ໃນເວລາປະມານ 14:00 ໂມງ ຂອງວັນທີ 15 ມິຖຸນາ 2022, ຈຸດເກີດເຫດໄຟໄໝ້ລົດ ຢູ່ເຂດບ້ານ ໂຊກນ້ອຍ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ. ລາຍລະອຽດຈະລາຍເພີ່ມຕື່ມພາຍຫຼັງ ຂໍ້ມູນຈາກ: ນັກຂ່າວສັນຈອນ
ບ້ານເມືອງ
ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ
ໃນວັນທີ 10 ມິຖຸນາ 2022 ຜ່ານມາ, ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ(ສປຊ) ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025 ໃນນັ້ນ, ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ ເຊິ່ງລວມທັງ ກາຕ້າ, ສ ເກົາຫລີ
ຫຼັງຈາກຄໍາລາຄາຫຼຸດລົງຢ່າງກະທັນຫັນ! ປະຊາຊົນກໍພາກັນແຫ່ໄປຂາຍຄຳ
ເມື່ອບໍ່ດົນມານີ້, ລາຄາຄໍາໄດ້ພຸ່ງຂຶ້ນສູງ ເກືອບຮອດ ບາດລະ 20 ບາດກີບ ເປັນລາຄາທີ່ສູງທີ່ສຸດເທົ່າທີ່ມີມາ ແຕ່ມາຮອດມື້ນີ້ 15/6/2022 ລາຄາຄໍາກໍ່ລົງກະທັນຫັນ ເຫຼືອພຽງບາດໜຶ່ງ 16,029,000 ກີບຕໍ່ບາດ ປະຊາຊົນຕ່າງກໍພາກັນແຫ່ໄປຂາຍຄໍາ ຂອບໃຈຮູບພາບຈາກ: Niengnoy NP, Alex Kpv Phamisith
ມື້ນີ້ລາຄາຄໍາຫຼຸດລົງ ເຫຼືອພຽງ 16,029,000 ກີບຕໍ່ບາດ
ອັບເດດລາຄາຄໍາ ປະຈໍາວັນ ວັນທີ15 /06/2022 ຄັ້ງທີ 8 ລາຄາຫຼຸດລົງເຫລືອພຽງ 16,029,000 ກີບຕໍ່ບາດ ຂໍ້ມູນ: ຮ້ານຄໍາພູວົງ
ທະນາຄານແຫ່ງ ສປປ ລາວ ຈະສູ້ຊົນ ປະຕິບັດທຸກມາດຕະການ ແກ້ໄຂເງິນຕາ ໄລຍະ 6 ເດືອນທ້າຍປີ
ທະນາຄານແຫ່ງ ສປປ ລາວ ຈະສູ້ຊົນຈັດຕັ້ງປະຕິບັດທຸກນະໂຍບາຍ-ມາດຕະການໂດຍຈະສຸມໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຈຸດສຸມ ຕິດພັນກັບແຜນເງິນ ຕາຮອດທ້າຍປີ 2022 ໂດຍຈະດຳເນີນນະໂຍບາຍເງິນຕາແບບປະສົມປະສານ ໃຫ້ຮັບ ປະກັນໄດ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ແລະ ປະກອບສ່ວນຊຸກຍູ້ການຟື້ນຕົວຂອງເສດຖະກິດ, ໃນນີ້ ຕົ້ນຕໍ່ຈະສຸມໃສ່ຄຸມຄອງປະລິມານເງິນໃນລະບົບເສດຖະ ກິດ ໃຫ້ແທດເໝາະກັບສະພາບຄວາມຕ້ອງການ ໃນການນຳໃຊ້ ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ບໍ່ສ້າງແຮງກົດດັນຄວາມຕ້ອງການບໍລິໂພກ-ຊົມໃຊ້ ແລະ ນຳເຂົ້າສິນຄ້າສູງຂຶ້ນ ເກີນຄວາມຈຳເປັນ.
ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ ແກ້ໄຂບັນຫາເງິນເຟີ້-ເງິນກີບອ່ອນຄ່າ
ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາ ໂດຍສະເພາະ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາເງິນຕ່າງປະເທດສູງຂຶ້ນເລື້ອຍໆ ເຊິ່ງ ສສຊ
ແຈ້ງການໃໝ່ຫຼ້າສຸດ ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ
ກ່ອນໜ້ານີ້ທີ່ ສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ອອກແຈ້ງການ ສະບັບເລກທີ 1120/ທຄຕລ 2022 ລົງວັນທີ 9 ມິຖຸນາ ນະຄອນຫຼວງ ວຽງຈັນ ວ່າ ກໍານົດເອົາສະກຸນເງິນກີບຈ່າຍໃຫ້ລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram. ແຕ່ຫຼ້າສຸດ ທາງສໍານັກງານໃຫຍ່ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ໄດ້ອອກແຈ້ງການໃໝ່ ແຈ້ງມາຍັງບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ,
ເດືອນ ພຶດສະພາ ຕໍາຫລວດຈະລາຈອນສາມາດຕິດປ້າຍລົດໄດ້ 10 ພັນກວ່າຄັນ
ທ່ານ ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະ ຊວງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ເມື່ອບໍດົນມານີ້ວ່າ: ໃນເດືອນ ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ສາມາດຕິດປ້າຍລົດໃນທົ່ວປະເທດໄດ້ 10,403 ຄັນ. ໃນນີ້, ລົດ 2 ລໍ້ 5,982 ຄັນ, ລົດ
6 ເດືອນຕົ້ນປີ ລັດຖະບານ ສຸມໃສ່ແກ້ໄຂບັນຫາເສດຖະກິດ ສຳເລັດຫລາຍດ້ານ
ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນຢ່າງເປັນການໃນວັນທີ 13 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດໃນ 6 ເດືອນຕົ້ນປີ
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 13-19 ມິຖຸນາ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສະພາບອາກາດໃນໄລຍະວັນທີ 13 ຫາ 16 ມິຖຸນາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສ່ວນພາກໃຕ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນປົກຄຸມດ້ວຍກໍາລັງແຮງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ










