ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເຂົ້າອວຍພອນທູດຫວຽດນາມ ປະຈໍາ ສປປ ລາວ

ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກການສະຖານທູດ ໃນວັນທີ 3 ກຸມພາ 2026 ເນື່ອງໃນໂອກາດ ວັນສ້າຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026).

ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ຕະຫລອດໄລຍະ 96 ປີຜ່ານມາ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ເສດຖະກິດຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ, ບົດບາດ ແລະ ອິດທິພົນຂອງພັກ, ລັດ ຫວຽດນາມ ນັບມື້ເພີ່ມທະວີ ແລະ ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ນັບມື້ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ-ຂະແໜງການ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ.

ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ອວຍພອນໄຊອັນປະເສີດ ແລະ ຝາກຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ມາຍັງສະຫາຍທູດ ພ້ອມດ້ວຍຄອບຄົວ ແລະ ພະນັກງານສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ທຸກຖ້ວນໜ້າ ໃນໂອກາດບຸນປີໃໝ່ປະເພນີຂອງປະຊາຊົນຫວຽດນາມ ທີ່ຈະໝູນວຽນມາເຖິງອີກບໍ່ເທົ່າໃດວັນຂ້າງໜ້ານີ້.

ໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ບຸນເຫລືອ ພັນດານຸງວົງ ທີ່ໄດ້ນຳພາຄະນະ ມາອວຍພອນໃນຄັ້ງນີ້, ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືພິເສດ ຫວຽດນາມ-ລາວ ທີ່ຫາກໍໄດ້ຍົກຂຶ້ນສູ່ລະດັບສູງໃໝ່ ເປັນຫຸ້ນສ່ວນຍຸດທະສາດ ແລະ ນັບມື້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ; ຊົມເຊີຍການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສະຖານທູດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການເປັນຂົວເຊື່ອມຕໍ່ ແລະ ການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ຫວຽດນາມ-ລາວ ໃນການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະ ການປະກອບສ່ວນເຂົ້າໃນຜົນສໍາເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໃນທ້າຍເດືອນຜ່ານມາ, ພ້ອມທັງໄດ້ເອກະພາບກັນ ໃນການສຸມໃສ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຢ້ຽມຢາມລັດຖະກິດ ສປປ ລາວ ຂອງສະຫາຍເລຂາທິການໃຫຍ່ ໂຕ ເລິມ ໃນຕໍ່ໜ້ານີ້, ອັນໄດ້ເປັນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ.

ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນຜ່ານມາ; ຍິນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ຂອງການນໍາຂັ້ນສູງສອງພັກ, ສອງລັດ ຫວຽດນາມ-ລາວ ໃຫ້ບັນລຸຜົນຕາມຄາດໝາຍ ແລະ ມີປະສິດທິຜົນສູງ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ນໍາເອົາໂທລະເລກອວຍພອນ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ໃນນາມຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ໂທລະເລກອວຍພອນຂອງຕົນ ສົ່ງເຖິງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂດຍສົ່ງຜ່ານສະຫາຍທູດ ໃນໂອກາດດັ່ງກ່າວ.

ພາບ: ອ່າຍຄຳ

error: Content is protected !!