ຕາມແຈ້ງການພະແນກອຸດສາຫະກຳ ແລະ ການຄ້າ ນວ ໃຫ້ຮູ້ວ່າ, ວັນທີ 10 ມີຖຸນາ 2022 ຢູ່ນະຄອນຫຼວງ ວຽງຈັນ ເປີດ ບໍລິການຂາຍນໍ້າມັນເຊື້ອໄຟ 70 ປໍ້າ.
Author: admin
ສະຫາຍ ທອງລຸນ ສີສຸລິດ ເນັ້ນຫຼາຍບັນຫາໃຫ້ ສມປຊ ເອົາໃຈໃສ່
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເອົາໃຈໃສ່ຄົ້ນຄວ້າທິດສະດີ, ແນວທາງປະຕິບັດແຕ່ລະໄລຍະ ທີ່ເປັນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃຫ້ແກ່ພັກ; ການບໍາລຸງສ້າງພະນັກງານ, ສະມາຊິກພັກ ໃຫ້ແກ່ພັກ
ມອບຄໍາ 25 ບາດ ຄືນໃຫ້ເຈົ້າຂອງ ຄະດີສໍ້ໂກງຊັບຢູ່ຕະຫຼາດເຊົ້າ
ຢູ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ, ພັທ ຄໍາພອນ ພົມມະຈັນ ຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຂອງກາງຄໍາຮູບປະພັນ ຈໍານວນ 25 ບາດ ທີ່ເກັບກູ້ມາໄດ້ຈາກຄະດີສ້ໍໂກງຊັບ (ຄໍາຮູບປະພັນ ຢູ່ຕະຫຼາດເຊົ້າມໍ) ຄືນຜູ້ຖືກເສຍຫາຍ ເມື່ອວັນທີ 7 ມິຖຸນາ 2022 ຜ່ານມາ. ໃນວັນເກີດເຫດພາຍຫຼັງເຈົ້າໜ້າທີ່ ໄດ້ຮັບຂໍ້ມູນເມື່ອເວລາ
ປີນຂຶ້ນຕົ້ນໄມ້ ໃກ້ສາຍໄຟຟ້າແຮງສູງ ຖືກໄຟຊ໋ອດເສຍຊີວິດຄາທີ່
ໃນວັນທີ 09 ມິຖຸນາ 2022 ເວລາ 15:10 ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ : ມີຄົນຖືກໄຟຊ໋ອດເສຍຊີວິດ ຢູ່ບ້ານ ນາຕາດ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດຄາທີ່ 01 ຄົນ
ຢູໂຣບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດ ທີ່ໃຊ້ນ້ຳມັນເຊື້ອໄຟ ພາຍໃນ 2035
ອີງຕາມການລາຍງານ ຂ່າວຈາກ ຊີອາໄອ ຂອງ ຈີນ, ວັນທີ 8 ມິຖຸນານີ້, ສະພາ ຢູໂຣບ ໄດ້ລົງຄະແນນສຽງ ແລະ ຮັບຮອງເອົາຍັດຕິ ນິຕິບັນຍັດ ທີ່ຄະນະກຳມາທິການ ສະຫະພາບ ຢູໂຣບ ສະເໜີໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ດ້ວຍຄະແນນສຽງເຫັນດີ 339 ສຽງ,
ອັດຕາເງິນເຟີ້ຢູ່ ລາວ ຕິດອັນດັບ 6 ຂອງໂລກ ແມ່ນຂ່າວບິດເບືອນ ແລະ ບໍ່ມີມູນຄວາມຈິງ !
ອີງຕາມການລາຍງານຈາກເວບໄຊ https://worldpopulationreview.com/…/inflation-rate-by… ລາຍງານວ່າ ອັດຕາເງິນເຟີ້ຖືກແບ່ງອອກເປັນສາມປະເພດຄື: ອັດຕາເງິນເຟີ້ທີ່ດຶງເອົາຄວາມຕ້ອງການ, ອັດຕາເງິນເຟີ້ລາຄາຊຸກຍູ້ ແລະ ອັດຕາເງິນເຟີ້ທີ່ສ້າງຂຶ້ນ. ທັງສາມຢ່າງນີ້ ແມ່ນກ່ຽວຂ້ອງກັບຄວາມສົມດຸນລະຫວ່າງການສະຫນອງເງິນ ແລະ ການສະຫນອງສິນຄ້າໃນເສດຖະກິດຂອງປະເທດ. ອັດຕາເງິນເຟີ້ – ດຶງຄວາມຕ້ອງການ – ເກີດຂື້ນໃນເວລາທີ່ຄວາມຕ້ອງການສິນຄ້າແລະການບໍລິການ – ເວົ້າອີກຢ່າງຫນຶ່ງ, ຈໍານວນເງິນແລະ / ຫຼືສິນເຊື່ອທີ່ປະຊາຊົນຕ້ອງໃຊ້ – ເພີ່ມຂຶ້ນໄວກວ່າກໍາລັງການຜະລິດຂອງເສດຖະກິດ.
ເປີດນໍາໃຊ້ບໍລິການຢັ້ງຢືນ ການສັກວັກຊິນ ແບບດີຈີຕອລ ແລະ ລະບົບການປິ່ນປົວຢູ່ບ້ານ
ນະຄອນຫຼວງ ວຽງຈັນ (ນວ) ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງສາທາລະນະສຸກໄດ້ຮ່ວມກັນເປີດນໍາໃຊ້ບໍລິການຢັ້ງຢືນການສັກວັກຊິນແບບດີຈີຕອລ Vaccine ID/VaccinePassport ແລະ ລະບົບການປິ່ນປົວຕົນເອງຢູ່ບ້ານ ໃນວັນທີ 8 ມິຖຸນານີ້ ທີ່ຫ້ອງວ່າການປົກຄອງ ນວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ,
ລັດຖະບານຕັ້ງເປົ້າ ສູ້ຊົນເຮັດໃຫ້ມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນ 8-10% ຕໍ່ປີ
ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ວາງຄາດໝາຍກໍຄືທິດທາງການຮ່ວມມື ສອງຝ່າຍໃນໄລຍະປີ 2022-2025 ແມ່ນຈະສູ້ຊົນຊຸກຍູ້ພາກເອກະຊົນ ໃຫ້ສາມາດຮັກສາອັດຕາການເພີ່ມຂຶ້ນຂອງມູນຄ່າການຄ້າສອງຝ່າຍໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານວາງອອກ ຄືເພີ່ມຂຶ້ນ 8-10% ຕໍ່ປີ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022
ອົງການການເງິນສາກົນ ສະໜອງທຶນພັດທະນາ ທ່າບົກ-ທ່ານາແລ້ງ
ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮັບການສະໜອງເງິນກູ້ ຈຳນວນ 67 ລ້ານໂດລາສະຫະລັດ ກັບອົງການການເງິນສາກົນ (IFC) ໃນວັນທີ 7 ມິຖຸນາ 2022 ທີ່ນະຄອນຫລວງ ວຽງຈັນ, ເພື່ອນຳໃຊ້ເຂົ້າໃນການພັດທະນາ, ການກໍ່ສ້າງ ແລະ ຈັດຊື້ອຸປະກອນທີ່ຈຳເປັນ ສຳລັບໂຄງການທ່າບົກທີ່ໄດ້ລະດັບມາດຕະຖານສາກົນ ແຫ່ງທຳອິດຂອງ ລາວ ຫລື ເອີ້ນວ່າໂຄງການທ່າບົກ-ທ່ານາແລ້ງ
ຟໍຈູນເນີ ຕໍາທ້າຍລົດພ່ວງ ທີ່ທ່າແຂກ ເສຍຊີວິດຄາທີ່ 2 ຄົນ
ກູ້ໄພແຂວງ ຄໍາມ່ວນ ແຈ້ງໃຫ້ຮູ້ວ່າ “ໃນວັນທີ 9 ມິຖຸນາ 2022 ເວລາ 00:40 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ ເຫດລົດໃຫຍ່ຕຳທ້າຍລົດພ່ວງ ຢູ່ບ້ານ ເສັ້ນທາງບ້ານ ນາຫຍ້າຫວາຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ ເສຍຊີວິດ ຕິດພາຍໃນ 2 ຄົນ ເພດຊາຍ ( ຜູ້ໂດຍສານ )”. ຜູ້ທີ 1 ກະທົບຫົວ ໜ້າມຸ່ນ ບາດແຜຈີກໃຫຍ່ ແລະ ຜູ້ທີ 2 ກະທົບໜ້າ ບາດແຜຈີກໃຫຍ່. ທາງກູ້ໄພຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປຍັງໂຮງເຢັນແຂວງ ຄຳມ່ວນ.










