ໃນວັນທີ 30 ມັງກອນ 2026 ຜ່ານມາ, ຫ້ອງການກົວດກາ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ສົມທົບກັບ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ແລະ ກຳລັງ ປກຊ-ປກສ ເມືອງຄູນແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທຳລາຍຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ພູແຄ ເມືອງຄູນ ແຂວງຊຽງຂວາງ.

ຕາມການລາຍງານລະບຸວ່າ: ສວນຝິ່ນທີ່ປະຊາຊົນລັກລອບປູກມີຈຳນວນ 4 ຕອນ ເນື້ອທີ່ທັງໝົດ 4 ກວ່າຕາແມັດ ພ້ອມທັງໄດ້ນຳຕົວຜູ້ທີ່ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ດຳເນີນຄະດີຕາມກົດໝາຍ.

———————–
ຂ່າວ ປກສ ແຂວງຊຽງຂວາງ
