ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສະພາບອາກາດໃນໄລຍະວັນທີ 13 ຫາ 16 ມິຖຸນາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສ່ວນພາກໃຕ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນປົກຄຸມດ້ວຍກໍາລັງແຮງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ
ບ້ານເມືອງ
MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນກີບເທົ່ານັ້ນ!
ສໍານັກງານທະນາຄານການຄ້າຕ່າງ ປະເທດ ລາວ ມະຫາຊົນແຈ້ງການ ວ່າ ນັບແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບ ເທົ່ານັ້ນ.ແຈ້ງບັນດາຮ້ານຕົວແທນຍ່ອຍຊາບ ໃນການຈັດຕັ້ງປະຕິບັດຈ່າຍເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ດັ່ງລາຍລະອຽດລຸ່ມນີ້:1) ທຸກຮ້ານຕົວແທນຍ່ອຍທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ແມ່ນໃຫ້ຈ່າຍເປັນສະກຸນເງິນກີບໃຫ້ກັບລູກຄ້າຊຶ່ງຕ້ອງແຈ້ງລູກຄ້າກ່ອນການດຳເນີນລາຍການໃນລະບົບໂອນເງິນດ່ວນ DeltaWorks.2) ການນໍາໃຊ້ອັດຕາແລກປ່ຽນແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່
ເພີ່ມທະວີ ການບໍລິຫານຈັດການນ້ຳຂອງເຂື່ອນ ເພື່ອຫລຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ
ໃນວັນທີ 10 ມິຖຸນາ 2022 ຜ່ານມາ ທີ່ນະຄອນຫລວງວຽງຈັນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການບໍລິຫານຈັດການນ້ຳຂອງເຂື່ອນ, ລວມທັງການວາງແຜນການຮ່ວມກັນ ເພື່ອຄຸ້ມຄອງ ແລະ ຫລຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022.
ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX
ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13 ມິຖຸນາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ, ປະທານສະພາແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ
ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນແຫ່ງໃໝ່ຮ່ວມກັນ ເພື່ອເພີ່ມການຄ້າລະຫວ່າງສອງຊາດ
ອີງຕາມການລາຍງານຂ່າວຈາກ ຈີນ ໃນວັນທີ 11 ມິຖຸນາ ນີ້, ຈີນ ແລະ ຣັດເຊຍ ຮ່ວມຈັດ ພິທີເປີດຂົວຂ້າມຊາຍແດນແຫ່ງໃໝ່ຂ້າມແມ່ນ້ຳ ອາມູຣ (Amur) ເຊື່ອມຕໍ່ລະຫວ່າງ ເມືອງບລາໂກ ເວສເຊນ (Blagoveshchensk) ໃນພາກຕາເວັນອອກ ຂອງ ຣັດເຊຍ ກັບເມືອງ ເຮ່ຍເຫີ (Heihe) ແຂວງ
ການຈໍາໜ່າຍພັນທະບັດ ທຫລ ງວດທີ 1 ເລີ່ມອອກຈໍາໜ່າຍແຕ່ກາງເດືອນ ມິຖຸນາ ປີ 2022 ນີ້ເປັນຕົ້ນໄປ
ກົມບໍລິຫານທະນາຄານ, ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງກ່ຽວກັບ ການອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000,00 ກີບ (ຫ້າພັນຕື້ກີບ), ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້, ອັດຕາດອກເບ້ຍ 20% ຕໍ່ປີ (ຊໍາລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ)
ຈັບຄົນຮ້າຍບຸກໄລ່ຍິງເຈົ້າໜີ້ ເມື່ອປີ 2021 ສໍາເລັດ ຫຼັງໃຫ້ຢືມເງິນແຕ່ບໍ່ສໍານຶກບຸນຄຸນ ຍັງວ່າຈ້າງມືປືນ ຄາດຕະກໍາປິດຫນີ້
ຫຼາຍຄົນອາດຍັງຈື່ໄດ້ ເຫດການທີ່ມືປືນຂີ່ລົດຈັກຄຣີກໄອ ໄລ່ຍິງຊາວ ຈີນ ຂີ່ກໍາລັງຂີ່ລົດຈັກຟີໂນ ໄປຕາມເສັ້ນທາງປະຕູໄຊ ຫາ ໄຟແດງສີດຳດວນ ບ້ານ ສີບຸນເຮືອງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນຄໍ່າຄືນ ຂອງວັນທີ 1 ກັນຍາ 2021 ທີ່ຜ່ານມາ ເຮັດໃຫ້ຜູ້ຖືກເຄາະຮ້າຍບາດເຈັບສາຫັດ ແລະ ຜູ້ກໍ່ເຫດເອົາຕົວຫຼົບໜີ. ພັອ
ສະພາຄວາມໝັ້ນຄົງ ສປຊ ຮັບສະມາຊິກໃໝ່ 5 ປະເທດ
ຕາມຂ່າວຈາກ VOVWORLD, ວັນທີ 9 ມິຖຸນານີ້ , 5 ປະເທດປະກອບດ້ວຍ ເອກວາດໍ, ຍີ່ປຸ່ນ, ມານຕາ, ໂມຊຳບິກ ແລະ ສະວິດ ເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍອາຍຸການ 2 ປີ, ນັບແຕ່ວັນທີ 1 ມັງກອນປີ 2023
ຫວຽດນາມ ຕິດອັນດັບ 68 ຄວາມໂປ່ງໃສດ້ານງົບປະມານ
ສຳນັກຂ່າວ ຫວຽດນາມ ລາຍງານ ໃນວັນທີ 10 ມິຖຸນາ ວ່າ, ຫວຽດນາມ ຕິດອັນດັບ 68 ຈາກ 120 ປະເທດ ໃນການສຳຫລວດ ງົບປະມານ ແບບເປີດເຜີຍ (OBS) ໃນປີ2021 ເພີ່ມຂຶ້ນ 9 ອັນດັບ ຈາກປີ 2019 ຫລັງຈາກ
ສໍາມະນາກ່ຽວກັບຢາພື້ນເມືອງລາວ ໃນຮູບແບບການຜະລິດສະຫະກອນ ເພື່ອຊຸກຍູ້ເສດຖະກິດ
ໃນວັນທີ 9 ມິຖຸນານີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ນະຄອນ-ຫຼວງພະບາງ, ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ ໂດຍການເປັນປະທານຂອງ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ບັນດາແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້,










