ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມ​ ຢູ່ນະຄອນຫລວງ ວຽງຈັນ

ນະຄອນຫລວງ​ ວຽງຈັນ ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມທີ່ເກີດຢູ່ຕາມເສັ້ນ ທາງ ແລະ ຈຸດສໍາຄັນຕ່າງໆ ຍ້ອນນໍ້າໄຫລລະບາຍບໍ່ທັນ, ລວມທັງນໍ້າຖ້ວມຂັງຢູ່ບາງຈຸດ ທັງໃນໄລຍະສະເພາະໜ້າ ແລະ ຖາວອນ ຫລື ໄລຍະຍາວ ໂດຍຈະມີການແບ່ງຄວາມຮັບຜິດຊອບກັນຂອງທຸກຂະແໜງການທີ່ກ່ຽວຂ້ອງຄືນໃຫມ່ເພື່ອໃຫ້ລະອຽດຊັດເຈນກວ່າເກົ່າ !!!

​ທ່ານ ສຸລິວັນ ພົມມະຫາໄຊ, ຫົວຫນ້າ ພະແນກໂຍທາທິການ ແລະ ຂົນ ສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ)ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ສິງຫານີ້ວ່າ: ພະແນກ ຍທຂ ນະຄອນ ຫລວງວຽງຈັນ ຮ່ວມກັບຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ), ຫ້ອງການ ຍທຂ ທັງ 9 ຕົວເມືອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ປະຊຸມປຶກສາຫາລືເພື່ອວາງແຜນຮ່ວມກັນແກ້ໄຂບັນຫາສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ນະຄອນຫລວງວຽງຈັນ ຫລາຍມາດຕະການ, ທັງການແກ້ໄຂໃນໄລຍະສະເພາະໜ້າ ແລະ ຖາວອນ, ລວມເຖີງການຂຶ້ນແຜນງົບປະ ມານໃຊ້ຈ່າຍເຂົ້າໃນວຽກງານທີ່ຈໍາເປັນຕ່າງໆ, ເຊີ່ງຜ່ານການປະເມີນ, ພະແນກ ຍທຂ ນະຄອນ ຫລວງວຽງຈັນ ຄາດວ່າຈະນໍາໃຊ້ງົບປະມານເພື່ອແກ້ໄຂສະພາບນໍ້າຖ້ວມໃນໄລຍະສະເພາະຫນ້າ 2 ຕື້ກວ່າກີບ ແລະ ໄລຍະຖາວອນ 16 ຕື້ກວ່າກີບ. ສ່ວນ ຄບຕ ໄດ້ຂຶ້ນແຜນງົບປະມານ ຈໍານວນ 1,5 ຕື້ກີບ ເຮັດໃຫ້ງົບປະມານລວມທັງສອງພາກສ່ວນທີ່ຈະນໍາໃຊ້ເຂົ້າໃນການແກ້ໄຂສະພາບນໍ້າຖ້ວມ ທັງໃນໄລຍະສະເພາະໜ້າ ແລະ ຖາວອນ ທັງໝົດ 20 ຕື້ກີບ. ຢ່າງໃດກໍຕາມ, ນີ້ເປັນພຽງຕົວເລກທີ່ປະເມີນໃນເບື້ອງຕົ້ນເທົ່ານັ້ນ ເພາະໃນການຈັດຕັ້ງປະຕິບັດຕົວຈິງອາດຈະມີການຄາດເຄື່ອນ ເນື່ອງຈາກບາງວຽກງານອາດຈະບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຍ້ອນຢູ່ໃນລະດູຝົນ ເພາະຖ້າຈະສະຫລຸບສັງລວມໃຫ້ລະອຽດໄດ້ກໍຕໍ່ເມື່ອການຈັດຕັ້ງປະຕິບັດບັນດາວຽກສໍາເລັດໃນເວລາທີ່ຝົນຢຸດເຊົາ.

​ທ່ານຍັງໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ຍ້ອນມີຝົນຕົກໜັກເຮັດໃຫ້ເກີດນໍ້າຖ້ວມຢູ່ຫລາຍເຂດພາຍໃນນະຄອນ ຫລວງວຽງຈັນ ຍ້ອນນໍ້າໄຫລລະບາຍບໍ່ທັນ, ໃນນັ້ນ ໜັກກວ່າໝູ່ແມ່ນຢູ່ ເມືອງສີໂຄດຕະບອງ, ເຊີ່ງພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງນໍາເອົາອຸປະກອນ ແລະ ກົນຈັກໄປແກ້ໄຂໃນສະເພາະໜ້າ ໂດຍສະເພາະເຂດເສັ້ນທາງສີໄຄ, ເຂດຕໍ່ໜ້າຮ້ານສຸວັນນີ, ເຂດໜອງໜ້ຽວ ແລະ ຕະຫລາດອົດຊີ ເພາະເຂດດັ່ງກ່າວຮ່ອງລະ ບາຍນໍ້າຖືກຖົມ, ອຸດຕັນ ແລະ ບາງບ່ອນທໍ່ລະບາຍນໍ້ານ້ອຍເກີນໄປ. ນອກຈາກນີ້ ມີຜູ້ປະກອບການຈໍານວນຫນຶ່ງຖົມດິນອັດຕັດຮ່ອງລະບາຍນໍ້າທໍາມະຊາດທີ່ມີຢູ່ແລ້ວ ເຮັດໃຫ້ນໍ້າບໍ່ມີທາງໄຫລໄປຈິ່ງມີນໍ້າຖ້ວມເກີດຂຶ້ນ. ສ່ວນຢູ່ຈຸດຕ່າງໆ ໃນນະຄອນຫລວງວຽງຈັນ ທີ່ເກີດນໍ້າຖ້ວມເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນໄດ້ເຄື່ອນໄຫວແກ້ໄຂສະເພາະໜ້າເຊັ່ນດຽວກັນ.

​ສໍາລັບທິດທາງໃນຕໍ່ໜ້າ ຈະໄດ້ເຊັນບົດບັນທຶກແບ່ງຄວາມຮັບຜິດຊອບກັນເພື່ອແກ້ໄຂບັນຫານໍ້າຖ້ວມໃນນະຄອນຫລວງວຽງຈັນ ລະຫວ່າງ ພະແນກ ຍທຂ ນະຄອນຫລວງວຽງຈັນ ກັບ ຄບຕ ແລະ ຫ້ອງການ ຍທຂ ທັງ 9 ຕົວເມືອງໃຫ້ລະອຽດຈະແຈ້ງກວ່າເກົ່າ, ລວມເຖີງຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງກວດກາຄືນສະພາບການຮອງຮັບນໍ້າຂອງຄອງນໍ້າວຽງຈັນ, ລວມເຖີງບັນດາສາເຫດທີ່ພາໃຫ້ເກີດນໍ້າຖ້ວມຢູ່ຈຸດຕ່າງໆ ຢ່າງລະອຽດ ເພື່ອຮ່ວມກັນວາງແຜນແກ້ໄຂໃຫ້ມີປະສິດທິຜົນກວ່າເກົ່າ.

ຂໍ້ມູນຈາກ:FM 90

error: Content is protected !!