ຫວຽດນາມ ຕິດອັນດັບ 68 ຄວາມໂປ່ງໃສດ້ານງົບປະມານ

ສຳນັກ​ຂ່າວ​ ຫວຽດນາມ ລາຍງານ ໃນວັນ​ທີ 10​ ມິຖຸນາ ວ່າ, ຫວຽດນາມ ຕິດ​ອັນ​ດັບ 68 ຈາກ 120 ​ປະ​ເທດ ​ໃນ​ການ​ສຳ​ຫລວດ ງົບປະມານ ​ແບບ​ເປີດ​ເຜີຍ (OBS) ​ໃນ​ປີ2021 ​ເພີ່ມ​ຂຶ້ນ 9 ອັນ​ດັບ ຈາກ​ປີ 2019 ຫລັງ​ຈາກ ​ອົງການ​ເປັນ​ຫຸ້ນ​ສ່ວນດ້ານ​ງົບປະມານ​ສາກົນ (IBP) ​ເປີດ​ເຜີຍກ່ຽວ​ກັບ ​ຫວຽດນາມ ດ້ານ​ຄວາມ​ໂປ່​ງ​ໃສ ​ໄດ້ 44 ​ຄະ​ແນນ ຈາກ 100 ຄະ​ແນນ ດ້ານ​ການ​ຄຸ້ມ​ຄອງງົບປະມານ​ໄດ້ 80 ຄະ​ແນນ ​ແລະ ດ້ານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນໄດ້ 17​ຄະ​ແນນ.

ຫວຽດນາມ ​ໄດ້​ຄະ​ແນນ​ເພີ່ມ​ຂຶ້ນ 6 ຄະ​ແນນ ​ໃນ​ທັງ 3 ດ້ານ​ຄື: ຄວາມ​​ໂປ່​ງ​ໃສ, ການ​ມີ​ສ່ວນຮ່ວມ​ຂອງປະຊາຊົນ ​ແລະ ການ​ຄຸ້ມ​ຄອງ​ ງົບປະມານໄດ້​ດີ​ຂຶ້ນ​ເມື່ອ​ທຽບ​ໃສ່​ ປີ 2019.

error: Content is protected !!