິດເຂົ້າເປັນສິນຄ້າ ໂດຍສະເພາະເນື້ອທີ່ປູກເຂົ້າໄດ້ 12.893 ເຮັກຕາ ເທົ່າກັບ 98,38 % (ແຜນ 13.105 ເຮັກຕາ) ຜົນຜະລິດ ໄດ້ 47.605 ໂຕນ ເທົ່າກັບ 83,47% ຂອງແຜນການ (ແຜນ 57.027 ໂຕນ); ປູກສາລີແຂງ 557 ເຮັກຕາ ເທົ່າກັບ 63,08% (ແຜນ 883 ເຮັກຕາ), ຜົນຜະລິດ 3.503 ໂຕນ ເທົ່າກັບ 66,11% (ແຜນ 5.298 ໂຕນ); ອ້ອຍ 404 ເຮັກຕາ ເທົ່າກັບ 55,64% (ແຜນ 726 ເຮັກຕາ), ຜົນຜະລິດ 9.642 ໂຕນ ເທົ່າກັບ 45,23% (ແຜນ 21.314 ໂຕນ); ຢາສູບ 217 ເຮັກຕາ ເທົ່າກັບ 31,22% (ແຜນ 695 ເຮັກຕາ), ຜົນຜະລິດ 943 ໂຕນ ເທົ່າກັບ 89,80% (ແຜນ 1.050 ໂຕນ); ກ້ວຍ 493 ເຮັກຕາ ເທົ່າກັບ 21,34% (ແຜນ 2.310 ເຮັກຕາ), ຜົນຜະລິດ 7.035 ໂຕນ ເທົ່າກັບ 25,37% (ແຜນ 27.722 ໂຕນ); ໝາກຫຸ່ງ 205 ເຮັກຕາ ເທົ່າກັບ 55,70% (ແຜນ 368 ເຮັກຕາ), ຜົນຜະລິດ 2.216 ໂຕນ ເທົ່າກັບ 54,72% (ແຜນ 4.049 ໂຕນ); ໝາກນັດ 784 ຮັກຕາ ເທົ່າກັບ 52,47% (ແຜນ 1.494 ເຮັກຕາ), ຜົນຜະລິດ 11.359 ໂຕນ ເທົ່າກັບ 65,07% (ແຜນ 17.455 ໂຕນ); ຂະຫຍາຍເນື້ອທີ່ ຢາງພາລາໄດ້ຕື່ມ 8.330,84 ເຮັກຕາ ເທົ່າກັບ 8,3 ເທົ່າຕົວ ຂອງແຜນການ (ແຜນ 1.000 ເຮັກຕາ); ປູກຜັກທຸກຊະນິດ 6.226 ເຮັກຕາ ເທົ່າກັບ 119,79% (ແຜນ 5.197 ເຮັກຕາ), ຜົນຜະລິດ 32.794 ໂຕນ ເທົ່າກັບ 114,75% (ແຜນ 28.577 ໂຕນ); ມັນຕົ້ນ 22.181 ເຮັກຕາເທົ່າກັບ 191,14% (ແຜນ 11.604 ເຮັກຕາ), ຜົນຜະລິດ 398.562 ໂຕນ ເທັ່າກັບ 201,54% (ແຜນ 197.752 ໂຕນ). ສຳລັບການປູກພືດເສດຖະກິດເປັນສິນຄ້າ ສ່ວນໃຫຍ່ບັນລຸຕາມແຜນ, ສ່ວນລື່ນແຜນມີພຽງ 3 ລາຍການພືດເທົ່ານັ້ນເຊັ່ນ: ມັນຕົ້ນ, ຢາງພາລາ ແລະ ຜັກທຸກຊະນິດ.

ສໍາລັບການລ້ຽງສັດ ແລະ ການປະມົງເປັນສິນຄ້າ ປີ 2021-2023 ແຂວງລ້ຽງຄວາຍໄດ້ 7.865 ໂຕ ເທົ່າກັບ 92,22% ຂອງແຜນການ (ແຜນ 8.528 ໂຕ) ມູນຄ່າ 70.783 ລ້ານກີບ; ງົວ 22.388 ໂຕ ເທົ່າກັບ 70,83% (ແຜນ 31.606 ໂຕ) ມູນຄ່າ 123.132 ລ້ານກີບ; ແບ້ 8.238 ໂຕ ເທົ່າກັບ 62,77% (ແຜນ 13.123 ໂຕ) ມູນຄ່າ 6.178 ລ້ານກີບ; ໄຂ່ 1.354 ໂຕນ ເທົ່າກັບ 78,81% (ແຜນ 1.718 ໂຕນ) ມູນຄ່າ 21.674 ລ້ານກີບ; ປານິນກະຊັງ 2.525,04 ໂຕນ ເທົ່າກັບ 97,04% (ແຜນ 2.602 ໂຕນ); ໝູ 70.369 ໂຕ ເທົ່າກັບ 169,45% (ແຜນ 41.527 ໂຕ) ມູນຄ່າ 194.873 ລ້ານກີບ; ສັດປີກ 1.832.055 ໂຕ ເທົ່າກັບ 168,03% (ແຜນ 1.090.280 ໂຕ) ມູນຄ່າ 96.182 ລ້ານກີບ; ປະຕິບັດໄດ້ຕາມແຜນ ແລະ ລື່ນແຜນມີ 2 ລາຍການສັດເຊັ່ນ: ການລ້ຽງໝູ ແລະ ສັດປີກ.

ສຳລັບແຜນໃນຕໍ່ໜ້າ, ແຂວງບໍລິຄໍາໄຊ ຈະສືບຕໍ່ປູກເຂົ້າ, ພືດ-ຜັກ, ໄມ້ອຸດສາຫະກໍາ, ໄມ້ໃຫ້ໝາກ, ລ້ຽງສັດ, ຊຸກຍູ້ການຜະລິດຂອງຄອບຄົວ ແລະ ລວມໝູ່; ສົ່ງເສີມຜະລິດຕະພັນກະສິກໍາເພື່ອປຸງແຕ່ງເປັນສິນຄ້າ, ຊຸກຍູ້ການບໍລິການ-ການທ່ອງທ່ຽວຢ່າງແຂງແຮງ; ສ່ວນເຂດພູດອຍສືບຕໍ່ຄຸ້ມຄອງປົກປັກຮັກສາ, ອະນຸລັກຊັບພະຍາກອນປ່າໄມ້, ແຫຼ່ງນໍ້າ ແລະ ສິ່ງແວດລ້ອມໃຫ້ຍືນຍົງ; ລ້ຽງສັດໃຫຍ່, ປູກພືດລົ້ມລຸກ, ໄມ້ໃຫ້ໝາກ; ສົ່ງເສີມການທ່ອງທ່ຽວ ແລະ ຂະຫຍາຍຕະຫຼາດໄປສູ່ຊົນນະບົດ; ໃນຂະນະດຽວກັນເຂດຊາຍແດນ ຈະສືບຕໍ່ພັດທະນາບໍລິເວນຊາຍແດນ ປົກປັກຮັກສາໃຫ້ມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວ; ພັດທະນາເຂດຂົວປາກຊັນ-ບຶງການ, ທົ່ງມີໄຊ, ທ່າສີ-ນາກຸນ, ນໍ້າອ້ອນ, ນໍ້າພາວ-ນໍ້າຫງາງ, ວຽງຄໍາ-ທ່າສະອາດໃຫ້ເປັນເຂດການຄ້າ ແລະ ບໍລິການ.

ຂ່າວ-ພາບ: ຕະວິນຍານ

error: Content is protected !!