ກໍ່ເຫດລັກເຫຼັກສານເສົາໄຟຟ້າ ຖືກສານຕັດສິນຈໍາຄຸກ 3 ປີ ພ້ອມໃຊ້ແທນຄ່າເສຍຫາຍ 666 ລ້ານກວ່າກີບ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງ ບໍລິຄຳໄຊ ວ່າມີກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງ ໄດ້ເຄື່ອນໄຫວລັກເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນໍ້າເທີນ 1 ເມືອງ ປາກກະດິງ, ແຂວງ ບໍລິຄໍາໄຊ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ ລົງສັນນະສູດສະຖານທີ່ເກີດເຫດ ແລະ ຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ມາຮອດວັນທີ 19 ເມສາ 2021 ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ ຈຶ່ງສາມາດກັກຕົວ ທ້າວ ຕຸ້ຍ ສີສົມພອນ ອາຍຸ 27 ປີ ອາຊີບເຮັດນາ, ປັດຈຸບັນຢູ່ບ້ານໂພນຈະເລີນ ເມືອງ ປາກກະດິງ, ແຂວງ ບໍລິຄໍາໄຊ ພ້ອມຂອງກາງມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນ ທ້າວ ຕຸ້ຍ ສີສົມພອນ ໃຫ້ການຮັບສາລະພາບວ່າ: ໃນເດືອນ ເມສາ 2021, ຕົນເອງໄດ້ຮ່ວມກັບ ທ້າວ ກ, ທ້າວ ຂ ແລະ ທ້າວ ຄ (ນາມສົມມຸດ) ທີ່ເປັນພັກພວກຮ່ວມຂະບວນການໄດ້ເຄື່ອນໄຫວລັກຊັບປະເພດເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນ້ຳເທີນ 1 ມາແລ້ວ 5 ຄັ້ງ, ແລ້ວນໍາໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດຄົນສັນຊາດ ຫວຽດນາມ ໄດ້ເງິນທັງໝົດ 276,000 ກີບ ແລ້ວມາແບ່ງກັນໄປໃຊ້ຈ່າຍຫຼິ້ນກິນຟຸ່ມເຟືອຍຈົນໝົດ, ຄັ້ງທີ 1 ສາມາດລັກເຫຼັກໄດ້ 8 ເສັ້ນ, ນ໋ອດ 4 ກິໂລກຣາມ, ຄັ້ງທີ 2 ລັກເຫຼັກໄດ້ 8 ເສັ້ນ, ນ໋ອດຈໍານວນໜຶ່ງ, ຄັ້ງທີ 3 ລັກເອົາເຫຼັກສານເສົາໄຟ ແລະ ນ໋ອດ 24 ກິໂລກຣາມ, ຄັ້ງທີ 4 ລັກເຫຼັກ 2 ເສັ້ນ ແລະ ນ໋ອດຈໍານວນໜຶ່ງ ແລະ ຄັ້ງທີ 5 ຕົນເອງກັບທ້າວ ຂ ແລະ ທ້າວ ຄ ໄດ້ໄປລັກເອົາເຫຼັກສານເສົາໄຟຟ້າ ຈໍານວນ 19 ເສັ້ນ ພ້ອມນ໋ອດ. ຫຼັງຈາກນັ້ນ, ພວກກ່ຽວໄດ້ຊັກຊວນກັນຂີ່ລົດຈັກເອົາເຫຼັກຈໍານວນດັ່ງກ່າວໄປຂາຍ ໃນຂະນະທີ່ກໍາລັງຈະເອົາເຫຼັກໄປຂາຍຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ. ປັດຈຸບັນທ້າວ ຕຸ້ຍ ສີສົມພອນ ໄດ້ຖືກສານອາຍາຂັ້ນຕົ້ນແຂວງບໍລິຄໍາໄຊ ຕັດສິນລົງໂທດຕັດອິດສະຫຼະພາບ 3 ປີ ແລະ ປັບໃຫມ 5,000,000 ກີບ, ພ້ອມທັງຮັບຜິດຊອບໃຊ້ແທນຄ່າເສຍຫາຍຈໍານວນ 666,714,408 ກີບຄືນໃຫ້ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງ ບໍລິຄໍາໄຊ.

ສ່ວນຂອງກາງຄະດີ ທີ່ທາງເຈົ້າໜ້າທີ່ສາມາດກູ້ຄືນມາໄດ້ມີເຫຼັກ 68 ເສັ້ນ, ນ໋ອດ 35.5 ກິໂລກຣາມ ທີ່ທ້າວ ຕຸ້ຍ ແລະ ພັກພວກລັກໄປໄດ້ມອບຄືນໃຫ້ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ບໍລິຄໍາໄຊ ແລ້ວ, ສ່ວນ ທ້າວ ກ, ທ້າວ ຂ ແລະ ທ້າວ ຄ (ນາມສົມມຸດ) ທີ່ໄດ້ເອົາຕົວຫຼົບໜີ ທາງເຈົ້າໜ້າທີ່ໄດ້ຂຶ້ນບັນຊີເປົ້າໝາຍຈັບຕົວຖ້າພົບເຫັນ ແລະ ຈັບຕົວພວກກ່ຽວໄດ້ ກໍຈະນໍາມາດໍາເນີນຄະດີຕາມລະບຽບກົດໝາຍຕາມພາຍຫຼັງ. ສໍາລັບທາງຮ້ານທີ່ໄດ້ຮັບຊື້-ຂາຍເຫຼັກຈໍານວນດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ສ້າງບົດບັກທຶກສຶກສາອົບຮົມ ຖ້າຫາກຍັງມີການເຄື່ອນໄຫວຮັບຊື້-ຂາຍຊັບຜິດກົດໝາຍອີກຈະນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ຂໍ້ມູນຂ່າວ: ພອນສະຫວັນ

error: Content is protected !!