ເກີດອຸບັດຕິເຫດລົດໃຫຍ່ຕຳລົດໃຫຍ່ ຢູ່ສີ່ແຍກໄຟແດງ ຫໍປະຊຸມແຫ່ງຊາດ ຫລັກ6

ເວລາປະມານ 20:45 ນາທີ ຂອງວັນທີ 21 ສິງຫາ 2022 ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳລົດໃຫຍ່ ຢູ່ສີ່ແຍກໄຟແດງ ຫໍປະຊຸມແຫ່ງຊາດ ຫລັກ6 ເມືອງ​ ໄຊ​ເສດຖາ,​ ນະຄອນຫລວງ​ ວຽງຈັນ.​ ລົດເກີດອຸບັດຕິເຫດເປັນລົດວີໂກ ແລະ ລົດແລນໂຣເວີ,​ ລົດວີໂກມຸ່ງໜ້າມາແຕ່ບ້ານພະຂາວ ສ່ວນລົດແລນໂຣນແລ່ນມາແຕ່ບ້ານໂພນພະເນົາລ້ຽວຊາຍຈະຂຶ້ນໄປທາງບ້ານຈອມມະນີ.

ອຸບັດຕິເຫດ ຄັ້ງນີ້ແມ່ນລົດທັງສອງຄັນໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ບໍ່ມີຜູ້ໄດ້ຮັບບາດເຈັບ.​ ໄຟແດງຈຸດນີ້ແມ່ນຈະມີການປິດລະບົບໄວ ແລະ ເປີດ ລະບົບໄວກວ່າໄຟແດງຈຸດອື່ນ.

ສ່ວນລົດຄັນຈະຜິດ ຫລື ຖືກນັ້ນແມ່ນຍັງຢູ່ໃນຂັ້ນຕອນການກວດສອບຂອງເຈົ້າໜ້າທີ່ ຈະລາຈອນ.
ຂໍ້ມູນຈາກ:ລາວພັດທະນາ

error: Content is protected !!