ລາວ-ຫວຽດນາມ ສືບຕໍ່ວາງຮາກຖານອັນໝັ້ນຄົງສະໜັບສະໜູນການພັດ ທະນາຢ່າງຍືນຍົງ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະ ນະຜູ້ ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມລັດ ຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງ ວັນທີ 5 ກຸມພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ນັບມື້ນັບແຕກດອກ ອອກຜົນ ຍິ່ງໆຂຶ້ນ.

ການຢ້ຽມຢາມໃນຄັ້ງນີ້, ເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ສະຫາຍ ໂຕ ເລິມ ເລຂາທິການ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນປີ 2026 ແລະ ທັງແມ່ນການຢ້ຽມຢາມຄັ້ງທຳອິດ ໃນຖານະ ເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສະໄໝທີ XIV. ພ້ອມ ກັນນັ້ນ, ກໍແມ່ນການຕ້ອນຮັບແຂກຄັ້ງທຳອິດຂອງ ພັກ-ລັດ ແລະ ປະຊາ ຊົນລາວ ພາຍຫລັງຜົນສຳເລັດອັນສະຫງ່າຜ່າເຜີຍຂອງກອງປະ ຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ດ້ວຍ ຄວາມໝາຍທາງດ້ານປະຫວັດສາດ ແລະ ຄວາມສຳຄັນອັນໃຫຍ່ ຫລວງຂອງການຢ້ຽມຢາມຄັ້ງນີ້ ເປັນການຢັ້ງຢືນຄືນອີກຄັ້ງເຖິງລະ ດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງອັນສູງສົ່ງ ແລະ ນະໂຍບາຍ ທີ່ສະເໝີຕົ້ນສະເໝີປາຍຂອງ ສສ ຫວຽດນາມ ໃນການໃຫ້ຄວາມສຳຄັນສູງ ສຸດຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກໍຄື ການເຊື່ອມຈອດຍຸດທະສາດລະຫວ່າງ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ໂດຍສະເພາະໃນທ່າມກາງບັນຍາກາດ ແຫ່ງ ຄວາມປິຕິຊົມຊື່ນ ພາຍຫລັງຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ, ລວມທັງຜົນສຳເລັດການຢ້ຽມຢາມ ສສ ຫວຽດນາມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນລະຫວ່າງວັນທີ 26-27 ມັງກອນ 2026 ທີ່ຜ່ານມາ. ການທີ່ການນຳຂັ້ນສູງຂອງທັງສອງຝ່າຍ ມີການຢ້ຽມຢາມເຊິ່ງ ກັນ ແລະ ກັນ ຢ່າງເປັນປົກກະຕິ ໄດ້ສະແດງໃຫ້ເຫັນເຖິງການຄຽງ ບ່າ ຄຽງໄຫລ່, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ຄວາມ ພ້ອມໃນການແບ່ງປັນບົດຮຽນບົນເສັ້ນທາງການພັດທະນາປະເທດຊາດ, ຕະຫລອດຮອດຄວາມມຸ່ງໝັ້ນຮ່ວມກັນໃນການປົກປັກຮັກສາ ແລະ ເສີມ ສ້າງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດນາມ ໃຫ້ມີຄວາມ ແໜ້ນແຟ້ນ, ມີປະສິດທິຜົນ ແລະ ຍົກລະດັບຂຶ້ນສູ່ບາດກ້າວ ໃໝ່ຢ່າງ ຕໍ່ເນື່ອງ.

ໃນຂະນະດຽວກັນ, ການຢ້ຽມຢາມຄັ້ງນີ້ ຍັງສະທ້ອນໃຫ້ເຫັນເຖິງຄວາມ ຜູກພັນອັນເລິກເຊິ່ງ, ຄວາມເອົາໃຈໃສ່ ແລະ ຄວາມໃກ້ຊິດສະໜິດສະໜົມ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລີມ ກໍຄື ບັນດາການນຳຫວຽດນາມ ທີ່ມີຕໍ່ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ບັນດາການນຳລາວ ຊຶ່ງລ້ວນແຕ່ແມ່ນສະຫາຍ, ອ້າຍນ້ອງ ແລະ ເພື່ອນມິດ ທີ່ ຊື່ສັດບໍລິສຸດຕໍ່ກັນ ຕະຫລອດຫລາຍໄລຍະຜ່ານມາ ແລະ ກຳລັງຮ່ວມ ກັນກ້າວເຂົ້າສູ່ຍຸກສະໄໝໃໝ່.

ໃນທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ທີ່ມີການຜັນແປ ຢ່າງ ວ່ອງໄວ ແລະ ສະຫລັບຊັບຊ້ອນ, ພາຍໃຕ້ການນຳພາຂອງ ສອງພັກ, ສອງລັດ, ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດນາມ ຍັງຄົງ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຈົບງາມ, ເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ເພື່ອນຳເອົາຜົນປະ ໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ໃນໄລຍະ ຜ່ານມາ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ ໄດ້ກຳນົດແນວທາງ, ນະໂຍບາຍ, ທິດທາງ ແລະ ມະຕິຍຸດທະສາດທີ່ສຳຄັນ ສຳລັບໄລຍະການພັດທະນາ ໃໝ່ ຂອງແຕ່ລະປະເທດ. ດັ່ງນັ້ນ, ການຢ້ຽມຢາມໃນຄັ້ງນີ້ ຈຶ່ງສະທ້ອນໃຫ້ເຫັນ ເຖິງການຄຽງບ່າຄຽງໄຫລ່, ຄວາມຜູກພັນຍຸດທະສາດ ແລະ ເຈດຈຳນົງທາງ ການເມືອງໃນລະດັບສູງສຸດຂອງການນຳທັງສອງຝ່າຍ ໃນການຮ່ວມກັນຂັບ ເຄື່ອນການຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ກອງປະ ຊຸມໃຫຍ່ໄດ້ກຳນົດ ໄວ້ ໃຫ້ປະສົບຜົນສຳເລັດເປັນຮູບປະທຳ. ພ້ອມກັນນັ້ນ, ກໍເພື່ອປະສານ ງານຢ່າງໃກ້ຊິດໃນບັນດາປະເດັນຍຸດທະສາດທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ເພີ່ມທະວີການແລກປ່ຽນ ຂໍ້ມູນ ຂ່າວສານ, ແບ່ງປັນບົດຮຽນດ້ານການສ້າງພັກ, ການສ້າງລະບົບການ ເມືອງ, ການພັດທະນາເສດຖະກິດ-ສັງຄົມ, ການສ້າງເສດຖະກິດເອກະລາດ ເພິ່ງຕົນເອງ, ການຮັກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕະ ຫລອດຮອດຂະຫຍາຍການເຊື່ອມໂຍງກັບສາກົນ ເພື່ອເຮັດໃຫ້ເນື້ອໃນ ຂອງການເຊື່ອມຈອດຍຸດທະສາດ ຫວຽດນາມ-ລາວ ປະກົດຜົນເປັນຈິງ, ພ້ອມທັງສືບທອດມູນເຊື້ອອັນດີງາມ ແລະ ຍົກລະດັບຄວາມໝາຍ ຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ໃຫ້ກ້າວຂຶ້ນສູ່ລະດັບໃໝ່. ໃນນັ້ນ, ສາຍພົວພັນ ທາງ ການເມືອງ ຖືເປັນແກນຫລັກໃນການກຳນົດທິດທາງຍຸດທະສາດລວມ ຂອງການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ໃນຂະນະທີ່ ການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນເສົາຄ້ຳສຳຄັນ ທີ່ມີສ່ວນຊ່ວຍຄ້ຳຊູຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສະຫງົບ ຮຽບ ຮ້ອຍຂອງສັງຄົມໃນແຕ່ລະປະເທດ. ພ້ອມກັນນັ້ນ, ຍັງມຸ່ງເນັ້ນສ້າງ ການປ່ຽນແປງຢ່າງແຂງແຮງ ແລະ ບຸກທະລຸຍຸດທະສາດໃນການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາພື້ນຖານ ໂຄງລ່າງ ເພື່ອຍົກລະດັບຂະແໜງການນີ້ໃຫ້ເປັນເສົາຄ້ຳຂອງການເຊື່ອມຈອດຍຸດທະສາດ ທີ່ສອດຄ່ອງກັບສະຖານະ ແລະ ຄວາມສຳຄັນຂອງສາຍ ພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ. ນອກຈາກນີ້, ທັງສອງຝ່າຍຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ໂດຍຖືເປັນຮາກ ຖານທີ່ໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ ເພື່ອຮ່ວມກັນບົ່ມສອນສາຍ ພົວພັນ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງທະໜົງແກ່ນ ຕະຫລອດໄປ.

ການທີ່ການນຳຂອງສອງພັກ, ສອງລັດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ມີການພົບປະກັນຫລາຍຄັ້ງໃນໄລຍະເວລາອັນສັ້ນ ແລະ ມີການຢ້ຽມ ຢາມເຊິ່ງກັນ ແລະ ກັນເປັນຄັ້ງທຳອິດ ພາຍຫລັງກອງປະຊຸມໃຫຍ່ ຂອງພັກ ໃນແຕ່ລະສະໄໝ ໄດ້ສະທ້ອນໃຫ້ເຫັນຢ່າງເລິກເຊິ່ງເຖິງລະດັບ ຄວາມໄວ້ ເນື້ອເຊື່ອໃຈທາງການເມືອງຢ່າງສົມບູນ ແລະ ຄວາມຜູກພັນຍຸດທະສາດ ອັນ ແໜ້ນແຟ້ນຂອງສາຍພົວພັນແບບສະຫາຍ ແລະ ອ້າຍນ້ອງ ທີ່ໄດ້ຮັບ ການສ້າງຕັ້ງຂຶ້ນຈາກພັນທະມິດການຕໍ່ສູ້, ຫລໍ່ຫລອມຜ່ານປະຫວັດສາດ ແລະ ໄດ້ຮັບການສືບທອດ, ຮັກສາ ໂດຍການນຳຫລາຍຮຸ່ນຄົນ. ການທີ່ການ ນຳຂັ້ນສູງຂອງທັງສອງປະເທດມີການພົບປະ ແລະ ແລກປ່ຽນກັນຢ່າງ ເປັນປົກກະຕິ ນັບເປັນໂອກາດດີໃຫ້ທັງສອງຝ່າຍຮ່ວມກັນສະຫລຸບ ແລະ ຕີລາຄາຜົນການຮ່ວມມືທະວິພາຄີ, ກຳນົດທິດທາງໃນອະນາຄົດ, ແບ່ງປັນ ວິໄສທັດຍຸດທະສາດ ແລະ ເສີມສ້າງການປະສານງານໃນການວາງ ແຜນ ນະໂຍ ບາຍກ ານພັດທະນາຂອງແຕ່ລະປະເທດ. ສິ່ງເຫລົ່ານີ້ຈະເປັນ ການ ວາງຮາກຖານອັນໝັ້ນຄົງ ໃຫ້ສາຍພົວພັນ ຫວຽດນາມ-ລາວ ພັດທະນາໄປ ຢ່າງເປັນຮູບປະທໍາ, ມີປະສິດທິຜົນຍິ່ງຂຶ້ນ, ສ້າງຜົນປະໂຫຍດໃຫ້ແກ່ປະ ຊາຊົນ ແລະ ສະໜັບສະໜູນການພັດທະນາຢ່າງຍືນຍົງຂອງທັງສອງປະ ເທດລາວ ແລະ ຫວຽດນາມ.

error: Content is protected !!